ໄກ່ ໂອເວີແດນ ເຜີຍ "ນາງພະຍາ ພາກ 2" ມາແນ່ນອນ ໄວໆນີ້

ຕອກຢໍ້າຄວາມແຮງຂອງເພງເຕັ້ນແຫ່ງປີຢ່າງ "ນາງພະຍາ" ທີ່ປ່ອຍເອັມວີອອກມາໃຫ້ເບິ່ງແບບຈັດເຕັມເມື່ອເດືອນເມສາທີ່ຜ່ານມາ ເຊິ່ງເອັມວີດັ່ງກ່າວໃຊ້ນັກເຕັ້ນກວ່າ 50 ຊີວິດ ເພື່ອໃຫ້ເອັມວີອອກມາອະລັງການແບບສຸດໆ.
ຫຼ້າສຸດ ນັກຮ້ອງ-ພິທີກອນຊື່ດັງໂຕແມ່ແຫ່ງວົງການຢ່າງ ໄກ່ ໂອເວີແດນ ໄດ້ອອກມາໂພສຮູບພາບ ແລະ ຂໍ້ຄວາມຜ່ານອິນສະຕາແກຣມສ່ວນຕົວ ບອກວ່າ ໄວໆນີ້ "ນາງພະຍາ ພາກ 2" ຈະມາຢ່າງແນ່ນອນ.
ຍັງບໍ່ທັນຮູ້ວ່າເພງນີ້ຈະມີເນື້ອໃນແນວໃດ ແຕ່ຖ້າໃຫ້ຕີຄວາມຈາກເພງ ນາງພະຍາເວີຊັນທຳອິດ ເວີຊັນສອງກໍຄົງເປັນເພງໄວເພງເຕັ້ນ ແລະ ເອັມວີຄົງຈະອະລັງການບໍ່ນ້ອຍກວ່າເພງທຳອິດຢ່າງແນ່ນອນ.
ທັງນີ້ ເມື່ອເດືອນມິຖຸນາທີຜ່ານມາ, ໄກ່ ໂອເວີແດນ ກໍໄດ້ອອກມາເປີດເຜີຍວ່າ ຕົນເອງໄດ້ແຕ່ງເພງໃໝ່ແລ້ວພາຍໃນ 5 ນາທີ ພ້ອມທັງເຂົ້າຫ້ອງອັດເພື່ອຕໍ່ຍອດຄວາມສຳເລັດຂອງເພງ ນາງພະຍາ ເປັນທີ່ຮຽບຮ້ອຍແລ້ວ.
ງານນີ້ບໍ່ຮູ້ວ່າ ເພງດັ່ງກ່າວທີ່ຫາກໍແຕ່ງ ແລະ ອັດສຽງໄປນັ້ນ ເປັນເພງ ນາງພະຍາ ພາກ 2 ຫຼື ບໍ່ ກໍຕ້ອງໄດ້ລໍຖ້າຕິດຕາມກັນ.
ສຳລັບເພງ ນາງພະຍາ ເວີຊັນທຳອິດນັ້ນ ມາຮອດປັດຈຸບັນ (1 ສິງຫາ 2019) ມີຜູ້ເຂົ້າເບິ່ງເອັມວີໃນຢູທູບແລ້ວກວ່າ 5 ແສນຄັ້ງ.
ຂໍຂອບໃຈ
ພາບ : kai_overdance