"ຄຣິສຕິນາ" ຊີ້ ເດີນທາງກັບລາວບໍ່ທັນ ອົດຮ່ວມຊີງມຸງກຸດ Miss Universe Laos 2019

ກາຍເປັນປະເດັນທີ່ບັນດາແຟນນາງງາມລາວຕ່າງກໍກ່າວເຖິງກັນບໍ່ຢຸດສຳລັບ ກໍລະນີທີ່ການເປີດຮັບສະໝັກຜູ້ເຂົ້າປະກວດ Miss Universe Laos 2019 ໄຮ້ເງົາຂອງ "ຄຣິສຕິນາ ລາສະສິມມາ" ສາວລາວອີກຄົນທີ່ແຟນນາງງາມຕ່າງກໍເຊຍໃຫ້ລົງປະກວດ.
ຫຼ້າສຸດເມື່ອວານນີ້ (29 ກໍລະກົດ 2019) ຄຣິສຕິນາ ລາສະສິມມາ ໄດ້ໃຫ້ສຳພາດຕໍ່ທີມຂ່າວບັນເທີງ muan.la ກ່ຽວກັບປະເດັນດັ່ງກ່າວ ໂດຍລະບຸວ່າ ຕົນເອງຕິດພາລະກິດຢູ່ໄທ ບໍ່ສາມາດເດີນທາງກັບລາວໄດ້ທັນເພື່ອສະໝັກປະກວດເວທີດັ່ງກ່າວ.
ສາວ ຕິນາ ກ່າວວ່າ ທາງກອງປະກວດປ່ຽນວັນເວລາກະທັນຫັນ ເລີຍໄປບໍ່ທັນ ເພາະກຳນົດໃໝ່ນີ້ແມ່ນຕຳກັບຄິວສະແດງລະຄອນເວທີຢູ່ໄທຂອງຕົນເອງ ເຊິ່ງມີກຳນົດເວລາກຽມການສະແດງ ແລະ ຂຶ້ນສະແດງຈົນຮອດຕົ້ນເດືອນສິງຫານີ້. "ຖ້າເປັນວັນເວລາເດີມ ຕາມທີ່ກອງປະກວດມິສຢູນິເວີສລາວ 2019 ແຈ້ງໄວ້ກ່ອນໜ໊ານີ້ແມ່ນທັນ ເພາະຕິນາເອງໄດ້ລັອກຄິວມື້ນັ້ນໄວ້ຕາມແຈ້ງແລ້ວ ເພື່ອໃຫ້ຮ່ວມປະກວດໄດ້ຕາມມື້ນັ້ນໆໃຫ້ຄົບ ແຖມຍັງຂໍເລື່ອນເວລາການສະແດງໃຫ້ຕີນາສາມາດຮ່ວມຕາມວັນທີ່ກອງປະກວດແຈ້ງໃຫ້ຄົບໄດ້ທຸກມື້ອີກ", ຕິນາ ກ່າວ.
ຄຣິສຕິນາ ຂະນະຊ້ອມການສະແດງລະຄອນເວທີຢູ່ໄທ / ພາບ: Christina Lasasimma
ຜູ້ກ່ຽວກ່າວຕື່ມວ່າ ຫາກໍຮູ້ທຸກຢ່າງເມື່ອຕອນກາງຄືນກ່ອນມື້ທີ່ປ່ຽນໃໝ່ ຈະບິນກັບລາວກໍບໍ່ທັນ. "ຕິນາ ເຮັດສຸດຄວາມສາມາດແລ້ວ ຕິດຕາມຂ່າວທຸກໆມື້ ພ້ອມທັງຖາມຂໍ້ມູນທາງກອງປະກວດເພື່ອຢືນຢັນວັນເວລາທີ່ຊັດເຈນ ເພາະຕີນາມີຕາຕະລາງງານທີ່ແໜ້ນ ຕີນາກະແບ່ງເວລາໃຫ້ທຸກຝ່າຍໃຫ້ເໝາະສົມ ແລະ ເຄົາລົບໜ້າທີ່ວຽກງານທີ່ຮັບມາ ເຮົາຕ້ອງຮັບຜິດຊອບ ຫວັງວ່າຈະເຂົ້າໃຈກັນ ແລະ ເປັນກຳລັງໃຈໃຫ້ຕິນາເດີ".
ສາວຄົນນີ້ກ່າວຖິ້ມທ້າຍຢ່າງເສຍດາຍໂອກາດທີ່ພາດໄປນີ້ວ່າ ຕົນເອງເຮັດເຕັມທີ່ເທົ່າທີ່ສາມາດເຮັດໄດ້ແລ້ວ ຖ້າແຍກຮ່າງໄດ້ຄົງຈະດີ.
ທັງນີ້, ນີ້ບໍ່ແມ່ນຄັ້ງທຳອິດທີ່ ສາວຄົນນີ້ພາດການປະກວດເວທີດັ່ງກ່າວ, ເມື່ອປີກ່ອນ ຄຣິສຕິນາກໍໄດ້ຍື່ນສະໝັກຮ່ວມປະກວດ ແຕ່ຕໍ່ມາທາງກອງປະກວດໄດ້ຍົກເລີກການປະກວດກະທັນຫັນ ແລະ ໄດ້ແຕ່ງຕັ້ງ ອອນອານົງ ຫອມສົມບັດ ຮອງມິສຢູນິເວີສລາວ 2017 ໄປປະກວດແທນ.
ແນວໃດກໍຕາມເຮົາກໍຍັງຄົງເປັນກຳລັງໃຈ ແລະ ຕິດຕາມຜົນງານຂອງສາວ ຄຣິສຕິນາ ຄົນນີ້ຕໍ່ໄປເດີ.
ຂໍຂອບໃຈ
ພາບ : christina.las