ລົດຕູ້ພາແຮງງານລາວໄປຕໍ່ພາສປອດ ເກີດອຸບັດເຫດຕຳກັບລົດບັນທຸກ ເສຍຊີວິດ 11 ຄົນ ທີ່ປະເທດໄທ

ໃນວັນທີ 18 ສິງຫາ 2019 ເວລາ 4:15 ໂມງ ໄດ້ເກີດອຸບັດເຫດລົດຕູ້ບັນທຸກແຮງງານລາວເພື່ອໄປຕໍ່ພາສປອດ ຕຳກັບລົດພ່ວງ 18 ລໍ້ ທີ່ບໍລິເວນຫນ້າໂຮງຫມໍວັງສົມບູນ ຖະຫນົນທາງຫລວງແຜ່ນດິນ ຫມາຍເລກ 317 ເມືອງວັງສົມບູນ ແຂວງສະແກ້ວ ປະເທດໄທ. ສົ່ງຜົນໃຫ້ມີຜູ້ເສຍຊີວິດໃນທີ່ເກີດເຫດ 11ຄົນ, ຊາຍ 5 ຄົນ, ຍິງ 6 ຄົນ ເປັນຄົນລາວ 10 ຄົນ ແລະ ຄົນ ໄທ 1 ຄົນ ແລະ ມີບາດເຈັບ 4 ຄົນ.
ໃນນັ້ນ, ຄົນລາວ ປະກອບມີ ນາງເກດສະຫນາ ສິລິພອນ, ນາງແສງເດືອນ ແກ້ວອຸນຍາວົງ, ນາງໄກສອນ ສີວົງໃຄ, ນາງ ບົວເຄືອ ດວງມາລາ, ນາງສຸກ ພັນທະວົງສາ, ທ້າວ ຫັດທະສິນ ສິລິສັກ, ທ້າວ ຂຸນ ແກ້ວວົງ, ທ້າວ ສັນເສີນ ຈິລະທອງຂັນ ຄົນຂັບລົດຕູ້ໄທ, ສ່ວນທີ່ເຫຼືອບໍ່ມີເອກະສານ.
ຂໍຂອບໃຈ
ຂໍ້ມູນ : Nonthawat Wisutthipat