ສະຫວັນນະເຂດ ເຮັດແທ້ ໃຊ້ມາດຕະການເດັດຂາດ ຕໍ່ຮ້ານບັນເທີງທີ່ເປີດສຽງດັງນອກອາຄານ
ຄະນະສະເພາະກິດຈາກພະແນກ ຖວທ ແຂວງ, ຈາກກອງ ບັນຊາການ ປກສ ແຂວງ, ນະຄອນໄກສອນ ພົມວິຫານ ແລະ ຫ້ອງການ ຖວທ ນະຄອນໄກສອນພົມວິຫານໄດ້ລົງກວດກາ ແລະ ບັງຄັບໃຊ້ມາດຕະການທີ່ ເດັດຂາດແລ້ວຕໍ່ກັບຮ້ານບັນ ເທີງ, ຮ້ານອາຫານ ແລະຮ້ານ ກິນດື່ມ-ປີ້ງແກ້ມ ທີ່ບໍ່ປະຕິບັດຕາມລະບຽບການຫລືວ່າເມີນເສີຍ ກັບຄໍາແຈ້ງການເລກທີ 0749/ຖວທ, ລົງວັນທີ 6 ພຶດສະພາ 2019 ຊຶ່ງກໍ່ໄດ້ຮັບສະແດງຄວາມຊື່ນຊົມຈາກສັງຄົມເປັນຈໍານວນຫລວງຫລາຍ ໃນນີ້ຄໍາແຈ້ງການດັ່ງກ່າວແມ່ນມີຜົນບັງຄັບໃຊ້ເລີ່ມແຕ່ວັນທີ 1 ກໍລະກົດ 2019 ເປັນຕົ້ນໄປ.
ຊຶ່ງໃນວັນທີ 5 ກໍລະກົດ 2019 ເລີ່ມແຕ່ເວລາ 20 ໂມງ 30 ນາທີ ຄະນະສະເພາະພະແແນກ ຖວທ ແຂວງ, ປະກອບມີ: ຫ້ອງການບໍລິຫານພະແນກ, ຂະແໜງວັດທະນະທໍາ, ທ່ອງທ່ຽວ, ກວດກາ, ເຈົ້າໜ້າທີ່ ປກສ ແຂວງ, ຫ້ອງການ ຖວທ ນະຄອນໄກສອນພົມວິຫານ ແລະ ສື່ມວນຊົນຈໍານວນໜຶ່ງໄດ້ລົງກວດກາ ແລະ ບັງຄັບໃຊ້ມາດຕະການຕໍ່ກັບຮ້ານບັນເທີງ, ຮ້ານອາຫານ, ຮ້ານກິນດື່ມ-ປີ້ງແກ້ມ ໃນນີ້ມີ ຮ້ານໂຮມເບຍ ຂອງ ທ້າວອັກ ຄະລະ ຢູ່ບ່້ານນາເລົ່າ, ຮ້ານສຸກສະຫວັນຂອງ ນາງມະນີສອນ ຢູ່ບ້ານໄຊຍະພູມ ແລະ ຮ້ານ ລາວຈະເລີນບາ ຢູ່ບ້ານໄຊຍະພູມ ຊຶ່ງທັງສາມຮ້ານດັ່ງກ່າວແມ່ນ ເຄື່ອນໄຫວບໍ່ສອດຄ່ອງກັບລະບຽບຫລັກການ ເປັນຕົ້ນແມ່ນທາງການບໍ່ອະນຸຍາດໃຫ້ເປີດບໍລິການເຄື່ອງສຽງ ແລະ ເຄື່ອງດົນຕີທຸກປະເພດເສບຢູ່ຂ້າງນອກອາຄານເກີດມີສຽງດັງ ເກີນຂອບເຂດ, ມີການນໍາໃຊ້ຈໍ LCD ເຄື່ອງສາຍໂປຣເຈັກເຕີ, ຮ້ອງເພງຄາລາໂອເກະ ແລະ ມີການເສບໂຟັກຊ໋ອງອື່ນໆ ເຫັນ ວ່າດໍາເນີນກິດຈະການລັກສະນະນີ້ແມ່ນບໍ່ສອດຄ່ອງກັບລະບຽບກົດໝາຍ ຊຶ່ງທາງພາກສ່ວນກ່ຽວໄດ້ມີການກວດກາ ແລະ ຕິດຕາມທັງເຮັດບົດບັນທຶກຜ່ານມາກໍ່ໄດ້ມີການຮ້ອງຟ້ອງຈາກສັງຄົມບໍ່ຈັກວ່າເທົ່າໃດແລ້ວ.
ໃນໂອກາດລົງກວດກາຊຸກຍູ້ການບັງຄັບໃຊ້ລະບຽບກົດໝາຍ ເພື່ອກະກຽມໃຫ້ແກ່ການອາຍັດເຄື່ອງສຽງປະເພດຕ່າງໆຢູ່ບັນດາຮ້ານບັນເທີງ, ຮ້ານອາຫານປະກົດວ່າໄດ້ຮັບການຮ່ວມມືຈາກຜູ້ປະກອບການທຸລະກິດບັນເທີງເປັນຢ່າງດີ ເປັນຕົ້ນໃຫ້ການຮ່ວມມືໃນການເລີກຮື້ ປະເພດເຄື່ອງສຽງ, ເຄື່ອງເສບດົນຕີ, ເຄື່ອງສາຍໂປຣເຈັກເຕີ ແລະ ຈໍແອວຊີດີກະທັ້ງໂຟ໋ກຊ໋ອງທັງໝົດເອງ ພ້ອມທັງປະກາດໂຕວ່າ ຈະຖືເອົາຮ້ານອາຫານດາວຮຸ່ງ, ຮ້ານອາຫານລາວເດີມ ແລະ ຮ້ານອາຫານພູນສຸກ ເປັນຕົວແບບທີ່ມີການເປີດສຽງຄ່ອຍໆເບົາໆ. ທັງນີ້ກໍ່ເພື່ອບໍ່ ຢາກໃຫ້ທາງການອາຍັດ ແລະ ຮ້ານຖືກໂຈະການບໍລິການ.
ຄະນະສະເພາະກິດກ່ຽວກັບການແກ້ໄຂປະກົດການຫຍໍ້ທໍ້ທາງດ້ານບັນເທີງໃຫ້ສໍາພາດຕໍ່ນັກຂ່າວ ວ່າ : ທີມງານຈະສືບຕໍ່ລົງເຄື່ອນໄຫວຢ່າງແຂງແຮງຕໍ່ກັບຮ້ານບັນເທີງ, ຮ້ານອາຫານ, ຮ້ານປີ້ງແກ້ມຕ່າງໆພາຍໃນນະຄອນ ໄກສອນ ພົມວິຫານ ເຖິງວ່າມີບາງຄັ້ງບາງຄາວອໍານາດການປົກຄອງທ້ອງຖິ່ນ ແລະ ເຈົ້າໜ້າທີ່ຕໍາຫລວດກຸ່ມ ບ້ານຍັງບໍ່ທັນໃຫ້ການຮ່ວມໄມ້ຮ່ວມມືພໍປານໃດແຕ່ວ່າວຽກງານກວດກາກໍ່ໄດ້ຖືກຈັດຕັ້ງປະຕິບັດເປັນຂັ້ນເປັນຕອນ.
ຂໍຂອບໃຈ
ຂໍ້ມູນ : ໜັງສືພິມສະຫວັນພັດທະນາ