ລໍ້າສະໄໝ! "ຜ້າປູຕຽງຝັງໄມໂຄຣຊິບ" ເຮັດໃຫ້ຮູ້ວ່າມີການຊັກຄັ້ງສຸດທ້າຍເມື່ອໃດ

ຈີນເປີດໂຕລະບົບລໍ້າສະໄໝທີ່ບອກໃຫ້ຮູ້ວ່າຜ້າປູຕຽງຖືກຊັກເທື່ອສຸດທ້າຍເມື່ອໃດ? ເພື່ອຊ່ວຍໃຫ້ນັກເດີນທາງທີ່ເມື່ອຍລ້າໄດ້ເບົາໃຈ.
ຮ້ານບໍລິການຊັກຮີດໃນເມືອງອູ໋ຮັ່ນໃນພາກກາງຂອງຈີນ ໃຊ້ວິທີການຕິດໄມໂຄຣຊິບ (microchip) ລົງໃນຜ້າປູບ່ອນນອນ, ຜ້າເຊັດໂຕ ແລະ ຜ້າຫົ່ມ ເຊິ່ງລູກຄ້າສາມາດໃຊ້ໂທລະສັບມືຖືອ່ານເບິ່ງວັນທີຜ້າເຫຼົ່ານັ້ນຖືກຊັກເປັນເທື່ອສຸດທ້າຍໄດ້.
ສຳນັກຂ່າວຊິນຫວາລາຍງານວ່າ ຊິບດັ່ງກ່າວຈະຖືກຕິດໄວ້ທີ່ມຸມໜຶ່ງຂອງຜະລິດຕະພັນຕ່າງໆ ທີ່ສົ່ງໄປຊັກທີ່ຮ້ານຊັກຮີດ Wuhan Kunteng Laundry ເຊິ່ງເປັນຜູ້ໃຫ້ບໍລິການຊັກຮີດແກ່ໂຮງແຮມ ແລະ ຫໍພັກຫຼາຍໆ ແຫ່ງຂອງເມືອງ.
ຊິບແຕ່ລະໂຕມີລະຫັດ QR ທີ່ສາມາດສະແກນໄດ້ດ້ວຍໂທລະສັບມືຖື ສາມາດກັນນ້ຳໄດ້ ແລະ ທົນຕໍ່ອຸນຫະພູມສູງ. ດັ່ງນັ້ນຊິບເຫຼົ່ານີ້ຈະຍັງໃຊ້ການໄດ້ ເຖິງວ່າຈະຜ່ານການຊັກຮີດຫຼາຍເທື່ອຫຼາຍຫົນກໍຕາມ.
ເມືອງອູ໋ຮັ່ນມີປະຊາກອນຫຼາຍກວ່າ 10 ລ້ານຄົນ ແລະ ເປັນທີ່ນິຍົມຂອງນັກທ່ອງທ່ຽວ ເນື່ອງຈາກເປັນເມືອງທີ່ມີບົດບາດສຳຄັນໃນເລື່ອງຂອງປະຫວັດສາດຈີນ. ນອກຈາກນີ້ຍັງເຮັດໜ້າທີ່ເປັນສູນກາງທາງການຂົນສົ່ງທີ່ສຳຄັນພາຍໃນປະເທດຈີນອີກດ້ວຍ.
ນະວັດຕະກຳນີ້ເປັນກະແສໃໝ່ຂອງຄວາມກ້າວໜ້າທາງເຕັກໂນໂລຊີທີ່ກຳລັງແຜ່ຂະຫຍາຍໄປທົ່ວໂຮງແຮມຕ່າງໆໃນຈີນ.
ເມື່ອປີກ່ອນ, ກຸ່ມໂຮງແຮມ InterContinental ຮ່ວມມືກັບ Baidu ເຊິ່ງເປັນບໍລິສັດເຕັກໂນໂລຊີຈີນທີ່ມີຄວາມຊ່ຽວຊານດ້ານບໍລິການຄົ້ນຫາທາງອິນເຕີເນັດ ແລະ ປັນຍາປະດິດ ໃນການເປີດໂຕ “ຫ້ອງອັດສະລິຍະ” ຫຼື “Smart Rooms” ເຊິ່ງຮອງຮັບເຕັກໂນໂລຊີ AI ໃນປະເທດຈີນ.
ຄວາມກ້າວໜ້າດັ່ງກ່າວເລີ່ມຕົ້ນຂຶ້ນໃນໂຮງແຮມທຸລະກິດຂະໜາດໃຫຍ່ສອງແຫ່ງຂອງປະເທດ ຄື InterContinental Beijing Sanlitun ແລະ InterContinental Guangzhou ເຊິ່ງໄດ້ເປີດໂຕຫ້ອງສະຫວີດລະບົບ AI ຈຳນວນ 100 ຫ້ອງ.
ສ່ວນໂຮງແຮມອື່ນໆ ເຊັ່ນ ໂຮງແຮມ Hangzhou Marriott Hotel Qianjiang ແລະ ໂຮງແຮມ Sanya Marriott Hotel Dadonghai Bay ໄດ້ກາຍເປັນໂຮງແຮມລະດັບນານາຊາດແຫ່ງທຳອິດຂອງແມຣິອອດ ທີ່ໃຊ້ເຕັກໂນໂລຊີລະບົບຈື່ຈຳໃບໜ້າໃນການເຊັກອິນເຂົ້າພັກໃນໂຮງແຮມ.
ຂໍຂອບໃຈ
ຂໍ້ມູນ : VOA via sanook!