ຄື້ນທະເລຍັງແຮງບໍ່ສູ້ຄວາມເຊັກຊີຂອງນາງແບບສາວ "ແກ້ວຕາ ພອນປະເສີດ"

ໃຈລະລາຍທຸກຄັ້ງທີ່ໄດ້ເຫັນພາບຂອງສາວສະຫວັນນະເຂດຜູ້ງາມຄົນນີ້ ຫຼ້າສຸດ "ແກ້ວຕາ ພອນປະເສີດ" ໄດ້ເດີນທາງໄປພັກຜ່ອນຢູ່ທີ່ຊາຍຝັ່ງທະເລແຫ່ງໜຶ່ງຢູ່ປະເທດໄທ ພ້ອມທັງອວດຄວາມເຊັກຊີໃນຊຸດລອຍນໍ້າສຸດເດັດ ແບບທີ່ວ່າຄື້ນທະເລຍັງຍອມ ບໍ່ແຮງສູ້ເພິ່ນ.
ແກ້ວຕາ ເປັນນາງແບບໃນສັງກັດ A-List ມີປະສົບການຖ່າຍແບບ, ເດີນແບບ ແລະ ພຣີເຊັນເຕີໃຫ້ກັບສິນຄ້າຫຼາຍຢ່າງ.
ພ້ອມນີ້ ໃນໄວໆນີ້ ສາວຄົນນີ້ກໍຍັງຈະມີຜົນງານການສະແດງຮູບເງົາເລື່ອງ "ຮັກມະຍ່ອມມະແຍ່ມ" ອອກມາໃຫ້ຊົມກັນ ກໍຕ້ອງຕິດຕາມກັນເບິ່ງວ່າບົດບາດທີ່ໄດ້ຮັບຈະເປັນແນວໃດ.
ຂໍຂອບໃຈ
ພາບ : keota_phonepaseuth