ໂຫວດເລີຍ! ເຈົ້າຄິດວ່າ ສາວງາມຄົນໃດໃສ່ຊຸດລາວແລ້ວຖືກໃຈເຈົ້າທີ່ສຸດ ໃນ Miss Universe Laos 2019?

ທາງ Mee Mee Make Up ເຊິ່ງເປັນຜູ້ສະໜັບສະໜຸນຊຸດລາວ ໃຫ້ 30 ສາວຜູ້ເຂົ້າປະກວດ Miss Universe Laos 2019 ໄດ້ໃສ່ເພື່ອຖ່າຍ VTR ທີ່ໃຊ້ໃນການປະກວດ ໄດ້ເຜີຍແຜ່ຮູບພາບຂອງຜູ້ເຂົ້າປະກວດທັງໝົດໃນຊຸດໄໝລາວອອກມາໃຫ້ເຫັນ ເຊິ່ງກໍເປັນທີ່ຕ້ອງຕາຕ້ອງໃຈຂອງຫຼາຍໆຄົນ.
ມື້ນີ້ muan.la ເລີຍຈະມາເປີດ Muan! Vote ເພື່ອໃຫ້ຜູ້ອ່ານທຸກຄົນໄດ້ລົງຄະແນນວ່າ "ສາວຄົນໃດໃນ 30 ຄົນນີ້ ໃສ່ຊຸດລາວແລ້ວຖືກໃຈເຈົ້າທີ່ສຸດ?" ໂດຍສາມາດໂຫວດໄດ້ດ້ານລຸ່ມນີ້.
ເປີດໂຫວດຈົນຮອດວັນທີ 20 ສິງຫາ 2019 ນີ້ ໂດຍຜູ້ອ່ານສາມາດໂຫວດໄດ້ 1 ຄັ້ງຕໍ່ຄົນຕໍ່ວັນ ຈົນກວ່າຈະປິດໂຫວດ.
ໝາຍເຫດ: Muan! Vote ເປັນລະບົບໂຫວດສະແດງຄວາມເຫັນຂອງ Muan.la ບໍ່ມີສ່ວນກ່ຽວຂ້ອງກັບທາງກອງປະກວດ Miss Universe Laos ແຕ່ຢ່າງໃດ. ການໂຫວດແມ່ນເພື່ອສຳຫຼວດຄວາມເຫັນຂອງຜູ້ອ່ານ muan.la ແລະ ມວນຊົນທີ່ມີຕໍ່ນາງສາວຜູ້ເຂົ້າປະກວດ.
ຂໍຂອບໃຈ
ພາບ : Mee Mee Make Up