ເຈົ້າໜ້າທີ່ຕຳຫຼວດລາວ-ຈີນ ຊ່ວຍຍິງສາວທີ່ຖືກຕົວະໄປແຕ່ງງານ ແລະ ຄ້າມະນຸດຢູ່ຈີນ

ເມື່ອບໍ່ດົນມານີ້ເຈົ້າໜ້າທີ່ຕຳຫຼວດພະແນກຕ້ານການຄ້າມະນຸດ ປກສ ແຂວງຫຼວງນໍ້າທາ ສປປ ລາວ ແລະ ເຈົ້າ ໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ເມືອງຫຼ້າ ສປ ຈີນ ໄດ້ມອບຮັບ ນາງ ສຸລິຈັນ ແລະ ລູກນ້ອຍ ທີ່ຖືກກຸ່ມຄົນບໍ່ດີຕົວະໄປຂາຍເປັນເມຍຢູ່ ສປ ຈີນ ມອບຄືນໃຫ້ພໍ່-ແມ່ຍາດຕິພີ່ນ້ອງ ແລະ ອຳນາດການປົກຄອງຂອງພວກກ່ຽວ.
ຄະດີດັ່ງກ່າວນີ້, ເຈົ້າໜ້າທີ່ຕຳຫຼວດສອງປະເທດລາວ-ຈີນ ກຳລັງຮ່ວມມືກັນສືບສວນ ເພື່ອຕິດຕາມກຸ່ມແກ້ງຄົນຮ້າຍມາລົງໂທດຕາມກົດໝາຍ. ພ້ອມນັ້ນ, ຍັງໄດ້ຮຽກຮ້ອງໃຫ້ພໍ່-ແມ່ປະຊາຊົນລາວບັນດາເຜົ່າ ຈົ່ງມີສະຕິຕໍ່ກົນອຸບາຍຂອງກຸ່ມຄົນບໍ່ດີ ແລະ ບອກເຕືອນລູກຫຼານຢ່າໃຫ້ໄປພົວພັນກັບກຸ່ມແກ້ງຄ້າມະນຸດເດັດຂາດ.
ສຳລັບປັດຈຸບັນນີ້, ກຸ່ມທີ່ຕົກເປັນເປົ້າໝາຍຂອງກຸ່ມຄ້າມະນຸດ ຄື: ແມ່ຍິງທີ່ຢາກໄດ້ຜົວຊາວຕ່າງປະເທດ ເປັນຕົ້ນແມ່ນຜົວຈີນ ແລະ ເກົາຫຼີ. ສະນັ້ນ, ແມ່ຍິງລາວທຸກຄົນຕ້ອງເພີ່ມສະຕິລະມັດລະວັງໃຫ້ດີ ຢ່າເຫັນແກ່ເງິນຄຳເພາະມັນຈະນຳທາງໄປສູ່ຄວາມເສຍຫາຍ.
ຂໍຂອບໃຈ
ຂໍ້ມູນ : ຂ່າວສານຫຼວງນໍ້າທາ