ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງເຊໂປນ ແຂວງສະຫວັນນະເຂດ ທຳລາຍຊີ້ນໝູທີ່ນຳເຂົ້າບໍ່ຖືກຕ້ອງ

ເພື່ອປະຕິບັດຕາມແຈ້ງການຂອງພະແນກກະສິກຳ ແລະ ປ່າໄມ້ແຂວງສະຫວັນນະເຂດ ໃນການເອົາໃຈໃສ່ສະກັດກັ້ນການນຳເຂົ້າຊີ້ນໝູ ທີ່ບໍ່ຖືກຕ້ອງ ດັ່ງນັ້ນເມື່ອບໍ່ດົນມານີ້ ທີ່ເດີ່ນຫ້ອງການກະສິກຳ ແລະ ປ່າໄມ້ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຈັດພິທີທຳລາຍຊີ້ນໝູ ທີ່ນຳເຂົ້າບໍ່ຖືກຕ້ອງຈຳນວນ 92 ກິໂລຣາມ ທີ່ເຈົ້າໜ້າທີ່ສັດຕະວະແພດ ກວດກາເຫັນ ມີການຊຸກເຊື່ອງມາໃນລົດໂດຍສານສອງແຖວ ແລ່ນເຊໂປນ-ແຊນແດນໝາຍເລກທະບຽນ 3509 ເຊິ່ງພົບເຫັນ ແລະ ຢຶດເອົາຊີ້ນໝູທີ່ນຳເຂົ້າມາບໍ່ຖືກຕ້ອງເຂດບ້ານນາລົມ ເມືອງເຊໂປນ ແຂວງສະຫວັນນະເຂດ.
ສະນັ້ນ ເພື່ອເປັນການສະກັດກັ້ນການລະບາດຂອງພະຍາດອະຫິວາໝູອາຟຣິກາ ທີ່ກຳລັງລະບາດຢູ່ພາກກາງຂອງ ສສ ຫວຽດນາມ ພະຍາດດັ່ງກ່າວບໍ່ສາມາດຮັກສາໄດ້ ແລະ ປິ້ນປົວໄດ້ ແລະ ມີອັດຕາການຕາຍສູງເຖິງ 90% ສະນັ້ນ, ຈຶ່ງໄດ້ຈັດພິທີທຳລາຍຖິ້ມດ້ວຍການເຝົາ ຫຼື ຝັງ ຕາມເຕັກນິກວິຊາການ ພ້ອມທັງກ່າວເຕືອນ ແລະ ເຮັດບົດບັນທຶກຢຶດສິ້ນສ່ວນດັ່ງກ່າວ ແລະ ຢາກຝາກເຕືອນມາຍັງພໍ່ແມ່ປະຊາຊົນຈົ່ງເອົາໃຈໃສ່ກ່ອນຈະຊື້ເຄື່ອງບໍລິໂພກຕ່າງໆ ເພື່ອຫຼີກເວັ້ນບັນຫາຕໍ່ສຸຂະພາບຂອງບັນດາທ່ານທີ່ຈະຕາມມາ.
ຂໍຂອບໃຈ
ຂໍ້ມູນ : ຖວທ ເມືອງເຊໂປນ