ນະຄອນຫຼວງວຽງຈັນ ມີຜູ້ເສຍຊີວິດຈາກອຸບັດເຫດ ບໍ່ຕໍ່າກວ່າ 10 ຄົນຕໍ່ເດືອນ

ປັດຈຸບັນ, ຍອດຜູ້ເສຍຊີວິດຈາກ ອຸບັດຕິເຫດຕາມທ້ອງຖະໜົນ ຢູ່ນະຄອນຫຼວງວຽງຈັນ ມີຜູ້ເສຍຊີວິດບໍ່ຕໍ່າກວ່າ 10 ຄົນ ໃນແຕ່ລະເດືອນ, ເຊິ່ງຕົວເລກດັ່ງກ່າວ ເປັນລັກສະນະຄົງທີ່ ແລະ ເພີ່ມຂຶ້ນໄປເລື້ອຍໆ ເຊິ່ງສະແດງອອກໃຫ້ເຫັນ ໃນສະຖິຕິການເສຍຊີວິດຂອງ ນັກຂັບຂີ່ ນັບແຕ່ເດືອນມັງກອນ ຫາ ກໍລະກົດ 2019 ມີນັກຂັບຂີ່ ເສຍຊີວິດ ຈາກອຸບັດຕິເຫດ ສະເລ່ຍ 10 – 29 ຄົນຕໍ່ເດືອນ. ໃນເດືອນມັງກອນ ທົ່ວນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນ ທັງໝົດ 147 ຄັ້ງ, ມີຜູ້ເສຍຊີວິດ 19 ຄົນ; ເດືອນກຸມພາ ມີອຸບັດຕິເຫດເກີດຂຶ້ນ 111 ຄັ້ງ, ເສຍຊີວິດ 26 ຄົນ; ເດືອນມີນາ ອຸບັດຕິເຫດເກີດຂຶ້ນ 82 ຄັ້ງ, ມີຜູ້ເສຍຊີວິດ 15 ຄົນ; ເດືອນເມສາ ອຸບັດຕິເຫດເກີດຂຶ້ນ 112 ຄັ້ງ ເສຍຊີວິດ 19 ຄົນ; ເດືອນພຶດສະພາ ອຸບັດຕິເຫດເກີດຂຶ້ນ 73 ຄັ້ງ, ເສຍຊີວິດ 10 ຄົນ; ເດືອນມິຖຸນາ ອຸບັດຕິເຫດເກີດຂຶ້ນ 129 ຄັ້ງ, ເສຍຊີວິດ 29 ຄົນ ແລະ ເດືອນກໍລະກົດ ອຸບັດຕິເຫດເກີດຂຶ້ນ ທັງໝົດ 91 ຄັ້ງ, ເສຍຊີວິດ 17 ຄົນ.
ສະເພາະ ສະຖິຕິການເກີດອຸບັດຕິເຫດຂອງ ເດືອນກໍລະກົດ ມີຄົນເສຍຊີວິດທັງໝົດ 17 ຄົນນັ້ນ ແມ່ນສົ່ງຜົນເຮັດໃຫ້ຄົນຂັບ ເສຍຊີວິດ 12 ຄົນ, ຜູ້ຊ້ອນທ້າຍ ເສຍຊີວິດ 4 ຄົນ ແລະ ຄົນຍ່າງ 1 ຄົນ; ຕໍ່ກັບອຸບັດຕິເຫດດັ່ງກ່າວທີ່ເກີດຂຶ້ນ ແມ່ນເກີດຢູ່ຕາມທາງຊື່ ຈໍານວນ 71 ຄັ້ງ, ທາງໂຄ້ງ 1 ຄັ້ງ, ທາງ 3 ແຍກ 12 ຄັ້ງ, ທາງ 4 ແຍກ 7 ຄັ້ງ, ທາງປູຢາງ 50 ຄັ້ງ ແລະ ທາງຄອນກີດ 32 ຄັ້ງ. ພາຫະນະທີ່ຮ່ວມເກີດອຸບັດຕິເຫດ ມີ ລົດຈັກຕໍາລົດຈັກ 22 ຄັ້ງ, ລົດຈັກຕໍາຄົນຍ່າງ 1 ຄັ້ງ, ລົດຈັກຕໍາກໍາແພງ 2 ຄັ້ງ, ລົດຍົນຕໍາຄົນຍ່າງ 2 ຄັ້ງ, ລົດຍົນຕໍາເສົາໄຟ 2 ຄັ້ງ, ລົດຍົນຕໍາລົດບັນທຸກ 1 ຄັ້ງ, ລົດຈັກຕໍາລົດຈັກ 1 ຄັ້ງ ແລະ ລົດຍົນຕໍາລົດຈັກ 1 ຄັ້ງ.
ລັກສະນະໃນການເກີດອຸບັດຕິເຫດ ຕໍາໜ້າເຊິ່ງໜ້າ 33 ຄັ້ງ, ຕໍາດ້ານຂ້າງ 25 ຄັ້ງ, ດາດ 13 ຄັ້ງ, ຕໍາດ້ານຫຼັງ 16 ຄັ້ງ, ຕໍາຄູກາງທາງ 2 ຄັ້ງ ແລະ ຕໍາຄົນຍ່າງ 2 ຄັ້ງ. ບໍ່ພຽງເທົ່ານັ້ນ, ນັກຂັບຂີ່ ຍັງລະເມີດກົດລະບຽບຈະລາຈອນ ໂດຍການດື່ມສິ່ງມຶນເມົາ ທັງໝົດ 31 ຄົນ, ອາຍຸຕໍ່າກວ່າ 15 ປີ 5 ຄົນ, ບໍ່ມີໃບຂັບຂີ່ 73 ຄົນ ແລະອື່ນໆ ເຊິ່ງມັນໄດ້ສ້າງຜົນເສຍຫາຍ ຄິດເປັນເງິນ ຈຳນວນ 1,321,000,000 ກີບ, ນໍາພາ ພະນັກງານ ລົງຕັ້ງດ່ານຈະລາຈອນ, ກວດກາລົດຕາມສາຍທາງ, ຈັບຄວາມໄວ, ແທກທາດເຫຼົ້າ ຢູ່ຕາມເສັ້ນທາງສໍາຄັນຕ່າງໆ ເພື່ອສຶກສາອົບຮົມເປົ້າໝາຍ ທີ່ລະເມີດກົດລະບຽບການສັນຈອນ ແລະ ແນໃສ່ຫຼຸດຜ່ອນ ການລະເມີດຂອງນັກຂັບຂີ່ ແລະ ເປັນການຫຼຸດຜ່ອນອຸບັດຕິເຫດ.
ຂໍຂອບໃຈ
ຂໍ້ມູນ : ໜັງສືພິມຄວາມສະຫງົບ