ຢືນຢັນ! ເທບພະເຈົ້າຖັັງເບຍ "Thor 4" ກັບມາແນ່ນອນ ພ້ອມຜູ້ກຳກັບຄົນເກົ່າ

Avengers: Endgame ເບິ່ງຄືຈະຍັງບໍ່ແມ່ນຈຸດຈົບຂອງເທບພະເຈົ້າຖັງເບຍ ເອີ້ຍ! ເທບພະເຈົ້າສາຍຟ້າຢ່າງ Thor ເມື່ອສື່ຕ່າງປະເທດຢືນຢັນແລ້ວວ່າເຮົາຈະໄດ້ເຫັນເທບພະເຈົ້າສາຍຟ້າກັບມາສ້າງຄວາມປະທັບໃຈອີກເທື່ອໃນ Thor 4!
The Hollywood Reporter ລາຍງານວ່າ Taika Waititi ຈະກັບມາຂຽນບົດ ແລະ ກຳກັບ Thor 4 ອີກເທື່ອ ຫຼັງຈາກພາບຫຼ້າສຸດຄື Thor: Rganarok ແລະ ຜົນຂອງການກັບມາກຳກັບ Thor 4 ເຮັດໃຫ້ໂຄງການຮູບເງົາ Akira ຕ້ອງຖືກໂຈະໄວ້ກ່ອນ.
ຈາກ Avengers: Endgame, Thor ເລືອກເດີນທາງໄປກັບກຸ່ມ Guardian of The Galaxy. ສ່ວນໝູບ້ານຂອງຊາວແອສກາດຖືກຕັ້ງຂຶ້ນມາໃໝ່ ໂດຍມີກະສັດ Valkyrie ນັ້ນເອງ.
ຢ່າງໃດກໍຕາມ ຢັງບໍ່ມີກຳນົດການອອກມາຢ່າງຊັດເຈນ ແລະ ຍັງບໍ່ຢືນຢັນວ່າ Thor 4 ຈະສາຍກ່ອນ ຫຼື ຫຼັງ Guardian of The Galaxy 3 ກັນແທ້.