ນັກວິທະຍາສາດຈີນໄຂປິດສະໜາ ວັດຄວາມເລິກຂອງທະເລສາບຕີເບດ ຕົ້ນນໍ້າສຳຄັນແຫ່ງເອເຊຍ

ນັກວິທະຍາສາດຈີນຈີນລຸຍໜ້າໄຂປິດສະໜາ "ທະເລສາບຢຳດຣົກ" ສຳຫຼວດ ແລະ ວັດລະດັບຄວາມເລິກຂອງທະເລສາບໃນຕີເບດ ແຫຼ່ງຕົ້ນນ້ຳແມ່ນ້ຳສຳຄັນຂອງພາກພື້ນເອເຊຍ.
ສຳນັກຂ່າວຊິນຫົວຂອງປະເທດຈີນລາຍງານວ່າ ເມື່ອວັນອັງຄານທີ່ຜ່ານມາ (23 ກໍລະກົດ 2019) ສະຖາບັນວິທະຍາສາດແຫ່ງຊາດຈີນ (CAS) ລາຍງານວ່າຂະນະນີ້ ກຸ່ມນັກວິທະຍາສາດຊາວຈີນກຳລັງດຳເນີນການສຳຫຼວດເພື່ອວັດຄວາມເລິກຂອງທະເລສາບຂະໜາດໃຫຍ່ແຫ່ງໜຶ່ງໃນເຂດປົກຄອງຕົນເອງຕີເບດ ທາງຕາເວັນຕົກສຽງໃຕ້ຂອງຈີນ.
ທະເລສາບຢຳດຣົກ (Yamdrok Lake) ມີພື້ນທີ່ປະມານ 590 ຕາກິໂລແມັດ ຕັ້ງຢູ່ໃນເຂດລັ່ງຂາຈື່ ເມືອງຊານໜານ ຫ່າງຈາກເມືອງລາຊາ ເມືອງເອກຂອງເຂດປົກຄອງຕົນເອງຕີເບດ ປະມານ 70 ກິໂລແມັດ ເປັນໜຶ່ງໃນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມທີ່ສຸດໃນຕີເບດ ພ້ອມທັງຍັງເປັນ 1 ໃນ 3 ທະເລສາບອັນສັກສິດຂອງຕີເບດ ນອກຈາກທະເລສາບໜ້າມູ່ຊົ່ວ (Namtso) ແລະ ທະເລສາບມານາຊາໂຣວາ(Manasarovar).
ໂດຍການສຳຫຼວດເທື່ອນີ້ເປັນສ່ວນໜຶ່ງຂອງການສຳຫຼວດທາງວິທະຍາສາດຮອບດ້ານເທື່ອທີ 2 ເທິງພູພຽງຊິງໄຫ່-ຕີເບດຂອງຈີນ ຊຶ່ງເລີ່ມຂຶ້ນເມື່ອເດືອນມິຖຸນາ 2017 ແລະ ເທື່ອນີ້ເປັນເທື່ອທຳອິດທີ່ຄະນະນັກວິທະຍາສາດດຳເນີນການວັດຄວາມເລິກຂອງທະເລສາບແຫ່ງນີ້ໂດຍຮອບດ້ານ.
ການສຳຫຼວດຊຶ່ງຍາວນານ 5-10 ປີ ຈະດຳເນີນການສຶກສາໂດຍເນັ້ນສຶກສາສາຍທານນ້ຳແຂງ, ຄວາມຫຼາກຫຼາຍທາງຊີວະພາບ ແລະຄວາມປ່ຽນແປງທາງລະບົບນິເວດຂອງພູພຽງ ແລະ ຈະເຝົ້າຕິດຕາມສະພາບອາກາດໃນພາກພື້ນ.
ການສຳຫຼວດພູພຽງທາງວິທະຍາສາດຮອບດ້ານເທື່ອທຳອິດເກີດຂຶ້ນເມື່ອທົດສະວັດ 1970 ແລະ ກວມເອົາການສຶກສາໃນສາຂາຕ່າງໆ ຫຼາຍກວ່າ 50 ສາຂາ ເຊັ່ນ: ທໍລະນີວິທະຍາໂຄງສ້າງ, ບັບພະຊີວິນວິທະຍາ, ທໍລະນີຟິຊິກ, ພູມອາກາດວິທະຍາ, ສັດຕະວະວິທະຍາ ແລະ ພຶກສາສາດ.
ບໍລິເວນພູພຽງຊິງໄຫ່-ຕີເບດໄດ້ຮັບການຂະໜານນາມວ່າເປັນ “ຫໍເກັບນ້ຳແຫ່ງເອເຊຍ” ເພາະເປັນແຫຼ່ງຕົ້ນນ້ຳຂອງແມ່ນ້ຳຫຼາຍສຳຄັນຫຼາຍສາຍ ເຊັ່ນ: ແມ່ນ້ຳແຢງຊີ, ແມ່ນ້ຳເຫຼືອງ ແລະ ແມ່ນ້ຳຂອງ ເປັນຕົ້ນ. ເນື່ອງຈາກໃນປັດຈຸບັນຊັບພະຍາກອນນ້ຳເທິງພູພຽງສ່ຽງຕໍ່ອິດທິພົນຂອງການປ່ຽນແປງສະພາບພູມອາກາດ ຈຶ່ງເປັນເລື່ອງສຳຄັນທີ່ຕ້ອງຫາແຫຼ່ງກັກເກັບນ້ຳຂອງສາຍທານນ້ຳແຂງ, ທະເລສາບ ແລະນ້ຳຂອງແມ່ນ້ຳສາຍຕ່າງໆ.
ຂໍຂອບໃຈ
ຂໍ້ມູນ : China Xinhua News via sanook!