ໄຂ້ຍຸງລາຍ ອາການຂອງໄຂ້ຍຸງລາຍ ໄພງຽບທີ່ເຮັດໃຫ້ມີຜູ້ປ່ວຍ ແລະ ເສຍຊີວິດເປັນຈຳນວນຫຼາຍໃນແຕ່ລະປີ

ໄຂ້ຍຸງລາຍ ບາງຄົນຍ່າງເຂົ້າໂຮງໝໍໄປນອນຮັກສາງ່າຍໆ ບໍ່ເທ່ົາໃດມື້ກໍກັບບ້ານ ແຕ່ບາງຄົນສາມາດມີອາການໜັກຈົນເຖິງຂັ້ນເຂົ້າຫ້ອງສຸກເສີນ ໃຫ້ເລືອດ, ໃຫ້ນ້ຳເກືອ ຫາກຮ່າງກາຍອ່ອນແອຈົນບໍ່ສາມາດຕ້ານທານໄຫວ ຫຼື ເຂົ້າສູ່ພາວະຕິດເຊື້ອໃນກະແສເລືອດ ກໍອາດເສຍຊີວິດພາຍໃນເວລາບໍ່ເທົ່າໃດມື້ໄດ້ເຊັ່ນກັນ.
ປັດຈຸບັນໄຂ້ຍຸງລາຍກຳລັງເປັນບັນຫາດ້ານສາທາລະນະສຸກ ແລະ ການແພດຂອງລາວ ເພາະແຕ່ລະປີມີຜູ້ປ່ວຍຈາກທຸກພາກເປັນຈຳນວນຫຼາຍ ແລະ ພະຍາດນີ້ມັກລະບາດຫຼາຍໃນລະດູຝົນເພາະມີຍຸງລາຍຫຼາຍ.
ໄຂ້ຍຸງລາຍ ຄື ເກີດຈາກການຕິດເຊື້ອໄວຣັວເດັງກີຊຶ່ງເປັນໄວຣັສຊະນິດໜຶ່ງ ມີຍຸງລາຍເປັນພາຫະນຳພະຍາດ ກ່າວຄື ຍຸງລາຍຈະກັດຄົົນທີ່ເປັນພະຍາດໄຂ້ຍຸງລາຍກ່ອນແລ້ວຈຶ່ງໄປກັດຄົົນທີ່ຢູ່ໃກ້ຄຽງກໍຈະເປັນການແພ່ເຊື້ອໃຫ້ຄົນອື່ນໆຕໍ່ໄປ.
ການຕິດຕໍ່ຂອງພະຍາດໄຂ້ຍຸງລາຍ
ພະຍາດໄຂ້ຍຸງລາຍ ມັກຕິດຕໍ່ຈາກຄົນໄປສູ່ຄົນ ຊຶ່ງມີຍຸງລາຍເປັນພາຫະທີ່ສຳຄັນ (Aedes aegypt) ໂດຍຍຸງໂຕແມ່ຈະກັດ ແລະ ດູດເລືອດຂອງຜູ້ປ່ວຍທີ່ມີເຊື້ອໄວຣັສເດງກີ. ຈາກນັ້ນເຊື້ອຈະເຂົ້າໄປຟັກໂຕ ແລະ ເພີ່ມຈຳນວນໃນໂຕຍຸງລາຍ ເຮັດໃຫ້ມີເຊື້ອໄວຣັສຢູ່ໃນໂຕຂອງຍຸງຕະຫຼອດໄລຍະເວລາຂອງມັນປະມານ 1 - 2 ເດືອນ ແລ້ວຖ່າຍທອດເຊື້ອໄປສູ່ຄົົນທີ່ຖືກກັດໄດ້. ຍຸງລາຍເປັນຍຸງທີ່ອາໄສຢູ່ໃນບໍລິເວນບ້ານເຮືອນ, ມັກອອກກັດເວລາກາງເວັນ, ມີແຫຼ່ງເພາະພັນ ຄື ນ້ຳນິ້ງທີ່ຂັງຢູ່ໃນພາຊະນະເກັບນ້ຳຕ່າງໆ ເຊັ່ນ: ໂອ່ງນໍ້າ, ໂຖດອກໄມ້, ຖ້ວຍຮອງຂາຕູ້, ຈານ, ຊາມ, ກະປ໋ອງ, ໝໍ້, ຢາງລົດ ຫຼື ກະຖາງດອກໄມ້ ເປັນຕົ້ນ.
ພະຍາດໄຂ້ຍຸງລາຍ ພົບຫຼາຍໃນລະດູຝົນ ເນື່ອງຈາກໃນລະດູນີ້ເດັກນ້ອຍມັກຈະຢູ່ເຮືອນຫຼາຍກວ່າລະດູອື່ນໆ ພ້ອມທັງຍຸງລາຍຍັງມີການແພ່ພັນຫຼາຍໃນລະດູຝົນ ຊຶ່ງໃນເມືອງໃຫຍ່ໆ ເຊັ່ນ: ນະຄອນຫຼວງວຽງຈັນ ອາດພົບພະຍາດໄຂ້ຍຸງລາຍນີ້ໄດ້ຕະຫຼອດປີ.
ໄຂ້ຍຸງລາຍ ອັນຕະລາຍເຖິງຊີວິດ
ຜູ້ປ່ວຍບາງລາຍພຽງແຕ່ມີອາການໄຂ້ຂຶ້ນສູງ ພໍໄຂ້ຫຼຸດກໍກັບບ້ານໄດ້ເລີຍ ແຕ່ຜູ້ປ່ວຍບາງລາຍອາການໜັກ ທັງນີ້ຂຶ້ນຢູ່ເຊື້ອທີ່ໄດ້ຮັບ ແລະ ພູມຕ້ານທານພະຍາດຂອງຕົວຜູ້ປ່ວຍເອງ ຈຶ່ງເຮັດໃຫ້ຄວາມຮຸນແຮງຂອງອາການໄຂ້ຍຸງລາຍໃນແຕ່ລະຄົນບໍ່ເທົ່າກັນ.
ໄລຍະທີ່ອັນຕະລາຍທີ່ສຸດ ຂອງພະຍາດໄຂ້ຍຸງລາຍ
ໃນໄລຍະທີ່ຮັກສາຕົວຈົນໄຂ້ຫຼຸດ ພາຍໃນ 48 ຊົ່ວໂມງ ຜູ້ປ່ວຍທີ່ມີອາການໜັກອາດເກີດອາການຊັອກ ຫຼື ເລືອດອອກຕາມຮ່າງກາຍ ຊຶ່ງສາເຫດຈາກການເສຍຊີວິດໃນພະຍາດນີ້ກໍມາຈາກອາການຊັອກ, ຮ່າງກາຍຂາດນ້ຳຢ່າງຮຸນແຮງ (ເຖິງວ່າເຮົາຈະບໍ່ເຫັນຜູ້ປ່ວຍມີອາການຂາດນ້ຳຈາກພາຍນອກແຕ່ຢ່າງໃດ), ນ້ຳໃນຫຼອດເລືອດຈະໄຫຼໄປຢູ່ໃນເນື້ອເຍື່ອຂ້າງຄຽງ, ຄວາມດັນເລືອດຫຼຸດລົງ ຈົນເກີດອາການຊັອກຕາມມາ ແຕ່ຫາກບໍ່ສະແດງອາການໃດໆ ກໍຈະຖືວ່າປອດໄພແລ້ວ.
ລັກສະນະຂອງຍຸງລາຍ
ຍຸງລາຍທີ່ເປັນພາຫະຂອງພະຍາດໄຂ້ຍຸງລາຍ ຄື: ຍຸງລາຍໂຕແມ່ ມີລັກສະນະເປັນລາຍສີຂາວສະຫຼັບດຳທີ່ທ້ອງ, ລຳຕົວ ແລະ ຂາ. ພົບຫຼາຍຕາມເຮືອນ ແລະ ໃນສວນ ອອກຫາກິນໃນເວລາກາງເວັນ ແລະ ຂະຫຍາຍພັນໂດຍວາງໄຂ່ໃນນ້ຳນິ້ງ ພົບເລື້ອຍຕາມພາຊະນະທີ່ມີນ້ຳຂັງ ເຊັ່ນ: ໂອ່ງນ້ຳ, ໂຖດອກໄມ້, ຈານຮອງຂາຕູ້ຂອງກິນ, ຢາງລົດເກົ່າ ແລະ ເສດວັດສະດຸອື່ນໆ ເປັນຕົ້ນ.
ອາການຂອງພະຍາດໄຂ້ຍຸງລາຍ ແບ່ງເປັນ 3 ໄລຍະໄດ້ແກ່:
ໄລຍະທີ 1 ໄລຍະໄຂ້ສູງ ຜູ້ປ່ວຍຈະມີໄຂ້ສູງເກີດຂຶ້ນກະທັນຫັນ ແລະ ໄຂ້ຈະສູງຕະຫຼອດເວລາຢູ່ປະມານ 2-7 ມື້, ກິນຢາຫຼຸດໄຂ້ ໄຂ້ມັກຈະບໍ່ຫຼຸດ, ໜ້າແດງ, ຕາແດງ, ປວດເມື່ອຍກ້າມຊີ້ນ, ປວດຫົວ, ຫິວນ້ຳ, ເບື່ອອາຫານ, ຮາກ, ຊຶມ, ບາງລາຍອາດປວດທ້ອງບໍລິເວນຊາຍໂຄງຂວາ ຫຼື ປວດທ້ອງທົ່ວໄປ ແລະ ອາດມີອາການຖ່າຍບໍ່ສະດວກ ຫຼື ຖ່າຍແຫຼວຮ່ວມນຳ. ສ່ວນຫຼາຍມັກບໍ່ມີອາການຄັດດັງ, ນ້ຳມູກໄຫຼ ຫຼື ໄອຫຼາຍ ແຕ່ບາງລາຍອາດມີອາການເຈັບຄໍ, ຄໍແດງ ແລະ ໄອເລັກນ້ອຍ. ປະມານວັນທີ 3 ອາດມີຜື່ນແດງ ບໍ່ຄັນ ຂຶ້ນຕາມແຂນຂາ ແລະ ລຳຕົວຢູ່ປະມານ 2-3 ມື້. ບາງລາຍອາດມີຈ້ຳຂຽວ ຫຼື ຈຸດເລືອດອອກເກີດຂຶ້ນ ຊຶ່ງມີລັກສະນະເປັນຈຸດສີແດງນ້ອຍໆ ຂຶ້ນຕາມໜ້າ, ແຂນຂາ, ຂີ້ແຮ້, ໃນຊ່ອງປາກ ແລະອາດພົບຕັບໃຫຍ່ກົດເຈັບເກີດຂຶ້ນໄດ້. ໃນໄລຍະນີ້ຖ້າມີອາການຮຸນແຮງຈະປາກົດອາການໄລຍະທີ 2 ຕໍ່ໄປ.
ໄລຍະທີ 2 ໄລຍະຊັອກ ແລະ ມີເລືອດອອກ ອາການມັກຈະເກີດໄລຍະວັນທີ 3 - 7 ຂອງພະຍາດຊຶ່ງຖືວ່າເປັນໄລຍະວິກິດ ໂດຍອາການໄຂ້ຈະຫຼຸດລົງຢ່າງວ່ອງໄວ ແຕ່ຜູ້ປ່ວຍມັກມີອາການຊຸດໜັກ ແລະ ມີພາວະຊັອກເກີດຂຶ້ນ ຄື: ກະວົນກະວາຍ, ເຫື່ອອອກ, ໂຕເຢັນ, ມືຕີນເຢັນ, ຍ່ຽວອອກໜ້ອຍ, ກຳມະຈອນເຕັ້ນເບົາແຕ່ໄວ, ຄວາມດັນເລືອດຕ່ຳ ແລະ ຊຶມ. ນອກຈາກນີ້ອາດມີເລືອດອອກຕາມຜິວໜັງ ຫຼື ມີຈ້ຳຂຽວເກີດຂຶ້ນ, ເລືອດດັງໄຫຼ, ຮາກ ແລະ ຖ່າຍໜັກເປັນເລືອດສົດໆ ຫຼື ເປັນສີກາເຟ. ໄລຍະນີ້ກິນເວລາປະມານ 24 – 48 ຊົ່ວໂມງ. ຖ້າບໍ່ໄດ້ຮັບການຮັກສາທີ່ທັນ ອາດອັນຕະລາຍເຖິງຊີວິດໄດ້. ແຕ່ຖ້າຜູ້ປ່ວຍສາມາດຜ່ານໄລຍະວິກິດນີ້ໄປໄດ້ກໍຈະເຂົ້າສູ່ໄລຍະທີ 3.
ໄລຍະທີ 3 ໄລຍະຟື້ນຕົວ ໃນລາຍທີ່ໄດ້ຮັບການຮັກສາຖືກຕ້ອງ ແລະ ທັນເວລາ ພາວະຊັອກບໍ່ຮຸນແຮງອາການຕ່າງໆຈະເລີ່ມດີຂຶ້ນ ແລະ ອາການທີ່ສະແດງວ່າຜູ້ປ່ວຍດີຂຶ້ນ ຄື: ເລີ່ມກິນອາຫານໄດ້, ລຸກນັ່ງໄດ້ ແລະ ຮ່າງກາຍຈະຄ່ອຍໆຟື້ນຕົວສູ່ສະພາບປົກກະຕິ. ໄລຍະນີ້ອາດກິນເວລາປະມານ 2-3 ມື້ ລວມໄລຍະເວລາຂອງພະຍາດໄຂ້ຍຸງລາຍທີ່ບໍ່ມີພາວະແຊກຊ້ອນປະມານ 7-10 ມື້.
ການປິ່ນປົວພະຍາດໄຂ້ຍຸງລາຍ
ການຮັກສາ ພະຍາດໄຂ້ຍຸງລາຍ ນັ້ນຍັງບໍ່ມີຢາຕ້ານເຊື້ອໄວຣັສທີ່ມີລິດສະເພາະຕົວສຳລັບກຳຈັດເຊື້ອໄວຣັສເດງກີ. ການຮັກສາຕາມອາການຈຶ່ງເປັນສິ່ງທີ່ສົມຄວນເຮັດຫຼາຍທີ່ສຸດ. ໃນຂັ້ນທຳອິດເມື່ອມີໄຂ້ສູງຈະໃຫ້ຢາປາຣາເຊຕາໂມນ ຫ້າມໃຫ້ໃຊ້ຢາແອສໄພຣິນຢ່າງເດັດຂາດ ເພາະຈະເຮັດໃຫ້ເລືອດອອກຮຸນແຮງຂຶ້ນ. ຫາກມີອາການປວດຮາກໃຫ້ໃຊ້ຢາແກ້ປວດຮາກ ແລະ ໃຫ້ດື່ມນ້ຳເກືອແຮ່ ຫຼື ນ້ຳໝາກໄມ້ເທື່ອລະນ້ອຍ ແຕ່ເລື້ອຍ. ລວມທັງສັງເກດອາການຢ່າງໃກ້ຊິດ ເພື່ອບໍ່ໃຫ້ເກີດພາວະຊັອກໄດ້ ຊຶ່ງພາວະຊັອກສ່ວນໃຫຍ່ມັກເກີດຂຶ້ນໃນໄລຍະທີ່ໄຂ້ຫຼຸດ. ຜູ້ປົກຄອງຄວນຮູ້ອາການ ໄດ້ແກ່: ອາການປວດທ້ອງ, ຍ່ຽວໜ້ອຍລົງ, ມີອາການກະວົນກະວາຍ ຫຼື ເຊື່ອງຊຶມ, ມືຕີນເຢັນພ້ອມກັບໄຂ້ຫຼຸດ, ໜ້າມືດ, ເປັນວິນງ່າຍ, ຫາກເກີດອາການເຊັ່ນນີ້ໃຫ້ຮີບນຳໂຕສົ່ງໂຮງໝໍທັນທີ.
ການປ້ອງກັນຕົນເອງບໍ່ໃຫ້ຖືກຍຸງລາຍກັດ
1. ນອນໃນມຸ້ງ ຫຼື ຫ້ອງທີ່ມີມຸ້ງລວດ.
2. ໄຕ້ຢາກັນຍຸງ ຫຼື ໃຊ້ຢາທາ ຫຼື ຢາສີດກັນຍຸງ ແລະ ຄວນໃຊ້ຢ່າງລະມັດລະວັງ.
3. ບໍ່ຄວນຢູ່ໃນບໍລິເວນທີ່ອັບລົມ ຫຼື ເປັນມຸມມືດ ມີແສງສະຫວ່າງໜ້ອຍ.
4. ໝັ່ນອາບນ້ຳຊຳລະຮ່າງກາຍໃຫ້ສະອາດເພາະເຫື່ອຈະດຶງດູດໃຫ້ຍຸງກັດຫຼາຍຂຶ້ນ.
ວິທີຄວບຄຸມແຫຼ່ງແພ່ພັນຍຸງລາຍ ເຮັດໄດ້ດັ່ງນີ້:
1. ກຳຈັດ - ທຳລາຍ - ຝັງ - ເຜົາ ເສດພາຊະນະທີ່ບໍ່ໃຊ້ພາຍໃນເຮືອນ ແລະ ບໍລິເວນອ້ອມເຮືອນບໍ່ໃຫ້ມີນ້ຳຂັງ.
2. ຄວນປິດຝາໂອ່ງນ້ຳດື່ມ, ນ້ຳໃຊ້ ໃຫ້ສະໜິດ.
3. ໃສ່ສະບູຝຸ່ນ ຫຼື ນ້ຳສົ້ມສາຍຊູ ຫຼື ເກືອແກງ ຫຼື ຂີ້ເທົ່າ ຫຼື ຊາຍອະເບດ ຫຼື ເທນ້ຳເດືອດລົງໃນຈານຮອງຂາຕູ້ທຸກອາທິດ.
4. ໃສ່ປາຫາງຍູງລົງໃນອ່າງບົວ, ຖັງເກັບນ້ຳໃນຫ້ອງນ້ຳເພື່ອກິນລູກນ້ຳ.
5. ຂັດລ້າງພາຊະນະເກັບກັກນ້ຳ ເພື່ອກຳຈັດຍຸງລາຍ.
6. ປ່ຽນນ້ຳໃນໂຖດອກໄມ້ທຸກ 7 ມື້ ເພື່ອທຳລາຍໄຂ່ຍຸງລາຍ.
7. ອະນາໄມຮາງລະບາຍນ້ຳຝົນໃຫ້ສະອາດ.
8. ປັບປຸງສະພາບແວດລ້ອມອ້ອມເຮືອນ ແລະ ຊຸມຊົນ ໃຫ້ສະອາດ.
ການເບິ່ງແຍງຕົນເອງ
1. ໃນໄລຍະ 2 - 3 ມື້ທຳອິດ ຂອງການເປັນໄຂ້ຖ້າຍັງຮັບກິນອາຫານ ແລະ ດື່ມນ້ຳໄດ້, ບໍ່ຮາກ, ບໍ່ປວດທ້ອງ, ບໍ່ມີຈ້ຳເລືອດຂຶ້ນ ແລະ ຍັງບໍ່ມີອາການເລືອດອອກ ຫຼື ພາວະຊັອກເກີດຂຶ້ນ ຄວນປະຕິບັດດັ່ງນີ້:
- ໃຫ້ຜູ້ປ່ວຍພັກຜ່ອນຫຼາຍໆ
- ຫາກມີໄຂ້ສູງໃຫ້ໃຊ້ຜ້າຈຸບນ້ຳເຊັດໂຕເລື້ອຍໆ ແລະ ໃຫ້ຢາຫຼຸດໄຂ້ປາຣາເຊຕາໂມນ. ຜູ້ໃຫຍ່ກິນ 1-2 ເມັດ, ເດັກໃຫຍ່ ½ - 1 ເມັດ, ເດັກນ້ອຍໃຊ້ຊະນິດນ້ຳເຊື່ອມ 1- 2 ບ່ວງຊາ. ຖ້າຍັງມີໄຂ້ກິນຊ້ຳໄດ້ທຸກ 6 ຊົ່ວໂມງ ຫ້າມໃຫ້ຢາແອສໄພຣິນ ໂດຍເດັດຂາດ ເພາະອາດເຮັດໃຫ້ມີເລືອດອອກໄດ້ງ່າຍຂຶ້ນ.
- ຖ້າເປັນຜູ້ປ່ວຍເດັກ ແລະ ເຄີຍຊັກ ຄວນໃຫ້ກິນຢາກັນຊັກໄວ້ກ່ອນ.
- ກິນອາຫານອ່ອນໆ ເຊັ່ນ: ເຂົ້າຕົ້ມ, ໂຈກ ແລະ ດື່ມນ້ຳຫຼາຍໆ.
- ເຝົ້າສັງເກດອາການຜູ້ປ່ວຍຢ່າງໃກ້ຊິດ.
2. ຖ້າຜູ້ປ່ວຍຮາກຫຼາຍ ຫຼື ມີເລືອດອອກ ຫຼື ມີພາວະຊັອກເກີດຂຶ້ນຄວນຮີບສົ່ງໂຮງໝໍ.
ຂໍຂອບໃຈ
ຂໍ້ມູນ : sanook! , ramaclinic