ຊ່າງແຕ່ງໜ້າຊື່ດັງ ປ່ຽນ look ໃຫ້ "ລົດແກ້ວ ອິນທະກຸມມານ" ງາມຫຼາຍຈົນເກືອບຈື່ບໍ່ໄດ້

ໃຜທີ່ຕິດຕາມຂ່າວຄາວວົງການແລ່ນໄລຍະໄກ (ມາຣາທອນ) ຢູ່ລາວ ຈະຄຸ້ນເຄີຍກັນດີກັບສາວ "ລົດແກ້ວ ອິນທະກຸມມານ" ເຊິ່ງບໍ່ວ່າຈະໄປຮ່ວມງານໃດກໍຕ້ອງໄດ້ຫຼຽນອັນດັບຕົ້ນໆຕິດໄມ້ຕິດມືກັບບ້ານມາຕະຫຼອດ.
ຫຼ້າສຸດ ຖືກຊ່າງແຕ່ງໜ້າຊື່ດັງລະດັບແຖວໜ້າຂອງປະເທດຢ່າງ "ອາ ສາຍແກ້ວ" ຈັບມາປ່ຽນ look ໃໝ່ ເຮັດເອົາງາມຂຶ້ນຫຼາຍຈົນເກືອບຈື່ບໍ່ໄດ້ ກັບລຸກຫວານໆ ເຊິ່ງແຕກຕ່າງກັບ ລົດແກ້ວ ຄົນທີ່ເຮົາຮູ້ຈັກປານກັບເປັນຄົນລະຄົນກັນ.
ແລ້ວສາວຄົນນີ້ແຕ່ງໜ້າ look ນີ້ເພື່ອຫຍັງ? ຄຳຕອບກໍຖື ຖ່າຍປົກວາລະສານພາເພີນ ເຊິ່ງຈະມີການປ່ອຍອອກມາໃນໄວໆນີ້.
ທັງນີ້ ສາວຄົນນີ້ກາກໍສຳເລັດພາລະກິດນຳພາຈັດງານ ແລ່ນເພື່ອນ້ອງ ເຊິ່ງເປັນຄັ້ງທຳອິດທີ່ຜູ້ກ່ຽວຈັດງານແລ່ນເພື່ອການກຸສົນເຊິ່ງເປັນງານໃຫຍ່ ແລະ ມີຜູ້ເຂົ້າຮ່ວມງານເກືອບ 1 ພັນຄົນ ເມື່ອທ້າຍເດືອນກໍລະກົດທີ່ຜ່ານມາ.
ພ້ອມນີ້ເມື່ອທ້າຍອາທິດທີ່ຜ່ານມາ ກໍເຂົ້າຮ່ວມງານແລ່ນຢູ່ໄທ ເຊິ່ງເປັນການແລ່ນແຂ່ງປ່ຽນຜຽນ (ແລ່ນເປັນທີມ) ໃນງານ ASICS 2019 ແລະ ເຊັ່ນເຄີຍສາມາດຄວ້າລາງວັນທີ 1 ມາໄດ້ອີກເຊັ່ນເຄີຍ.
ຂໍຂອບໃຈ
ພາບ : LKCoaching , Saykeo Make