Muan! Vote: ມາຮ່ວມສະແດງຄວາມເຫັນນຳກັນວ່າ ເຂົ້າພັນສານີ້ ທ່ານມີແຜນ “ງົດເຫຼົ້າ” ຫຼື ບໍ່?

ເຂົ້າພັນສາເປັນໄລຍະແຫ່ງການເຮັດດີ ລະຊົ່ວ ເຊິ່ງຊາວພຸດຫຼາຍຄົນກໍຕັ້ງຈິດອະທິຖານ ແລະ ໃຫ້ຄຳໝັ້ນສັນຍາກັບຕົນເອງວ່າ ຈະງົດດື່ມເຫຼົ້າ ຫຼື ເຄື່ອງດື່ມມຶນເມົາໃນໄລຍະເຂົ້າພັນສາ 3 ເດືອນ.
ທັງນີ້ ການດື່ມເຫຼົ້າເປັນສາເຫດອັນດັບຕົ້ນໆທີ່ພາໃຫ້ເກີດອຸບັດເຫດ ແລະ ຍັງສົ່ງຜົນກະທົບດ້ານລົບຫຼາຍຢ່າງຕໍ່ສຸຂະພາບ ຖ້າຫາກດື່ມຫຼາຍເກີນໄປ. ເຊິ່ງນີ້ເປັນພຽງບາງສ່ວນຂອງການຫຼຸດຜ່ອນສິ່ງທີ່ບໍ່ດີຕໍ່ສຸຂະພາບ ເພາະຍັງມີອີກຫຼາຍຢ່າງທີ່ເປັນການເຮັດບຸນໃນໂອກາດອັນດີນີ້.
ມາສຳຫຼວດເບິ່ງວ່າ ຜູ້ອ່ານ muan.la ໄດ້ວາງແຜນທີ່ຈະງົດເຫຼົ້າກັນ ຫຼື ບໍ່?
ຂໍຂອບໃຈ
ພາບ : Pixabay