"ເທິ ຢູ່ນາ" ພາໄຂຄວາມຂ້ອງໃຈ ປະເດັນຫ້າມຫຼິ້ນດົນຕີໂຟກຊອງສຽງດັງກາງແຈ້ງ ຢູ່ສະຫວັນນະເຂດ

ປະເດັນເລື່ອງມາດຕະການ ໃຫ້ຢຸດຕິການບໍລິການການສະແດງກາງແຈ້ງ ຢູ່ຮ້ານອາຫານ, ຮ້ານບັນເທີງ, ຮ້ານກິນດື່ມ-ປີ້ງແກ້ມ ຢູ່ແຂວງສະຫວັນນະເຂດ ໄດ້ກາຍເປັນປະເດັນທີ່ຊາວເນັດກ່າວເຖິງ ແລະ ວິພາກວິຈານເປັນຈຳນວນຫຼາຍ ເຊິ່ງເນື້ອໃນບາງສ່ວນຂອງແຈ້ງການ ມີການຫ້າມບໍ່ໃຫ້ເສບໂຟກຊອງ ແລະ ການເສບດົນຕີທຸກປະເພດ ຢູ່ຮ້ານອາຫານ, ຮ້ານກິນດື່ມ-ປີ້ງແກ້ມ ທີ່ນຳມາເປັນປະເດັນວ່າ ຈະເປັນການເຮັດໃຫ້ຜູ້ທີ່ເຮັດອາຊີບເປັນນັກດົນຕີບໍ່ມີວຽກເຮັດງານທຳ.
>> ສະຫວັນນະເຂດແຈ້ງ ຮ້ານບັນເທີງ-ຮ້ານອາຫານ ໃຫ້ຢຸດຕິ "ການສະແດງກາງແຈ້ງ" ທຸກປະເພດ
ຕໍ່ກັບປະເດັນດັ່ງກ່າວ ທາງດ້ານ ເທິ ຢູ່ນາ ເຈົ້າຂອງເຟສບຸກເພຈ Una Studio - ຢູ່ນາສະຕູດິໂອ ກໍໄດ້ອອກມາກ່າວໄຂຄວາມກະຈ່າງແຈ້ງກ່ຽວກັບແຈ້ງການດັ່ງກ່າວ ເຖິງທີ່ໄປທີ່ມາວ່າເປັນມາແນວໃດ.
ເນື້ອໃນໃຈຄວາມຂອງຄລິບດັ່ງກ່າວ ໄດ້ອະທິບາຍເຖິງທີ່ໄປທີ່ມາຂອງແຈ້ງການດັ່ງກ່າວ ເຊິ່ງອອກມາທຳອິດໃນເດືອນພຶດສະພາ 2019 ທີ່ຜ່ານມາ ໂດຍອ້າງອີງຈາກບັນດານິຕິກຳຕ່າງໆທີ່ອອກມາແລ້ວກ່ອນໜ້ານີ້ ເຊັ່ນ: ດຳລັດວ່າດ້ວຍການບັນເທີງ ແລະ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງທຸລະກິດພັດຕາຄານ, ຮ້ານອາຫານ, ສວນອາຫານ ແລະ ຮ້ານກິນດື່ມ ປີ 2007 ເປັນຕົ້ນ ແລະ ສະຫັວນນະເຂດເປັນແຂວງທຳອິດໃນລາວທີ່ຈັດຕັ້ງປະຕິບັດຕາມນິຕິກຳຕ່າງໆເຫຼົ່ານັ້ນ ຢ່າງເດັດຂາດ.
ບັນດານິຕິກຳທີ່ກ່າວມານີ້ ລ້ວນແລ້ວແຕ່ກຳນົດກ່ຽວກັບມາດຖານຂອງທຸລະກິດຕ່າງໆທີ່ກ່ຽວຂ້ອງ ໂດຍສະເພາະເລື່ອງຂອງສຽງ ທີ່ຕ້ອງຮັບປະກັນບໍ່ໃຫ້ດັງຈົນເກີນໄປ ແລະ ບໍ່ລົບກວນຜູ້ອື່ນທີ່ອາໄສຢູ່ໃນບໍລິເວນໃກ້ຄຽງ.
ເທິ ຢູ່ນາ ກ່າວໃນຄລິບດັ່ງກ່າວວ່າ ທາງພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງສະຫວັນນະເຂດ ໄດ້ອອກແຈ້ງການດັ່ງກ່າວນີ້ ຕັ້ງແຕ່ເດືອນພຶດສະພາທີ່ຜ່ານມາ ແລະ ມີການລົງເຜີຍແຜ່ໃຫ້ແກ່ທຸລະກິດທີ່ກ່ຽວຂ້ອງຮັບຮູ້ ພ້ອມທັງໄດ້ສະເໜີສິ່ງທີ່ຕ້ອງໄດ້ປັບປຸງໃຫ້ທຸລະກິດທີ່ກ່ຽວຂ້ອງຮັບຮູ້ ແລະ ປັບປຸງພາຍໃນ 2 ເດືອນ ພ້ອມທັງມີການລົງລາຍເຊັນເປັນລາຍລັກອັກສອນ.
ສ່ວນປະເດັນທີ່ມີການດຣາມາໃນໂລກອອນລາຍ ເທິ ຢູ່ນາ ລະບຸວ່າ ເກີດຂຶ້ນຍ້ອນນັກດົນຕີບາງສ່ວນທີ່ບໍ່ໄດ້ອ່ານແຈ້ງການດັ່ງກ່າວຢ່າງລະອຽດ ແລະ ບໍ່ເຂົ້າໃຈ ຈຶ່ງພາໃຫ້ມີການວິພາກວິຈານວ່າ ແຈ້ງການດັ່ງກ່າວເປັນການປິດຊ່ອງທາງຫາກິນຂອງຕົນເອງ.
ພ້ອມນີ້ ເທິຢູ່ນາ ຍັງສະແດງຄວາມເຫັນຕື່ມວ່າ ຢາກໃຫ້ເຂົ້າໃຈແຈ້ງການດັ່ງກ່າວນີ້ ແລະ ກ່າວຕື່ມວ່າ ແຈ້ງການສະບັບນີ້ຈະເປັນສິ່ງທີ່ພິສູດວ່າ ຜູ້ປະກອບການຮ້ານໃດ ມີຈິດໃຈຢາກສົ່ງເສີມສິລະປິນແທ້ໆ ເຊິ່ງມັນສະແດງອອກບ່ອນວ່າ ຜູ້ປະກອບການເອົາໃຈໃສ່ປັບປຸງຮ້ານຂອງຕົນຕາມແຈ້ງການ ຫຼື ບໍ່ ເພື່ອໃຫ້ສາມາດດຳເນີນກິດຈະການ ແລະ ໃຫ້ນັກດົນຕີຂອງຕົນສາມາດຫຼິ້ນຕໍ່ໄດ້ຢ່າງຖືກຕ້ອງຕາມທີ່ລະບຽບກົດໝາຍກຳນົດໄວ້.
ຂໍຂອບໃຈ
ວີດີໂອ : Una Studio - ຢູ່ນາສະຕູດິໂອ