ບໍ່ຄວນພາດ! Miss World 2019 ຈະຈັດຂຶ້ນຢູ່ອັງກິດ ຊວນສາວລາວສະໝັກຄັດເລືອກເປັນຕົວແທນປະເທດລາວ

ປີນີ້ ການປະກວດ Miss World 2019 ຈະຈັດຂຶ້ນຢູ່ ມະຫານະຄອນລອນດອນ ເມືອງຫຼວງຂອງປະເທດອັງກິດ ໃນເດືອນທັນວາຂອງປີນີ້. ຂະນະທີ່ປະເທດລາວກໍເລີ່ມຮັບສະໝັກສາວລາວທົ່ວປະເທດ ຮ່ວມປະກວດຄັດເລືອກເປັນຕົວແທນປະເທດໄປປາກົດກາຍເທິງເວທີສາກົນ.
ກ່ອນໜ້ານີ້ ການປະກວດມີແຜນການຈະຈັດຂຶ້ນຢູ່ທີ່ປະເທດໄທ ແຕ່ເມື່ອຕົ້ນເດືອນທີ່ຜ່ານມາ ເກີດການປ່ຽນແປງຢ່າງກະທັນ ໂດຍທາງມິສເວີ ອໍແກໄນເຊເຊັນ ໄດ້ອອກມາປະກາດວ່າ ຈະປ່ຽນໄປຈັດຢູ່ທີ່ປະເທດອັງກິດ.
ຈູເລຍ ມໍລີ່ ປະທານ ແລະ ຊີອີໂອ ມິສເວີອໍແກໄນເຊຊັນ ໄດ້ປະກາດໃນລາຍການສົດ Good Morning Britain ທີ່ ເພຍ ມໍແກນ ນັກຂ່າວຄົນດັງເປັນຜູ້ດຳເນີນລາຍການ ວ່າ ສາວງາມກວ່າ 130 ຄົນຈາກທົ່ວໂລກ ຈະມາເຮັດກິດຈະກຳໃນການປະກວດມິສເວີ ຕະຫຼອດ 3 ອາທິດ ໂດຍສາວງາມຜູ້ເຂົ້າປະກວດ ຈະມາເຖິງລອນດອນໃນວັນທີ 20 ພະຈິກ ແລະ ຮອບຕັດສິນຈະຈັດຂຶ້ນໃນວັນເສົາທີ 14 ທັນວາ ທີ່ ExCeL London.
ນີ້ເປັນໂອກາດອັນດີທີ່ສາວລາວບໍ່ຄວນພາດທີ່ຈະສະໝັກຄັດເລືອກເພືື່ອຊີງມຸງກຸດ Miss World Laos 2019 ເຫດຜົນກໍຄື ການປະກວດຄັ້ງນີ້ເປັນການປະກວດທີ່ຍິ່ງໃຫຍ່ ເພາະການປະກວດລະດັບສາກົນຈະຈັດໃນສະຖານທີ່ສຳຄັນທີ່ໂດດເດັ່ນທີ່ສຸດຂອງນະຄອນຫຼວງລອນດອນທີ່ມີວັດທະນະທຳ ແລະ ມໍລະດົກອັນມີຊື່ສຽງ ພ້ອມທັງເປັນເມືອງທີ່ເປັນຈຸດເລີ່ມຕ້ົນຂອງເວທີດັ່ງກ່າວນີ້ໃນປີ 1951.
ສາວລາວທີ່ສົນໃຈເຂົ້າຮ່ວມປະກວດ ຕ້ອງມີເງື່ອນໄຂທີ່ຈຳເປັນຄື: ມີອາຍຸລະຫວ່າງ 17-27 ປີ, ບໍ່ເຄີຍສ້າງຄອບຄົວມາກ່ອນ, ບໍ່ໄດ້ສ້າງຄວາມເສື່ອມເສຍມາກ່ອນ ແລະ ຕ້ອງເປັນສາວທີ່ມີຄວາມສາມາດ ມີໄຫວພິບ ພ້ອມມີຈິດໃຈທີ່ດີ ພ້ອມທີ່ຈະຊ່ວຍເຫຼືອຜູ້ອື່ນ ເຊິ່ງເປັນໄປຕາມຄຳຂວັນຂອງການປະກວດເວທີດັ່ງກ່າວນີ້.
ໄລຍະຂອງການປະກວດໃນປີນີ້ ຈະແບ່ງອອກເປັນ 5 ໄລຍະຄື: ເລີ່ມເປີດຮັບສະໝັກໃນວັນທີ 30 ມິຖຸນາ 2019, ຄັດເລືອກຜູ້ເຂົ້າຮອບ 20 ຄົນສຸດທ້າຍວັນທີ 20 ສິງຫາ 2019, ຖ່າຍແບບປະຊາສຳພັນ 27 ສິງຫາ 2019, ເກັບໂຕທີ່ໂຮງແຮມ ແລະ ເຮັດກິດຈະກຳຕ່າງໆ ວັນທີ 10 ກັນຍາ 2019 ແລະ ຮອບຕັດສິນເພື່ອເຟ້ນຫາເຈົ້າຂອງມຸງກຸດ Miss World Laos 2019 ໃນວັນທີ 15 ກັນຍາ 2019 ນີ້.
ທັງນີ້ ສາວງາມທີ່ມີທັດສະນະຄະຕິທີ່ດີ, ມີຄວາມສາມາດ, ມີໄຫວພິບ ແລະ ຄວາມມຸ່ງໝັ້ນ ທີ່ສາມາດເອົາຊະນະໃຈກຳມະການໄດ້ ຈະໄດ້ຮັບມຸງກຸດມູນຄ່າສູງເຖິງ 150 ລ້ານກີບ ພ້ອມລາງວັນຕ່າງໆອີກຫຼາກຫຼາຍ ພ້ອມໄດ້ເປັນຕົວແທນໄປແຂ່ງລະດັບນານາຊາດຢູ່ຕ່າງປະເທດອີກ. ສ່ວນຜູ້ທີ່ໄດ້ຮອງຊະນະເລີດ ກໍຈະໄດ້ລາງວັນເປັນມຸງກຸດມູນຄ່າ 80 ລ້ານກີບ ແລະ ລາງວັນອື່ນໆ.
ຮ່ວມສະໝັກ ໂດຍສາມາດຕິດຕາມຂໍ້ມູນເພີ່ມເຕີມ ແລະ ຮູ້ກ່ຽວກັບວິທີການສະໝັກໄດ້ທີ່ ເຟສບຸກ Miss World Laos.