ນັກກີລາບານບ້ວງສະຫະລັດຖືກສັ່ງພັກຮ່ວມແຂ່ງຂັນ 2 ປີ ຫຼັງກວດຍ່ຽວຫາສານເສບຕິດ ແລ້ວພົບວ່າ "ຖືພາ"

ກາຍເປັນປະເດັນຮ້ອນແຮງທີ່ຖືກສົ່ງຕໍ່ກັນເປັນວົງກວ້າງ ກໍລະນີນັກກີລາບານບ້ວງຊາວສະຫະລັດອາເມລິການາມ ດີເຈ ຄູເປີ ທີ່ຖືກສັ່ງພັກຮ່ວມແຂ່ງຂັນ ຫຼັງຈາກທີ່ມີການກວດຍ່ຽວຫາສານເສບຕິດແລ້ວຜົນອອກມາວ່າ ເຈົ້າຂອງຍ່ຽວ "ຖືພາ".
ໜຸ່ມນັກກີລາຄົນດັ່ງກ່າວນີ້ ເຄີຍຢູ່ທີມ AS Monaco ແຕ່ເມື່ອປາຍປີ 2018 ໄດ້ອອກຈາກທີມໄປເນື່ອງຈາກເຫດຜົນທາງດ້ານຄອບຄົວ; ພາຍຫຼັງຜູ້ກ່ຽວໄດ້ເຂົ້າຮ່ວມທີມຊາດບອສເນຍ ອີກຄັ້ງໃນປີດຽວກັນ.
ທັງນີ້ ມີການລາຍງານວ່າ ໜຸ່ມຄູເປີ ຖືກສັ່ງພັກການແຂ່ງຂັນເປັນເວລາ 2 ປີ ເນື່ອງຈາກບໍ່ຜ່ານການທົດສອບຫາສານເສບຕິດໃນຍ່ຽວ ເຊິ່ງນີ້ບໍ່ແມ່ນຍ້ອນພົບສານເສບຕິດເຈືອປົນໃນນັ້ນ ແຕ່ຜົນການທົດສອບຊໍ້າພັດພົບວ່າ ເຈົ້າຂອງຍ່ຽວກຳລັງຖືພາ.
ຜົນການສອບສວນພົບວ່າ ຍ່ຽວດັ່ງກ່າວບໍ່ແມ່ນຍ່ຽວຂອງຄູເປີ ແຕ່ເປັນຍ່ຽວຂອງແຟນສາວທີ່ກຳລັງຖືພາ ເຊິ່ງໃນຕອນນັ້ນບໍ່ທັນຮູ້ວ່າຕົນເອງກຳລັງຈະມີລູກ.
ສະນັ້ນ ສະຫະພັນບານບ້ວງສາກົນ ຈຶ່ງໄດ້ສັ່ງໃຫ້ຄູເປີຢຸດຕິການຮ່ວມແຂ່ງຂັນເປັນເວລາ 2 ປີ ຈາກການທີ່ພະຍາຍາມໂກງຜົນການກວດຫາສານເສບຕິດ ໂດຍລາວຈະສາມາດລົງແຂ່ງຂັນໄດ້ອີກຫຼັງຈາກວັນທີ 20 ເດືອນມິຖຸນາ ປີ 2020.
ຂໍຂອບໃຈ
ຂໍ້ມູນ : Yahoo News Australia