ນັກວິທະຍາສາດ ຈະເລີ່ມທົດລອງ ເພື່ອພິສູດເຖິງການມີຢູ່ຂອງເອກະພົບຄູ່ຂະໜານ

ນັກວິທະຍາສາດກຳລັງຈະເລີ່ມການທົດລອງເພື່ອພິສູດເຖິງການມີຢູ່ຂອງເອກະພົບຄູ່ຂະໜານ (Parallel Universe) ແລະ ຄົ້ນຫາຊ່ອງທາງທີ່ເປີດປະຕູໄປສູ່ເອກະພົບດັ່ງກ່າວ ເຊິ່ງອາດມີຄວາມຄ້າຍຄືກັບເອກະພົບຂອງເຮົາໃນທຸກທາງຄືກັບພາບສະທ້ອນໃນແວ່ນ.
ດຣ. ເລອາ ບຣູດຊາດ ຜູ້ນຳທີມນັກຟີຊິກຈາກຫ້ອງປະຕິບັດການແຫ່ງຊາດໂອກຣິດ ຂອງສະຫະລັດ (Oak Ridge National Laboratory ) ໄດ້ເປີດເຜີຍຕໍ່ສື່ວ່າ ທີມຂອງຕົນເອງຕ້ອງການພິສູດເຖິງຄວາມເປັນໄປໄດ້ຂອງການມີຢູ່ ໂດຍໃຊ້ອະນຸພາກມູນຖານຂອງອະຕອມ (ນິວຕຣອນ) ວ່າຈະສາມາດເດີນທາງໄປມາລະຫວ່າງເອກະພົບເຮົາ ແລະ ເອກະພົບຄູ່ຂະໜານໄດ້ ຫຼື ບໍ່.
ນັກວິທະຍາສາດເຊື່ອວ່າ ການລະເບີດຂະຫຍາຍຕົວຄັ້ງໃຫຍ່ ຫຼື ເຫດການບິກແບງເມື່ອ 14,000 ລ້ານປີກ່ອນ ນອກຈາກຈະໃຫ້ກຳເນີດເອກະພົບ ຫຼື ຈັກກະວານຂອງເຮົາແລ້ວ ຍັງໃຫ້ກຳເນີດພະຫຸພົບ (Multiverse) ເຊິ່ງກໍຄືເອກະພົບອື່ນໆ ທີ່ນອກເໜືອໄປຈາກເອກະພົບຂອງເຮົາອີກ ເປັນຈຳນວນນັບບໍ່ຖ້ວນ ເຊິ່ງບາງເທື່ອເອີ້ນວ່າ "ເອກະພົບຄູ່ຂະໜານ".
ໃນພະຫຸພົບນັ້ນອາດມີເອກະພົບຄູ່ຂະໜານທີ່ມີອົງປະກອບຕ່າງໆຄືກັບໃນເອກະພົບຂອງເຮົາແບບຄູ່ແຝດ ເຊັ່ນມີ: ອະນຸພາກມູນຖານ, ດວງດາວ ຫຼື ແມ່ນກະທັ້ງສິ່ງມີຊີວິດ ແລະ ມະນຸດແຕ່ລະຄົນຄືກັນ, ຄ້າຍກັບເປັນພາບສະທ້ອນໃນແວ່ນ. ແຕ່ຢ່າງໃດກໍຕາມ ເຫດການທີ່ເກິດຂື້ນໃນເອກະພົບຄູ່ຂະໜານນັ້ນຈະມີຄວາມເປັນໄປໄດ້ແຕກຕ່າງອອກໄປຈາກເອກະພົບຂອງເຮົານັບແບບບໍ່ຖ້ວນ.
ກ່ອນໜ້ານີ້ມີປາກົດການທາງວິທະຍາສາດທີ່ບໍ່ອາດອະທິບາຍໄດ້ຢູ່ຫຼາຍປະເດັນ ເຊິ່ງປາກົດການເຫຼົ່ານີ້ຊີ້ເຖິງຄວາມເປັນໄປໄດ້ທີ່ເອກະພົບຄູ່ຂະໜານຈະມີຢູ່ແທ້ ເຊັ່ນ: ໃນກໍລະນີທີ່ເອກະພົບຂອງເຮົາມີໄອໂຊໂທບລິທຽມ-7 ຢູ່ນ້ອຍກວ່າປະລິມານທີ່ຄວນຈະເກີດຂຶ້ນຈາກເຫດການບິກແບງ ຫຼື ໃນກໍລະນີຂອງລັງສີຄອສມິກ (ລັງສີຈັກກະວານ) ພະລັງງານສູງທີ່ເດີນທາງມາຈາກນອກກາແລັກຊີ ເຊິ່ງກວດພົບວ່າຊົງພະລັງຮຸນແຮງເກີນກວ່າຈະເດີນທາງຢູ່ແຕ່ພາຍໃນຂອບເຂດຂອງເອກະພົບທີ່ສັງເກດໄດ້ (Observable Universe).
ໃນຊຸມປີ 1970 ມີການທົດສອບຈັບເວລາທີ່ອະນຸພາກນິວຕຣອນສະຫຼາຍຕົວກາຍເປັນໂປຣຕອນ ແລະ ພົບວ່າເວລາທີ່ໃຊ້ບໍ່ເທົ່າກັນໃນແຕ່ລະຄັ້ງ ເຊິ່ງນັກວິທະຍາສາດບໍ່ສາມາດອະທິບາຍປາກົດການນີ້ໄດ້.
ການທົດລອງຄັ້ງຫຼ້າສຸດທີ່ທີມນັກຟິຊິກຂອງສະຫະລັດຈະເລີ່ມເດີນໜ້າໃນເດືອນນີ້ ຈະໃຊ້ວິທີຍິງລຳອະນຸພາກນິວຕຣອນໄປທີ່ກຳແພງທີ່ກັ້ນບໍ່ໃຫ້ພວກມັນຜ່ານໄປໄດ້ ແລະ ຈະຕິດຕັ້ງເຄື່ອງກວດຈັບນິວຕຣອນໄວ້ທີ່ດ້ານຫຼັງກຳແພງດັ່ງກ່າວ ໂດຍຄ່າຂອງການທົດລອງຕ້ອງເປັນສູນ ນິວຕຣອນຈະຜ່ານທະລຸກຳແພງໄປບໍ່ໄດ້. ແຕ່ຖ້າຫາກມີກໍລະນີຜິດປົກກະຕິເຊິ່ງພົບວ່າມີນິວຕຣອນຫຼຸດລອດຜ່ານມາໄດ້ ກໍອາດເປັນເຄື່ອງຢືນຢັນວ່າອະນຸພາກນັ້ນເກີດການ "ສັ່ນ" (Oscillating) ຈົນສາມາດຂ້າມເສັ້ນແບ່ງລະຫວ່າງເອກະພົບ ຜ່ານເຂົ້າໄປໃນເອກະພົບຄູ່ຂະໜານ ແລະ ກັບອອກມາໄດ້.
ຢ່າງໃດກໍຕາມ ດຣ ບຣູດຊາດ ບອກວ່າບໍ່ໄດ້ຄາດຫວັງຈະພົບກັບປາກົດການທີ່ເປີດປະຕູສູ່ເອກະພົບຄູ່ຂະໜານໄດ້ທັນທີໃນຄັ້ງນີ້ ແລະຄາດວ່າຜົນການກວດຈັບພຶດຕິກຳປະຫຼາດຂອງນິວຕຣອນຈະເປັນສູນ.
"ແຕ່ຫາກເກີດມີການຄົ້ນພົບຫຍັງໃໝ່ໆແບບນັ້ນຂຶ້ນມາ ໂສມໜ້າຂອງວົງການຟິຊິກຈະປ່ຽນໄປເລີຍ", ດຣ ບຣູດຊາດກ່າວ.