ເບື້ອງຫຼັງແນວຄິດ ກ່ອນຈະມາເປັນມຸງກຸດ "Miss World Laos 2019"

ຫຼັງຈາກທີ່ມີການເປີດເຜີຍຮູບຊົງຂອງມຸງກຸດ Miss World Laos 2019 ເປັນທີ່ຮຽບຮ້ອຍແລ້ວ ຫຼາຍຄົນກໍອາດສົງໄສວ່າ ມຸງກຸດດັ່ງກ່າວນີ້ ມີທີ່ໄປທີ່ມາ ແລະ ມີຄວາມໝາຍແນວໃດ ເຊິ່ງທາງເຮົາກໍໄດ້ໄປຊອກຫາຄຳຕອບມາໃຫ້ແຟນນາງງາມໄດ້ຮູ້ຈັກກັນ.
ກອງປະກວດ Miss World Laos ໄດ້ໃຫ້ຮູ້ວ່າ ມຸງກຸດ Miss World Laos 2019 ນີ້ ໄດ້ຮັບແຮງບັນດານໃຈມາຈາກນົກຍູງ ເພາະນົກຍູງເປັນສັດທີ່ມີຄວາມສະຫງ່າງາມທັງພາຍນອກ ແຕ່ພາຍໃນເຂັ້ມແຂງ ດັ່ງສາວງາມ Miss World Laos ບໍ່ເປັນອັນຕະລາຍຕໍ່ຜູ້ໃດ.
ສ່ວນພອຍສີຟ້າ ສາມາດເສີມຄວາມຄິດໃນດ້ານບວກ ໃຫ້ແກ່ຜູ້ທີ່ໄດ້ຄອບຄອງ ແລະ ມີຄຸນສົມບັດພ້ອມທັງກາຍໃຈ ແລະ ມີຈິດອັນເປັນກຸສົນຕໍ່ສັງຄົມ ດັ່ງເມັດພອຍສີຟ້າ ທີ່ປະດັບເທິງຍອດມົງກຸດ ປຽບສະເໜືອນຄວາມງາມທີ່ບໍ່ມີມື້ສິ້ນສຸດ ເພື່ອເຮັດໜ້າທີ່ຕົວແທນປະເທດລາວ ສົ່ງຕໍ່ຄວາມງາມຢ່າງມີຄຸນຄ່າ ສູ່ສາຍຕາທົ່ວໂລກ.
ທັງນີ້ ມຸງກຸດດັ່ງກ່າວນີ້ ພ້ອມແລ້ວທີ່ຈະໄປປະດັບເທິງຫົວຂອງສາວງາມທີ່ມີຄຸນສົມບັດພ້ອມ ໃນການປະກວດຮອບສຸດທ້າຍທີ່ຈະມີຂຶ້ນໃນວັນທີ 15 ກັນຍາ 2019 ນີ້. ສ່ວນສາວໃດທີ່ຢາກສະໝັກຮ່ວມປະກວດໃນເວທີດັ່ງກ່າວ ສາມາດສະໝັກໄດ້ຈົນຮອດວັນທີ 20 ສິງຫາ 2019 ນີ້. ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ ເຟສບຸກເພຈ Miss World Laos.