ຍົກລະດັບການປຸງແຕ່ງຜະລິດຕະພັນກະສິກໍາລາວ ເພື່ອເພີ່ມມູນຄ່າຜະລິດຕະພັນ

ຫ້ອງການຄະນະກໍາມະການຮ່ວມມື ລາວ-ຈີນ ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ບໍລິສັດສະຖາບັນປຸງແຕ່ງກະສິກໍາ ແລະ ການມັກບົມ ສປ ຈີນ ຈັດຊຸມເຝິກອົບຮົມການປຸງແຕ່ງຜະລິດຕະພັນກະສິກໍາລາວ ປະຈໍາປີ 2019 ຂຶ້ນໃນວັນທີ 15 ກໍລະກົດ ຫາ ວັນທີ 4 ສິງຫາ 2019 ທີ່ສູນເຝິກອົບຮົມສູນກາງແນວລາວສ້າງຊາດ ເປັນປະທານຮ່ວມຂອງ ທ່ານ ບິດ ບົວລີວັນ ຫົວໜ້າກົມຈັດຕັ້ງພະນັກງານ ກະຊວງແຜນການ ແລະ ການລົງທຶນ ທ່ານ ຕົງ ຈຽນຫຸຍ ຜູ້ອໍານວຍການໃຫຍ່ ບໍລິສັດສະຖາບັນຄົ້ນຄວ້າການປຸງແຕ່ງກະສິກໍາ ແລະ ອຸດສາຫະກໍາມັກບົມ ສປ ຈີນ ມີວິທະຍາກອນ ນັກສໍາມະນາກອນ ແລະ ແຂກຖືກເຊີນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ອານົງເດດ ຈັນທະລາດ ຮອງຫົວໜ້າຫ້ອງການຄະນະກໍາມະການຮ່ວມມືລາວ-ຈີນ ກ່າວວ່າ: ຊຸດອົບຮົມ ເຕັກນິກການປຸງແຕ່ງກະສິກໍາລາວ ປະຈໍາປີ 2019 ກໍ່ເປັນໜຶ່ງໃນແຜນການງານຮ່ວມມື ດ້ານການຈັດເຝິກອົບຮົມແລະ ສໍາມະນາສອງຝ່າຍ ເຊິ່ງໄດ້ຮັບການສະໜັບສະໜູນຈາກກະຊວງການຄ້າ ສປ ຈີນ ຜູ້ຮັບຈັດຕັ້ງປະຕິບັດແມ່ນບໍລິສັດສະຖາບັນປຸງແຕ່ງກະສິກໍາ ແລະ ອຸດສາຫະກໍາ ມັກບົມ ສປ ຈີນ ແລະ ຫ້ອງການຄະນະກໍາມະການຮ່ວມມືລາວ-ຈີນ ເປັນຜູ້ຮັບຜິດຊອບປະສານງານຈັດ ເຊິ່ງຜ່ານມາໄດ້ຮ່ວມຈັດຊຸດເຝິກອົບຮົມມາໄດ້ 4 ຊຸດ ຢ່າງຕໍ່ເນື່ອງໃນແຕ່ລະປີ.
ການອົບຮົມໃນຄັ້ງນີ້ ເພື່ອເປັນການຍົກລະດັບຄວາມຮູ້ ຄວາມສາມາດຂອງນັກສໍາມະນາກອນ ກ່ຽວກັບເຕັກນິກການປຸງແຕ່ງຜະລິດຕະພັນກະສິກໍາ ແລະ ຂະແໜງການທີ່ປິ່ນອ້ອມຕ່າງໆ ເພື່ອເອົາຄວາມຮູ້ເຫຼົ່ານີ້ ໄປນໍາໃຊ້ເຂົ້າໃນວຽກງານຂອງຕົນ ບົນພື້ນຖານດັ່ງກ່າວ ຫ້ອງການຄະນະກໍາມະການຮ່ວມມືລາວ-ຈີນ ຈຶ່ງໄດ້ເຊື້ອເຊີນ ນັກສໍາມະນາກອນ ຈາກກະຊວງກະສິກໍາ ແລະ ປ່າໄມ້ ໃນນາມທີ່ເປັນຜູ້ຄຸ້ມຄອງການຜະລິດກະສິກໍາ ຈາກກະຊວງການຄ້າ ແລະ ອຸດສາຫະກໍາລາວ ໃນນາມເປັນໜ່ວຍຈັດຕັ້ງປະຕິບັດ ພິເສດໃນປີນີ້ມີກະຊວງສຶກສາທິການ ແລະ ກິລາ ເຂົ້າຮ່ວມ ກໍ່ເພື່ອຮຽນຮູ້ບັນດາເຕັກນິກ ແລະ ປະສົບການອັນໃໝ່ຈາກ ສປ ຈີນ ແລ້ວນໍາໄປສິດສອນເຜີຍແຜ່ຕໍ່ຕາມຊ່ອງທາງການສິດສອນຂອງຕົນ ຊຸດອົບຮົມຄັ້ງນີ້ມີຜູ້ເຂົ້າຮ່ວມ 80 ທ່ານ ໃຊ້ເວລາ 21 ວັນ ຕະຫຼອດໄລຍະການອົບຮົມນີ້ ນັກສໍາມະນາກອນ ນອກຈາກຈະໄດ້ຮຽນຮູ້ເຕັກນິກຄວາມຮູ້ໃໝ່ ກ່ຽວກັບການປຸງແຕ່ງຜະລິດຕະພັນກະສິກໍາແລ້ວ ຍັງຈະໄດ້ໄປທັດສະນະຢູ່ສະຖານທີ່ຕົວຈິງຕື່ມອີກ.