ສຳລັບລູກນ້ອຍ 2-3 ປີ “ລົງໂທດ” ແນວໃດໃຫ້ໄດ້ຜົນ ໂດຍບໍ່ຕ້ອງຕີ

ວິທີການລົງໂທດເດັກນ້ອຍດ້ວຍການ “ຕີ” ບໍ່ວ່າຈະຕີຄ່ອຍ, ຕີແຮງ, ຕີກົ້ນ ລ້ວນແຕ່ເປັນການໃຊ້ຄວາມຮຸນແຮງທີ່ບໍ່ກໍ່ໃຫ້ເກີດການປ່ຽນແປງພຶດຕິກຳຂອງລູກ ແຕ່ຍິ່ງເຮັດໃຫ້ລູກຕໍ່ຕ້ານ ແລະ ອາດຈະມີຜົນກັບພຶດຕິກຳດື້ຂອງລູກໃນອະນາຄົດໄດ້. ສະນັ້ນ, ມື້ນີ້ເຮົາຈະມາເບິ່ງກັນວ່າ ຖ້າລູກດື້ແບບບໍ່ມີເຫດຜົນ ຫຼື ມີພຶດຕິກຳທີ່ບໍ່ເໝາະສົມ ພໍ່ແມ່ສາມາດລົງໂທດລູກແບບໃດໄດ້ແດ່ ທີ່ເປັນການສອນໃຫ້ລູກຮູ້ວ່າສິ່ງທີ່ລູກເຮັດຢູ່ນັ້ນ ເປັນສິ່ງທີ່ບໍ່ຖືກຕ້ອງ ໂດຍບໍ່ຈຳເປັນຕ້ອງໃຊ້ຄວາມຮຸນແຮງຄວບຄຸມການເຮັດຜິດເລັກໆນ້ອຍໆຂອງລູກ.
ເດັກນ້ອຍອາຍຸຕໍ່າກວ່າ 1 ປີ: ບໍ່ມີເຫດຜົນເລີຍທີ່ຈະລົງໂທດລູກ
ບໍ່ມີເຫດຜົນຫຍັງເລີຍທີ່ຈະລົງໂທດລູກທີ່ມີອາຍຸລະຫວ່າງ 1-3 ປີ ເພາະລູກໃນໄວນີ້ມີໂອກາດໜ້ອຍຫຼາຍທີ່ຈະເຮັດສິ່ງທີ່ສົມຄວນໄດ້ຮັບຫຼາຍກວ່າການລົງໂທດພຽງເລັກນ້ອຍ. ສະນັ້ນ, ຫາກພໍ່ແມ່ຈະລົງໂທດລູກ ຈະຕ້ອງຄິດໄວ້ຕະຫຼອດວ່າ ການລົງໂທດນັ້ນ ຈະເປັນເປັນສິ່ງທີ່ຈຳເປັນເທົ່ານັ້ນ.
- ເພື່ອໃຫ້ໄດ້ຜົນ ຫາກລູກມີພຶດຕິກຳທີ່ບໍ່ດີ ການລົງໂທດຄວນເຮັດໃນທັນທີ ຢ່າເລື່ອນເວລາອອກໄປ, ຖ້າບໍ່ດັ່ງນັ້ນ ການເຊື່ອງໂຍງກັນລະຫວ່າງການກະທຳທີ່ບໍ່ດີກັບຜົນຂອງພຶດຕິກຳຈະຫາຍໄປຈາກຄວາມຄິດຂອງເດັກນ້ອຍ ເຊິ່ງຈະເຮັດໃຫ້ລູກບໍ່ເຂົ້າໃຈວ່າເຂົາເຮັດຜິດຫຍັງ, ເປັນຫຍັງຈຶ່ງຖືກລົງໂທດ.
- ຄວາມຮຸນແຮງຂອງໂທດ ຕ້ອງເທົ່າກັບການເຮັດຜິດ
- ຢ່າຂູ່ທີ່ຈະຖິ້ມລູກແລ້ວຍ່າງໜີໄປເດັດຂາດ ເພາະບໍ່ພຽງແຕ່ຈະເຮັດໃຫ້ລູກອຶດອັດ, ບໍ່ເຂົ້າໃຈ ແຕ່ຍັງເຮັດໃຫ້ພໍ່ແມ່ຜິດເຂົ້າເວົ້າອີກດ້ວຍ.
ວິທີການລົງໂທດແບບ “ບໍ່ຕ້ອງຕີ”
1. ງົດສະແດງຄວາມຮັກ: ລູກຕ້ອງການຄວາມຮັກ ແລະ ການຍອມຮັບຈາກພໍ່ແມ່ທີ່ສຸດ. ລູກຈະບໍ່ມີຄວາມສຸກກັບການຖືກບໍ່ສົນໃຈ ເຊິ່ງພໍ່ແມ່ສາມາດລົງໂທດລູກດ້ວຍວິທີນີ້ໄດ້ ໂດຍອາດຈະເປັນເວລາສັ້ນໆ 30-60 ວິນາທີ ແລະ ອະທິບາຍສັ້ນໆ ໃຫ້ລູກຮູ້ວ່າພໍ່ແມ່ບໍ່ສະບາຍໃຈກັບພຶດຕິກຳທີ່ບໍ່ເໝາະສົມຂອງລູກ.
2. ຂຶ້ນສຽງ, ເຮັດສຽງແຂງ: ແຕ່ບໍ່ຄວນໃຊ້ຖີ່ເກີນໄປ ແລະ ຄວນເຮັດໃນຍາມສຸກເສີນເທົ່ານັ້ນ, ຖ້າບໍ່ດັ່ງນັ້ນ ສຽງແຂງຂອງພໍ່ແມ່ທີ່ລູກເຄີຍເຊື່ອຟັງ ອາດຈະຖືກຫຼຸດຄວາມໜ້າເຊື່ອຖືລົງໄປ ແລະ ຫຼັງຈາກທີ່ເຮັດສຽງແຂງຕ້ອງພະຍາຍາມບໍ່ໃຈຮ້າຍດົນ ເພາະທຳມະຊາດຂອງເດັກນ້ອຍໄວນີ້ ຈິດໃຈຂອງພວກເຂົາຈະກັບເຂົ້າສູ່ພາວະປົກກະຕິພາຍໃນບໍ່ເທົ່າໃດນາທີ.
3. ຢຶດສິດທິພິເສດ ຫຼື ເຄື່ອງຫຼິ້ນ: ຄວນບອກລູກກ່ອນວ່າ ລູກຕ້ອງຢຸດພຶດຕິກຳທີ່ບໍ່ດີ ແລະ ຕ້ອງບອກວ່າຈະລົງໂທດລູກແນວໃດ ເຊັ່ນ “ຖ້າລູກບໍ່ເຊົາດຶກເຄື່ອງຫຼິ້ນ ລູກຈະບໍ່ໄດ້ເຄື່ອງຫຼິ້ນອີກ”, “ເພາະລູກແບ່ງເຄື່ອງຫຼິ້ນໃຫ້ຄົນອື່ນບໍ່ໄດ້ ກໍຈະບໍ່ໄດ້ຫຼິ້ນທັງສອງຄົນ”. ສິ່ງສຳຄັນຄື “ຂູ່” ແລ້ວ ພໍ່ແມ່ຕ້ອງຮັກສາຄຳເວົ້າພ້ອມ ຖ້າບໍ່ດັ່ງນັ້ນ ລູກຈະຮຽນຮູ້ວ່າພໍ່ແມ່ບໍ່ໄດ້ປະຕິບັດແທ້ ແລະ ພວກເຂົາຈະເຮັດອີກ ຫຼື ມີພຶດຕິກຳທີ່ບໍ່ດີຕະຫຼອດ.
**ຢ່າພະຍາຍາມຂູ່ ຫຼື ລົງໂທດທີ່ໃຫຍ່ຂຶ້ນເຊັ່ນ “ຖ້າລູກບໍ່ເຊົາ ລູກຈະບໍ່ໄດ້ໄປມິນິມາກມື້ນີ້” ແຕ່ລູກຍັງບໍ່ເຊົາ “ເຊົາດຽວນີ້, ຖ້າຍັງບໍ່ເຊົາອີກ ຈະບໍ່ໄດ້ໄປມິນິມາກໝົດອາທິດນີ້” ແບບນີ້ເປັນຕົ້ນ ເຊິ່ງເປັນກຳນົດຄວາມຜິດທີ່ໃຫຍ່ເກີນໄປສຳລັບເດັກນ້ອຍ.
4. ຂໍເວລານອກ: ເຕັກນິກທີ່ໄດ້ຜົນທີ່ສຸດກັບເດັກນ້ອຍ 2 ປີ ເລີ່ມຈາກເຕືອນກ່ອນວ່າພຶດຕິກຳບໍ່ດີໃດແດ່ທີ່ຈະສົ່ງຜົນຕໍ່ “ເວລານອກ”. ເມື່ອເກີດການກະທຳນັ້ນຂຶ້ນ ລູກຕ້ອງໄປນັ່ງຕັ່ງເດັກດື້ ຫຼື ເຂົ້າໄປໃນຫ້ອງທັນທີ. ເວລານອກຄວນສັ້ນ ແລະ ເຊື່ອມໂຍງກັບຄວາມຜິດ ເຊັ່ນ “ລູກສາມາດກັບມາຫຼິ້ນໄດ້ເມື່ອເຊົາດື້ແລ້ວ”.
ນອກຈາກນີ້, ການຕີກົ້ນເພື່ອລົງໂທດ ສຳລັບເດັກນ້ອຍແລ້ວ ບໍ່ແນະນຳໃຫ້ເຮັດ ເພາະຖ້າຫາກສາມາດເລືອກວິທີອື່ນໄດ້ກໍຄວນຫຼີກລ່ຽງການລົງໂທດດ້ວຍການຕີ ເພາະເຖິງແມ່ນວ່າຈະຕີກົ້ນຄ່ອຍໆ ກໍເປັນການໃຊ້ຄວາມຮຸນແຮງຄວບຄຸມຄວາມຜິດເລັກໆນ້ອຍໆຂອງລູກ ທີ່ບໍ່ສົ່ງຜົນດີຕໍ່ລູກ ແລະ ຍັງເຮັດໃຫ້ພໍ່ແມ່ເອງຮູ້ສຶກຜິດອີກດ້ວຍເມື່ອຕ້ອງລົງໂທດລູກດ້ວຍການຕີ.
ຂໍຂອບໃຈ
ຂໍ້ມູນ : HappyMom.Life , Sanook