“ສິດທິກອນ ສໍພາບມີໄຊ” ຄວ້າຫຼຽນຄຳ ເທຄວັນໂດ ມາເລເຊຍ ໂອເພັນ 2019

ທ້າວ ສິດທິກອນ ສໍພາບມີໄຊ ນັກກີລາເທຄວັນໂດດາວຮຸ່ງທີມຊາດລາວ ປະເພດຕໍ່ສູ້ປ້ອງກັນຕົວ ຮຸ່ນນໍ້າໜັກ 68 ກິໂລກຣາມ ສາມາດແຈ້ງເກີດໃຫ້ກັບຕົນເອງດ້ວຍການຄວ້າຫຼຽນຄຳ. ສ່ວນທ້າວ ພູວິໄລ ຍົມມະລາດ ຄວ້າຫຼຽນທອງ ຮຸ່ນນໍ້າໜັກ 58 ກິໂລກຣາມ ໃນການແຂ່ງຂັນກີລາເທຄວັນໂດ ມາເລເຊຍ ໂອເພັນ 2019 ໂດຍມີນັກກີລາຈາກ 23 ປະເທດ ໃນທົ່ວໂລກເຂົ້າຮ່ວມແຂ່ງຂັນ. ຂະນະທີ່ສະຫະພັນເທຄວັນໂດແຫ່ງຊາດລາວ ຈະສືບຕໍ່ສົ່ງທັບນັກກີລາຮ່ວມ ລາຍການ ຫວຽດນາມ ໂອເພັນ 2019 ທີ່ຈະຈັດຂຶ້ນ ຕົ້ນເດືອນສິງຫານີ້.
ຕາມການລາຍງານຂອງ ທ່ານ ຈັນທະວົງ ປັນຍາສິລິ ເລຂາທິການສະຫະພັນທເຄວັນໂດແຫ່ງຊາດລາວ ແຈ້ງໃຫ້ຮູ້ວ່າ: ເມື່ອລະຫວ່າງວັນທີ 20-21 ກໍລະກົດ ຜ່ານມາ ສະຫະພັນເທຄວັນໂດແຫ່ງຊາດລາວ ໄດ້ສົ່ງນັກກີລາເທຄວັນໂດດາວຮຸ່ງທີມຊາດລາວ 2 ຄົນ ປະເພດຕໍ່ສູ້ປ້ອງກັນຕົວ ກໍຄື ທ້າວ ສິດທິກອນ ສໍພາບມີໄຊ ຮຸ່ນນໍ້າໜັກ 68 ກິໂລກຣາມ ແລະ ທ້າວ ພູວິໄລ ຍົມມະລາດ ຮຸ່ນນໍ້າໜັກ 58 ກິໂລກຣາມ ເຂົ້າຮ່ວມການແຂ່ງຂັນກີລາເທຄວັນໂດ ມາເລເຊຍ ໂອເພັນ 2019 ໂດຍມີນັກກີລາຈາກ 23 ປະເທດ ໃນທົ່ວໂລກເຂົ້າຮ່ວມຊີງໄຊລາຍການດັ່ງກ່າວ ແລະ ນັກກີລາຂອງພວກເຮົາກໍເຮັດໃຫ້ບໍ່ຜິດຫວັງ ສາມາດສ້າງຜົນງານໄດ້ຕາມຄາດໝາຍ ສາມາດຍາດມາໄດ້ 1 ຫຼຽນຄຳ ຈາກທ້າວ ສິດທິກອນ ສໍພາບມີໄຊ ແລະ 1 ຫຼຽນທອງ ຈາກທ້າວ ພູວິໄລ ຍົມມະລາດ ໂດຍລວມແລ້ວ ກໍຢາກຈະສົ່ງນັກກີລາໄປຫຼາຍຄົນ ແຕ່ຍ້ອນສະພາບຄວາມເປັນຈິງ ງົບປະມານມີຈຳກັດ ຈຶ່ງໄດ້ສົ່ງນັກກີລາພຽງ 2 ຄົນນີ້ ເຂົ້າຮ່ວມແຂ່ງຂັນ.
ເຖິງຢ່າງໃດກໍດີ, ເພື່ອເປັນການກະກຽມຄວາມພ້ອມ ນຳພານັກກີລາສ້າງຜົນງານສຳເລັດໃນການເຂົ້າຮ່ວມງານມະຫາກຳກີລາຊີເກມ ຄັ້ງທີ 30 ທີ່ປະເທດຟິລິບປິນ ເປັນເຈົ້າພາບ ໃນທ້າຍປີນີ້ ພວກເຮົາຈະສືບຕໍ່ສົ່ງນັກກີລາອອກເຄື່ອນໄຫວນອກປະເທດເຂົ້າຮ່ວມການແຂ່ງຂັນລາຍການຕ່າງໆຕື່ມອີກ ໂດຍສະເພາະໃນຕົ້ນເດືອນສິງຫານີ້ ຈະສົ່ງທັບນັກກີລາ 6 ຄົນ, ຍິງ 3 ຄົນ ປະເພດຕໍ່ສູ້ປ້ອງກັນຕົວ ຮ່ວມລາຍການ ຫວຽດນາມ ໂອເພັນ 2019 ທີ່ແຂວງດານັງ ສສ ຫວຽດນາມ ເປັນເຈົ້າພາບ. ຈາກນັ້ນ ໃນເດືອນຕຸລາ 2019 ຈະສົ່ງນັກກີລາເຂົ້າຮ່ວມແຂ່ງຂັນ ລາຍການ ສປ ຈີນ ໂອເພັນ ຕື່ມອີກ. ຫຼັງຈາກນັ້ນ, ມໍ່ໆເຂົ້າຮ່ວມງານກີລາຊີເກມ ທີ່ຟິລິບປິນ ກໍຈະຮຽກຕົວນັກກີລາຊຸດຄັດເລືອກທີມຊາດ ຈຳນວນ 10 ຄົນ, ຍິງ 3 ຄົນ ມາເກັບຕົວຝຶກຊ້ອມ ທີ່ສະໂມສອນກີລາໃນຮົ່ມບູຢອງ ວິທະຍາເຂດດົງໂດກ ແລ້ວຈະມີການປະກາດລາຍຊື່ເຂົາເຈົ້າຢ່າງເປັນທາງການ.
ການແຂ່ງຂັນກີລາເທຄວັນໂດ ງານກີລາຊີເກມ ທີ່ປະເທດຟິລິບປິນ ໃນທ້າຍປີນີ້ ເຈົ້າພາບ ກຳນົດໃຫ້ມີການຊີງໄຊ 23 ລາຍການ, ໃນນັ້ນ ປະເພດຕໍ່ສູ້ປ້ອງກັນຕົວມີ 16 ລາຍການ, ຍິງ 8 ລາຍການ. ສ່ວນປະເພດຟ້ອນປຸ້ມເຊ້ ມີ 7 ລາຍການ ປະກອບມີ ປະເພດດ່ຽວຍິງ-ຊາຍ, ຄູ່ຍິງ-ຊາຍ, ທີມຊຸດຍິງ-ຊາຍ ແລະ ປະເພດທີມຟຣີສະຕາຍ ຟ້ອນ 6 ຄົນ.
(ສົງການ)