ຄຳມ່ວນ ລົງກວດສອບບໍລິມາດນໍ້າມັນ ເພື່ອປົກປ້ອງຜູ້ຊົມໃຊ້ບໍ່ໃຫ້ຖືກເອົາປຽບ

ເພື່ອເປັນການປົກປ້ອງຜູ້ຊົມໃຊ້ບໍ່ໃຫ້ຖືກເອົາລັດເອົາປຽບ ພ້ອມທັງເຮັດໃຫ້ສັງຄົມໄດ້ຊົມໃຊ້ນໍ້າມັນທີ່ໄດ້ມາດຕະຖານ. ໃນອາທິດຜ່ານມາ, ພະນັກງານຂະແໜງ ຊັບສິນທາງປັນຍາ ມາດຕະຖານ ແລະ ວັດແທກ (ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຄຳມ່ວນ) ເຊິ່ງນຳພາຂອງ ທ່ານ ແສງຄຳ ພິມມະສອນ ຮັກສາການຫົວໜ້າຂະແໜງຊັບສິນທາງປັນຍາ ມາດຕະຖານ ແລະ ວັດແທກ ພ້ອມດ້ວຍພະນັກງານວິຊາການ 04 ທ່ານ ໄດ້ລົງເຄື່ອນໄຫວກວດສອບບໍລິມາດຫົວຈ່າຍນໍ້າມັນເຊື້ອໄຟໃນເທດສະບານ ເມືອງທ່າແຂກ ແຂວງຄຳມ່ວນ ຈຳນວນ 9 ປໍ້າ 51 ຫົວຈ່າຍ.
ໃນການລົງເຄື່ອນໄຫວໃນຄັ້ງນີ້ ກໍ່ເພື່ອເຮັດໃຫ້ບໍລິມາດຫົວຈ່າຍນໍ້າມັນເຊື້ອໄຟຢູ່ໃນປໍ້າທີ່ເປີດໃຊ້ບໍລິການໃນທົ່ວແຂວງໃຫ້ມີຄວາມໂປ່ງໃສ, ຍຸຕິທຳ, ອີກດ້ານໜຶ່ງເພື່ອບໍ່ເປັນການເອົາປຽບຈາກຜູ້ໃຊ້. ດັ່ງນັ້ນ, ຂະແໜງຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ ຈຶ່ງໄດ້ລົງກວດສອບໃຫ້ຖືກຕ້ອງຕາມລະບຽບ, ກົດໝາຍທີ່ໄດ້ກຳນົດໄວ້. ການລົງກວດສອບຫົວຈ່າຍນໍ້າມັນເຊື້ອໄຟໃນຄັ້ງນີ້ ແຕ່ລະປໍ້າທີ່ໄດ້ກວດສອບເຫັນວ່າຢູ່ໃນເກນມາດຕະຖານ ທີ່ຂະແໜງການກ່ຽວຂ້ອງໄດ້ອະນຸມັດໃຫ້. ສະນັ້ນ, ຈຶ່ງໄດ້ຕິດສະຕິກເກີໜີບກົ່ວ ແລະ ອອກໃບຢັ້ງຢືນໃຫ້ປໍ້າທີ່ໄດ້ກວດສອບເພື່ອເປັນຫຼັກຖານ ແລະ ຖືກຕ້ອງຕາມລະບຽບຫຼັກການ.
ຂໍຂອບໃຈ
ຂໍ້ມູນ : Khammouane News