ບ້ານຕາຍົງ ເມືອງນອງ ສະຫວັນນະເຂດ ບ້ານຕົວແບບໃນການສ້າງລາຍຮັບຄອບຄົວ

ບ້ານຕາຍົງກຸ່ມຕາແບງ ເມືອງນອງ ແຂວງສະຫວັນນະເຂດ ແລະ ເປັນບ້ານທີ່ນອນຢູ່ໃນເປົ້າໝາຍຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ມີ 47 ຄົວເຮືອນ ພົນລະເມືອງທັງໝົດ 359 ຄົນ. ໄລຍະຜ່ານມາບ້ານດັ່ງກ່າວໄດ້ຮັບການຊ່ວຍເຫຼືອຈາກ ທລຍ ຫຼາຍໂຄງການເປັນຕົ້ນການກໍ່ສ້າງນໍ້າລິນ ແລະ ການກໍ່ສ້າງໂຮງຮຽນປະຖົມ.
ໃນປີ 2016 ບ້ານໄດ້ຮັບການສະໜັບສະໜູນກິດຈະກໍາປັບປຸງຊີວິດການເປັນຢູ່ ໄດ້ສ້າງຕັ້ງກຸ່ມຊ່ວຍເຫຼືອເຊິ່ງກັນ ແລະ ກັນ (ກຊກ) ທັງໝົດ 6 ກຸ່ມ ແລະ ໄດ້ຮັບທຶນສະໜັບສະໜູນໝູນວຽນຈາກ ທລຍ ທັງໝົດ 53 ລ້ານກີບ ເຊິ່ງໄດ້ປ່ອຍໃຫ້ສາມະຊິກແຕ່ລະຄົນຜູ້ລະ 5 ແສນກີບຫາ 1 ລ້ານກີບ, ໃຫ້ສະມາຊິກແຕ່ລະຄົນນໍາເອົາໄປລົງທຶນລ້ຽງສັດ ເປັນຕົ້ນ: ລ້ຽງໄກ່, ລ້ຽງເປັດ, ລ້ຽງແບ້, ແລະ ລ້ຽງໝູ. ໃນນັ້ນມີສາມະຊິກກຸ່ມ ກຊກ ລ້ຽງໄກ່ 30 ຄົນ, ລ້ຽງໝູ 12 ຄົນ, ລ້ຽງແບ້ 29 ຄົນ.
ປັດຈຸບັນ, ສາມາດສ້າງລາຍຮັບຈາກການລົງທຶນຈາກການລ້ຽງສັດທັງໝົດ 65 ລ້ານກີບ, ຈາກການຂາຍໄກ່ໄດ້ທັງໝົດ 14 ລ້ານກີບ, ຂາຍໝູ 26 ລ້ານກີບ, ຂາຍແບ້ໄດ້ 24 ລ້ານກີບ. ພິເສດບ້ານສາມາດສ້າງຄອບຄົວຕົວແບບໄດ້ທັງໝົດ 7 ຄອບຄົວ ແຕ່ລະຄອບຄົວສາມາດລ້ຽງ ແລະ ຮັກສາສັດລ້ຽງຂອງເຂົາເຈົ້າໄດ້ເປັນຢ່າງດີ, ສາມາດສັກຢາກັນພະຍາດ ແລະ ປິ່ນປົວພະຍາດສັດດ້ວຍຕົນເອງ ເຊິ່ງພະນັກງານ ທລຍ ແລະ ຂະແໜງການທີ່ກ່ຽວຂ້ອງຂັ້ນເມືອງເປັນຜູ້ອໍານວຍຄວາມສະດວກໃນການອົບຮົມສ້າງຄວາມເຂັ້ມແຂງຊຸກຍູ້ຕິດຕາມແນະນໍາເວລາມີບັນຫາເທົ່ານັ້ນ.
ຜົນສໍາເລັດດັ່ງກ່າວຍ້ອນການສ້າງຕັ້ງກຸ່ມ ກຊກ ໃນກຸ່ມໜຶ່ງຈະປະກອບມີສະມາຊິກ 8-12 ຄົນ ມີແບບແຜນໃນການດໍາເນີນກິດຈະກໍາຂອງກຸ່ມຢ່າງເປັນລະບົບ, ໄດ້ຈັດກອງປະຊຸມເພື່ອແລກປ່ຽນບົດຮຽນຊອກຫາວິທີແກ້ໄຂທີ່ສະມາຊິກພົບພໍ້ຮ່ວມກັນຢ່າງໜ້ອຍເດືອນລະຄັ້ງ. ນອກນັ້ນ, ສະມາຊິກກຸ່ມຍັງໄດ້ຮັບການອົບຮົມການເຮັດອາຫານໝັກ ສໍາລັບລ້ຽງສັດແຕ່ລະປະເພດ ເພື່ອຫຼຸດຜ່ອນຕົ້ນທຶນ, ການຕິດຕາມຊຸກຍູ້ດ້ານເຕັກນິກການປູກ, ການລ້ຽງຢ່າງຕໍ່ເນື່ອງ ພ້ອມທັງໄປທັດສະນະສຶກສາຢູ່ສູນຄົ້ນຄວ້າຜະລິດແນວພັນສັດປີກໜອງແຕ່ງ ນະຄອນຫຼວງວຽງຈັນ. ນອກນັ້ນເຂົາເຈົ້າສາມາດຊອກຫາຕະຫຼາດເພື່ອຂາຍສັດລ້ຽງໄດ້ດ້ວຍຕົນເອງອີກດ້ວຍ.