7 ຄຸນສົມບັດໃໝ່ຂອງ iPhone 7 ທີ່ມີຄົນບອກວ່າ ໃນ Android ມີແຕ່ດົນແລ້ວ

ຍັງຈື່ໄດ້ວ່າຄັ້ງໜຶ່ງ “Steve Jobs” ເຄີຍກ່າວກັບກຸ່ມ Start-ups ໃນອິນເດຍວ່າ ເຮົາກໍຮູ້ສຶກອາຍຄືກັນທີ່ລັກໄອເດຍຂອງຄົນອື່ນມາໃຊ້ແມ້ນວ່າຕອນນີ້ “Steve Jobs” ຈະບໍ່ຢູ່ແລ້ວແຕ່ Apple ກໍຄົງຍັງນໍາເອົາ Idea ແລະ ແຮງບັນດານໃຈຫຼາຍໆຢ່າງທັ່ງເລື່ອງ Hardware ແລະ software ຈາກ Android.
ດັ່ງນັ້ນມື້ນີ້ເຮົາຈະມາເບິ່ງກັນວ່າມີຫຍັງແນ່ໃນ iPhone 7 ບາງທີ່ຫາເບິ່ງດີໆແລ້ວມັນບໍ່ແມ່ນຂອງໃໝ່ສໍາຫຼັບຊາວ Android ເລີຍແມ້ນແຕ່ໜ້ອຍ ແລະ 7 ສິ່ງທີ່ Apple ນໍາຂອງ Android ມາໃຊ້ໃນປີນີ້ກໍຄື
1. Dual camera ທັງ HTC , LG ແລະ Huawai ທັງສາມອຸດສາຫະກໍາໃຫຍ່ນີ້ ເປັນຜູ້ຫຼິ້ນຫຼັກໃນຕະຫຼາດກ້ອງຄູ່ ຫຼື Dual camera ແລະ ຫຼ້າສຸດ Apple ກໍນໍາເອົາ technology ນີ້ມາໃຊ້ພ້ອມລະບົບ sensor 12 megapixel ສາມາດຖ່າຍພາບໄດ້ດີທັງໃນໄລຍະໄກ ແລະ ການຖ່າຍພາບມາດຕະຖານ
2. IP67 water and dust resistance ຫຼື ຄຸນສົມບັດໃນການກັນຝຸ່ນກັນນໍ້າ ໃນທີ່ສຸດ iPhone ກໍມີຄຸນສົມບັດນີ້ ຫຼັງຈາກທີ່ທັງ Nokia, Samsung ແລະ Motorola ປະສົບຄວາມສຳເລັດກັບການພັດທະນາໂທລະສັບມືຖື ທີ່ສາມາດໃຊ້ກັບຊີວິດກາງແຈ້ງໄດ້ໂດຍບໍ່ຕ້ອງງໍ້ຖະໜອມ iPhone 7 ມີລະດັບຂອງຄວາມສາມາດໃນການກັນນໍ້າ ແລະ ກັນຝຸ່ນທີ່ IP 67
3. ການຕັດຂະໜາດຫູຟັງ ຂະໜາດ 3.5 mm ເຮັດບໍ່ມີຮູສຽບອີກຕໍ່ໄປແລ້ວ ແລະ ຖ້າທ່ານຕ້ອງການໃຊ້ຫູຟັງ ຫຼື Headphone ກໍຈະຕ້ອງໃຊ້ Adapter ສຽບ
4. Apple Watch – waterproof + GPS ສຳຫຼັບ Apple Watch ລຸ້ນໃໝ່ ຈະໄດ້ຮັບການພັດທະນາໃຫ້ເຮັດວຽກເໝືອນກັບໂມງແທ້ໆ ແລະ ມີຄວາມທົນທານຫຼາຍຂຶ້ນ ສາມາດຈຸ່ມລົງໄປໃນນໍ້າໄດ້ ບໍ່ແມ່ນແຕ່ພຽງໃສອາບນໍ້າ ຫຼື ຢ່າງຕາກຝົນເທົ່ານັ້ນ ນອກຈາກນີ້ ຍັງໄດ້ຕິດຕັ້ງ GPS ເຊິ່ງເປັນຄຸນສົມບັດທີ່ Motorola 360 Sport ໄດ້ ໃຊ້ແລ້ວ ໃນຊ່ວງເດືອນກຸມພາທີ່ຜ່ານມາ
5. Raise to Wake ທ່ານສາມາດເບິ່ງໜ້າຈໍທີ່ຕິດ Lock screen ໄດ້ ໂດຍບໍ່ຕ້ອງກົດປຸ່ມ Home ແທ້ໆແລ້ວ ຄຸນສົມບັດນີ້ ມີໃນ Andriod 2014 Lollipop edition function Raise to Wake ນີ້ຈະເຮັດໃຫ້ສາມາດເຊັກການແຈ້ງເຕືອນຕ່າງໆ ເຖິງຈໍພາບໄດ້ໂດຍບໍ່ຕ້ອງກົດປຸ່ມໃດໆ
6. Apple Maps ຜຸ້ໃຊ້ Android ສາມາດເຂົ້າເຖິງຂໍ້ມູນການຈໍລະຈອນ ແລະ ແຜນທີ່ສະຖານທີ່ຕ່າງໆ ໄດ້ມາເປັນປີແລ້ວ ແລະ ຕອນນີ້ iPhone ສາມາດເຮັດໄດ້ດ້ວຍຄວາມຮ່ວມມືຂອງບຸກຄົນທີ 3 ໄດ້ດີ
7. Photos app ຫຼື App ສຳຫຼັບການຖ່າຍພາບປີ່ການ Google ເປີດບໍລິການ App ຖ່າຍພາບທີ່ເອີ້ນວ່າ Facial recognition ເຊິ່ງສາມາດບອກໄດ້ຮອດໜ້າແມວ, ໜ້າໝາ ແລະ ຕອນນີ້ Ios 10 ກໍສາມາດເຮັດໄດ້ດ້ວຍເຊັ່ນກັນ