ເບິ່ງດວງລາຍວັນປະຈໍາວັນຈັນ ທີ 8 ກໍລະກົດ 2019 ຕາມແຕ່ລະວັນເກີດ

ວັນອາທິດ
ການງານ ຈະຫາວິທີເຮັດທຸລະກິດໃນແບບທີ່ບໍ່ຕ້ອງລົງທຶນຫຼາຍປານໃດ ແຕ່ກໍສາມາດສ້າງຜົນກຳໄລໄດ້ຫລາຍຂຶ້ນ
ການເງິນ ຫາເງິນເຂົ້າມາໄດ້ຢ່າງຕໍ່ເນື່ອງ ແລະ ມີໂຊກ ຜູ້ໃຫຍ່ຈະໃຫ້ການຊ່ວຍເຫລືອອຸບປະຖຳທາງດ້ານການເງິນ
ຄວາມຮັກ ຈະພົບຮັກ ພົບໃຜບາງຄົົນທີ່ຈະເຂົ້າມາໃນຊ່ວງນີ້ ທ່ານເປັນຄົນເກັ່ງທີ່ມີຄວາມສາມາດຫລາຍໆ
ເຄື່ອງມຸງຄຸນ ຄໍາຝຮັ່ງ
ສີມຸງຄຸນ ສີຂຽວ
ເລກນຳໂຊກ 5 8
ວັນຈັນ
ການງານ ວຽກງານຊ່ວງນີ້ຄ່ອນຂ້າງຫຼາຍ ແລະ ຄຽດຫລາຍເປັນພິເສດ ຫຼີກລ້ຽງບັນຫາບໍ່ໄດ້ເລີຍ ຕ້ອງແກ້ໄຂບັນຫາຕ່າງໆ ໃຫ້ຜ່ານພົ້ນໄປໃຫ້ໄດ້
ການເງິນ ການຕິດຕໍ່ເຈລະຈາຄວາມສະຫລາດ ກໍຈະສາມາດເຮັດໃຫ້ເອົາໂຕຫຼອດຈາກບັນຫາທາງດ້ານການເງິນໄດ້
ຄວາມຮັກ ລະວັງເລື່ອງຈຸກຈິກກວນໃຈ ຫລືເລື່ອງຫຶງຫວງທີ່ຈະເກີດຂຶ້ນກັບສະຖານນະການດ້ານຄວາມຮັກໃນຊ່ວງນີ້
ເຄື່ອງມຸງຄຸນ ເພັດສີຂາວ
ສີມຸງຄຸນ ສີດໍາ
ເລກນຳໂຊກ 1 2
ວັນຄານ
ການງານ ຈະພົບອຸປະສັກທາງດ້ານການງານ ແຕ່ຄວາມພະຍາຍາມແກ້ບັນຫາໃຫ້ຜ່ານພົ້ນໄປໄດ້
ການເງິນ ຈະພົບເລື່ອງທີ່ຕ້ອງຈ່າຍອອກໄປຕະຫຼອດ ແຕ່ກໍສາມາດໝຸນຫາໃຊ້ຈ່າຍໃຫ້ຜ່ານພົ້ນໄປໄດ້ສະເໝີ
ຄວາມຮັກ ທ່ານມີສະເນ່ຫລາຍໆ ໃນຊ່ວງນີ້ ແລະມີໂອກາດໄດ້ພົບຄົນຜິວຂາວ ເນື່ອງຈາກທຸລະກິດການງານທີ່ຕ້ອງໄດ້ພົບກັນ
ເຄື່ອງມຸງຄຸນ ຫີນນໍາໂຊກສີເຫຼືອງ
ສີມຸງຄຸນ ສີບົວ
ເລກນຳໂຊກ 8 2
ວັນພຸດ
ການງານ ຈະພົບອຸປະສັກຕ່າງໆ ກ່ຽວກັບເລື່ອງການງານໃນຊ່ວງນີ້ ຄ່ອຍໆ ແກ້ບັນຫາໄປເທື່ອລະຂັ້ນຕອນກໍຈະເກີດຄວາມສຳເລັດໄດ້ໃນທີ່ສຸດ
ການເງິນ ຈະພົບເລື່ອງທີ່ຕ້ອງຈ່າຍອອກໄປສະເໝີ ແຕ່ດ້ວຍຄວາມສາມາດກໍຈະສາມາດຫາເຂົ້າມາໄດ້ເພີ່ມຂຶ້ນ
ຄວາມຮັກ ຄວນໃຊ້ເວລາເບິ່ງໃຈກັນຕໍ່ໄປໃຫ້ດົນກວ່ານີ້ ສຳລັບຜູ້ທີ່ຫາກໍ່ເລີ່ມຕົ້ນຄົບຫາກັນ ຈຶ່ງຈະດີຕໍ່ຄວາມສຳພັນ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີມ້ວງ
ເລກນຳໂຊກ 6 8
ວັນພະຫັດ
ການງານ ຈະຕ້ອງໃຊ້ເງິນໃນການລົງທຶນດ້ານທຸລະກິດ ຄວນວາງແຜນໃນການຄວບຄຸມຕົ້ນທຶນໃຫ້ດີທີ່ສຸດ
ການເງິນ ເລື່ອງເງິນຍັງສົ່ງຜົນໃຫ້ເກີດບັນຫາບໍ່ສະບາຍໃຈ ເພາະຊ່ວງນີ້ໃຊ້ເງິນອອກໄປຫລາຍແທ້ໆ
ຄວາມຮັກ ລະວັງໃນເລື່ອງການສະແດງທ່າທີທີ່ໃຊ້ອາລົມຫລາຍເກີນໄປ ຈະສົ່ງຜົນກະທົບກະເທືອນຕໍ່ຈິດໃຈຂອງຄົນຮັກ
ເຄື່ອງມຸງຄຸນ ຄໍາຝຮັ່ງ
ສີມຸງຄຸນ ສີດໍາ
ເລກນຳໂຊກ 2 8
ວັນສຸກ
ການງານ ການເດີນທາງຕິດຕໍ່ດ້ານການງານອາດເມື່ອຍ ແຕ່ກໍຍັງຮູ້ສຶກມ່ວນໃນເລື່ອງການເຮັດວຽກງານຢູ່
ການເງິນ ຫາເງິນເຂົ້າມາໄດ້ຢ່າງຕໍ່ເນື່ອງ ໂຊກດີຫລາຍຂຶ້ນຫລາຍກວ່າແຕ່ກ່ອນ ໄດ້ເງິນຫລາຍຂຶ້ນເຫັນໄດ້ຊັດເຈນ
ຄວາມຮັກ ເບິ່ງຄືຈະຕັດສິນໃຈດ້ານຄວາມຮັກ ເພາະຢາກຈະໂທຫາຫລືຈະພະຍາຍາມຕິດຕໍ່ຫາຄົນທີ່ຮັກກໍຍັງບໍ່ກ້າ ເພາະມີເລື່ອງຜິດໃຈກັນ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີນໍ້າຕານ
ເລກນຳໂຊກ 3 1
ວັນເສົາ
ການງານ ເດີນທາງຕິດຕໍ່ທາງດ້ານການງານ ຊຶ່ງມີຂໍ້ດີທີ່ວ່າຈະໄດ້ຜົນປະໂຫຍດຈາກການຕິດຕໍ່ທີ່ມີໂຊກຫລາຍຂຶ້ນ
ການເງິນ ມີເລື່ອງໃຊ້ເງິນຕະຫລອດແຕ່ກໍໂຊກດີທີ່ວ່າມີເພດກົງກັນຂ້າມຖ້າອຸບປະຖຳດ້ານການເງິນສະເໝີ
ຄວາມຮັກ ວຽກງານຫລາຍແລະຍັງບໍ່ຕັດສິນໃຈດ້ານຄວາມຮັກ ເພາະເວລາສ່ວນໂຕໃຫ້ກັບຕົນເອງຍັງບໍ່ຄ່ອຍມີໃນຊ່ວງນີ້
ເຄື່ອງມຸງຄຸນ ເພັດສີແດງ
ສີມຸງຄຸນ ສີເທົາ
ເລກນຳໂຊກ 4 6