ນາຕາລີ ພັອດແມນ ກັບມາໃນບົດບາດ “ເທບສາຍຟ້າ ເວີຊັນຜູ້ຍິງ” ໃນ Thor: Love and Thunder

ນອກຈາກທີ່ງານ San Diego Comic-Con 2019 ທີ່ຫາກໍ່ຈັດໄປເມື່ອທ້າຍອາທິດທີ່ຜ່ານມາຈະເປັນທີ່ຈັບຕາເບິ່ງຂອງແຟນໆຮູບເງົາທົ່ວໂລກແລ້ວ, ອີກໜຶ່ງປະເດັນທີ່ສ້າງຄວາມຮືຮາໄດ້ບໍ່ນ້ອຍໜ້າເລີຍນັ້ນກໍຄື ນັກສະແດງສາວລະດັບຄຸນນະພາບ “ນາຕາລີ ພັອດແມນ” ທີ່ກຳລັງຈະຮັບບົດເປັນເທບສາຍຟ້າ ເວີຊັນຜູ້ຍິງໃນ Thor: Love and Thunder.
ນາຕາລີ ພັອດແມນ ນັ້ນເຄີຍຮັບບົດເປັນ ດຣ. ເຈນ ຟອສເຕີ ມາຕັ້ງແຕ່ Thor ພາກທຳອິດທີ່ອອກສາຍເມື່ອປີ 2011, ລວມໄປເຖິງ The Dark World ໃນອີກ 2 ປີຕໍ່ມາ, ແຕ່ວ່າກໍຫາຍໜ້າຫາຍຕາໄປຈາກ Ragnarok ໃນປີ 2017. ສຸດທ້າຍການກັບມາຂອງ ນາຕາລີ ກໍເຮັດໃຫ້ທຸກຄົນຕ້ອງຮ້ອງ ວ້າວ ໄປຕາມໆກັນ ເມື່ອນາງຈະໄດ້ຮັບບົດເປັນ ໄມຕີ ທໍ (Mighty Thor) ທີ່ສາມາດຍົກຄ້ອນໂຍເນຍຂອງ ທໍ ໄດ້. ຜູ້ກຳກັບ ໄທກາ ໄວຕິຕີ ນັ້ນອະທິບາຍວ່າ ໃນພາກ Love and Thunder ນີ້ຈະຢຶດໂຄງເລື່ອງມາຈາກປຶ້ມກາຕູນ Comic ໃນປີ 2014 ທີ່ ທໍ ສູນເສຍທັກສະຄວາມສາມາດ ແລະ ໄມຕີ ທໍ ນີ້ຈະເປັນຜູ້ມາສານຕໍ່ພະລັງຂອງເທບສາຍຟ້ານັ້ນເອງ.
ທັງນີ້, ນາຕາລີ ພັອດແມນ ເປັນນັກສະແດງສາວເຈົ້າບົດບາດ ທີ່ເຄີຍຄວ້າລາງວັນອອສກາມາຄອງໄດ້ແລ້ວຈາກຮູບເງົາເລື່ອງ Black Swan ໃນປີ 2011 ທີ່ສົ່ງໃຫ້ນາງຄວ້າລາງວັນລູກໂລກຄຳໃນປີດຽວກັນ ແລະ ສາຂາດຽວກັນ. ນອກຈາກນັ້ນ, ນາຕາລີ ຍັງມີການສະແດງອັນໜ້າຈື່ຈຳຈາກຮູບເງົາອີກຫຼາຍເລື່ອງ ເປັນຕົ້ນແມ່ນ Closer (2014) ທີ່ສົ່ງໃຫ້ນາງຄວ້າລາງວັນລູກໂລກຄຳສາຂານັກສະແດງສົມທົບຍິງດີເດັ່ນ, Jackie (2016), Brothers (2009) ເປັນຕົ້ນ.
ທັງນີ້ ສຳລັບ Thor: Love and Thunder ນັ້ນຍັງບໍ່ໄດ້ມີການເປີດເຜີຍລາຍລະອຽດອອກມາຫຼາຍ ແຕ່ທີ່ຢືນຢັນແລ້ວກໍຄື ຄຣິສ ເຮັມສ໌໌ເວີດ ກໍຍັງກັບມາຮັບບົດບາດ ທໍ ຄືເກົ່າ, ເຊັ່ນດຽວກັບ ເທສຊາ ທອມສັນ ທີ່ກໍຍັງຄົງສວມບົດບາດ “ວັລຄີຣີ” ແຕ່ສຳລັບອີກໜຶ່ງຂວັນໃຈຂອງແຟນໆເຊັ່ນ “ໂລກິ” ທີ່ຮັບບົດໂດຍ ທອມ ຮິດເດິລສ໌ຕັນ ຍັງບໍ່ມີການຢືນຢັນວ່າຈະໄດ້ເຫັນລາວຫຼືບໍ່ ເຊິ່ງ Thor: Love and Thunder ຈະມີຄິວເຂົ້າສາຍໃນທ້າຍປີ 2021.
ຂໍຂອບໃຈ
ຂໍ້ມູນ : Sanook