ສະຫະພັນອີສະປອດລາວ ຖະແຫຼງຂ່າວ ຄັດເລືອກນັກກີລາທີມຊາດຮ່ວມຊີງໄຊ ຊີເກມ 2019 ຢ່າງເປັນທາງການ

ໃນວັນສຸກ ວັນທີ 09 ສິງຫາ 2019 ທີ່ຜ່ານມາ ສະຫະພັນກີລາອີສະປອດແຫ່ງຊາດລາວ ໄດ້ຈັດງານຖະແຫຼງຂ່າວຄັດເລືອກນັກກີລາອີສະປອດທີມຊາດລາວ ເພື່ອຮ່ວມແຂ່ງຂັນໃນງານມະຫະກຳກີລາຊີເກມ 2019 ທີ່ປະເທດຟິລິບປິນ ໃນທ້າຍປີນີ້.
ເຂົ້າຮ່ວມໃນງານຖະແຫຼງຂ່າວຄັ້ງນີ້ປະກອບມີ ທ່ານ ກະເສມ ອິນທິລາ ຮອງປະທານ ຄະນະກໍາມະການໂອລິມປິກແຫ່ງຊາດລາວ, ທ່ານ ອິລະວັດ ເທບພິທັກ ຮອງຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກີລາ, ທ່ານ ນາງ ພູໄຊ ແພງພົງ ຮອງຫົວໜ້າກົມກີລາລະດັບສູງ ກະຊວງສຶກສາທິການ ແລະ ກີລາ, ທ່ານ ໂຈນາທານ ສິລິສັກດາ ປະທານສະຫະພັນກິລາອີສະປອດແຫ່ງຊາດລາວ ພ້ອມດ້ວຍບັນດາຜູ້ສະໜັບສະໜຸນ, ແລະ ແຂກຖືກເຊີນທີ່ໃຫ້ກຽດເຂົ້າຮ່ວມ.
ສຳລັບກີລາອີສະປອດໃນປັດຈຸບັນ ຖືວ່າເປັນກີລາທີ່ໄດ້ຮັບການຍອມຮັບຈາກທົ່ວໂລກ, ເປັນເກມກີລາທີ່ການແຂ່ງຂັນປະເພດໜຶ່ງທີ່ຕ້ອງໃຊ້ຂະບວນການຄິດ, ວິເຄາະ ລວມເຖິງການຫຼິ້ນເປັນທີມ. ໂຄງການຄັດເລືອກນັກກີລາອີສະປອດທີມຊາດລາວ (Road to SEA Game) ເປັນໂຄງການເພື່ອເຟັ້ນຫານັກກີລາອີສະປອດຜູ້ທີ່ມີຄວາມສາມາດ ແລະ ມີຄຸນສົມບັດເໝາະສົມທີ່ຈະເປັນຕົວແທນປະເທດລາວ ເພື່ອຮ່ວມແຂ່ງຂັນຊີງໄຊໃນງານມະຫະກຳກີລາຊີເກມ ຄັ້ງທີ 30 ທີ່ປະເທດຟິລິບປິນ. ໂຄງການດັ່ງກ່າວໄດ້ເລີ່ມການແຂ່ງຂັນມາຕັ້ງແຕ່ວັນທີ 1-7 ສິງຫາ ທີ່ຜ່ານມາ ເປັນການຄັດເລືອກຮອບທຳອິດ (ຮອບອອນລາຍ). ໃນນັ້ນ ມີການແຂ່ງຂັນກັນທັງໝົດ 4 ປະເພດເກມກີລາ ໄດ້ແກ່: Defense of the Ancients (DOTA 2) ປະເພດທີມ, Mobile Legends ປະເພດທີມ, Arena of Valor (AOV) ປະເພດທີມ, ແລະ Tekken 7 ປະເພດດ່ຽວ.
ໃນນັ້ນ, ນັກກີລາທີ່ໄດ້ເຂົ້າຮອບ ຈະໄດ້ໄປແຂ່ງຂັນຕໍ່ໃນຮອບຕໍ່ໄປເຊິ່ງເປັນຮອບ Offline Qualifier ທີ່ຈະຈັດຂຶ້ນໃນວັນທີ 17-18 ສິງຫານີ້ ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ.