ລາວຕ້ອງມີສິນຄ້າສົ່ງອອກທາງລົດໄຟໃຫ້ຫຼາຍຂຶ້ນ ເພື່ອຫຼຸດຜ່ອນການຂາດດຸນການຄ້າ

ລົດໄຟຂົນສົ່ງສິນຄ້າຜ່ານແດນລະຫວ່າງລາວ-ໄທທີ່ຫາກໍເປີດນຳໃຊ້ເມື່ອບໍ່ດົນມານີ້ ຕ້ອງມີການຂົນສົ່ງສິນຄ້າອອກຈາກລາວໃຫ້ຫຼາຍຂຶ້ນ ເພື່ອຫຼຸດຜ່ອນການຂາດດຸນການຄ້າ.
ລົດໄຟດັ່ງກ່າວສາມາດຂົນສົ່ງຕູ້ສິນຄ້າຈຳນວນ 10-20 ຕູ້ ເຂົ້າ ແລະ ອອກປະເທດໃນແຕ່ລະມື້ ແຕ່ຈຳນວນຂອງຜູ້ສົ່ງອອກຍັງມີໜ້ອຍກວ່າຜູ້ສົ່ງອອກ. ນີ້ແມ່ນບັນຫາທີ່ພາກສ່ວນກ່ຽວຂ້ອງຕ້ອງແກ້ໄຂຮ່ວມກັນ ອີງຕາມການລາຍງານຂອງໜັງສືພິມວຽງຈັນທາມ ເມື່ອວັນອັງຄານນີ້ (13 ສິງຫາ 2019).
"ການມີບໍລິການຂົນສົ່ງທາງລົດໄຟເປັນເລື່ອງທີ່ດີ. ຄ່າຂົນສົ່ງຈະຕໍ່າກວ່າ ເພາະຫຼາຍບໍລິສັດສາມາດສົ່ງອອກສິນຄ້າໄດ້ພ້ອມກັນ ແຕ່ບໍລິການດັ່ງກ່າວນີ້ຕ້ອງມີສິນຄ້າຈຳນວນຫຼາຍສຳລັບການຂົນສົ່ງທັງສອງສົ້ນ", ທ່ານ ປາຈິດ ໄຊຍະວົງປະທານສະມາຄົມຂົນສົ່ງລະຫວ່າງປະເທດ ເຊິ່ງຂຶ້ນກັບສະມາຄົມການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໃຫ້ສຳພາດຕໍ່ວຽງຈັນທາມ ເມື່ອວັນຈັນທີ່ຜ່ານມາ (12 ສິງຫາ).
ການຂາດດຸນຂອງການຂົນສົ່ງສິນຄ້າທີ່ເຂົ້າ ແລະ ອອກຈາກ ສປປ ລາວ ເປັນບັນຫາທີ່ຕ້ອງໄດ້ຮັບການຫາລືໂດຍພາກສ່ວນທີ່ກ່ຽວຂ້ອງ. ສິນຄ້າຈຳນວນຫຼາຍໄດ້ຮັບການນຳເຂົ້າມາໃນລາວ ແຕ່ສ່ວນໜ້ອຍທີ່ສົ່ງອອກນອກປະເທດ ເຊິ່ງນີ້ອາດຈະກະທົບທຸລະກິດຂົນສົ່ງ ອີງຕາມການລາຍງານ.
ລັດຖະບານລາວ ແລະ ໄທ ໄດ້ເປີດໃຊ້ລົດໄຟຂົນສົ່ງສິນຄ້າຜ່ານຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ 1 ສິງຫາ 2019 ທີ່ຜ່ານມາ ເພື່ອອຳນວຍຄວາມສະດວກໃຫ້ທຸລະກິດຕ່າງໆ ແລະ ເພີ່ມທະວີການພົວພັນຮ່ວມມືດ້ານເສດຖະກິດລະຫວ່າງລາວ-ໄທ.