ສົ່ງແຮງໃຈເຊຍສາວລາວ! ຮ່ວມໂຫວດ "ຕູ່ຕູ່" ໃນການປະກວດ Miss Friendship International 2019

ການປະກວດ Miss Friendship International 2019 ຮອບຕັດສິນ ຈະມີຂຶ້ນໃນວັນທີ 27 ກໍລະກົດ 2019 ນີ້ ເຊິ່ງເຮົາຈະໄດ້ຮູ້ກັນວ່າໃຜຈະໄດ້ເປັນຜູ້ຄອງມຸງກຸດໃນການປະກວດດັ່ງກ່າວນີ້.
ສຳລັບປະເທດລາວ ໄດ້ສົ່ງ "ຕູ່ຕູ່ - ໄຜ່ທິດາ ໂພທິສານ" ເປັນຕົວແທນປະເທດຮ່ວມປະກວດເວທີດັ່ງກ່າວນີ້ ເຊິ່ງສາວລາວເຮົາ ໄດ້ເດີນທາງຮອດເມືອງ ເສິນຕູ່ ຕັ້ງແຕ່ອາທິດກ່ອນ ເພື່ອຮ່ວມເກັບຕົວກ່ອນການປະກວດ.
ພ້ອມນີ້ ທາງກອງປະກວດຍັງໄດ້ເປີດໃຫ້ມີການໂຫວດລົງຄະແນນໃຫ້ຜູ້ເຂົ້າປະກວດຜ່ານທາງອອນລາຍ ເພື່ອໃຫ້ແຟນນາງງາມສະແດງການສະໜັບສະໜຸນຜູ້ເຂົ້າປະກວດຄົນທີ່ຕົນເອງມັກ.
ສາມາດຮ່ວມໂຫວດເປັນກຳລັງໃຈໃຫ້ຕູ່ຕູ່ ໄດ້ທີ່ https://pageantvote.asia/pageants/20/contestants/800 ເຊິ່ງສາມາດໂຫວດໄດ້ຈົນຮອດວັນທີ 26 ກໍລະກົດ 2019 ເວລາ 23:00 ໂມງ.
ສຳລັບການປະກວດ Miss Friendship International 2019 ນີ້ ຈັດຂຶ້ນທີ່ເມືອງ ເສິນຕູ່ ປະເທດຈີນ ໂດຍມີສາວງາມຈາກທົ່ວໂລກ 40 ຄົນເຂົ້າຮ່ວມປະກວດ.