ນິວຊີແລນເລີ່ມມາດຕະການ ຫ້າມຫ້າງຮ້ານໃຫ້ຖົງປຼາສະຕິກແກ່ລູກຄ້າ ລະເມີດປັບໃໝກວ່າ 580 ລ້ານກີບ

ມາດຕະການຫ້າມໃຊ້ຖົງປຼາສະຕິກເລີ່ມມີຜົນບັງຄັບໃຊ້ແລ້ວທົ່ວນິວຊີແລນ ເລີ່ມຕັ້ງແຕ່ວັນທີ 1 ກໍລະກົດນີ້ເປັນຕົ້ນໄປ ໂດຍຫາກພົບວ່າຫ້າງຮ້ານໃດຍັງໃຫ້ຖົງປຼາສະຕິກແກ່ລູກຄ້າ ອາດຖືກລົງໂທດປັບບໍ່ເກີນ 67,000 ໂດລາສະຫະລັດ ຫຼື ປະມານເກືອບ 585 ລ້ານກີບ.
ຢ່າງໃດກໍຕາມ ນັກວິຈານຫຼາຍຄົນບອກວ່າມາດຕະການນີ້ຍັງຄົງນ້ອຍເກີນໄປສຳລັບການແກ້ໄຂບັນຫາຂີ້ເຫຍື້ອປຼາສະຕິກໃນນິວຊີແລນ.
ແຕ່ລະປີ ຊາວນິວຊີແລນໃຊ້ຖົງປຼາສະຕິກປະມານ 750 ລ້ານອັນ ຊຶ່ງຜົນສຳຫຼວດຊີ້ວ່າປະຊາຊົນສ່ວນໃຫຍ່ສະໜັບສະໜູນມາດຕະການຫ້າມໃຊ້ຖົງປຼາສະຕິກທີ່ລັດຖະບານນິວຊີແລນບອກວ່າເປັນໂຕການສຳຄັນໃນການທຳລາຍສິ່ງແວດລ້ອມ.
ລັດຖະບານນິວຊີແລນຂໍໃຫ້ປະຊາຊົນລາຍງານຕໍ່ທາງການທັນທີຫາກພົບວ່າສູນການຄ້າ ຫຼື ຮ້ານໃດທີ່ຍັງຄົງໃຫ້ຖົງປຼາສະຕິກແບບໃຊ້ເທື່ອດຽວແລ້ວຖິ້ມແກ່ລູກຄ້າຢູ່. ນອກຈາກນີ້ຈະມີການສົ່ງເຈົ້າໜ້າທີ່ໄປສຸ່ມກວດຕາມຮ້ານຕ່າງໆ ເປັນປະຈຳ.
ຢູຈີນີ ເຊດ ຜູ້ຊ່ວຍລັດຖະມົນຕີດ້ານສິ່ງແວດລ້ອມຂອງນິວຊີແລນ ກ່າວວ່າ ຄຳສັ່ງຫ້າມເທື່ອນີ້ຄືສ່ວນໜຶ່ງຂອງມາດຕະການກຳຈັດ "ວັດທະນະທຳການຖິ້ມຂີ້ເຫຍື້ອ" ຂອງນິວຊີແລນ.
ນາງບອກອີກວ່າ ຄົນຮຸ່ນເກົ່າແກ່ ເຊັ່ນ: ແມ່ເຖົ້າຂອງນາງນັ້ນເກືອບບໍ່ຕ້ອງໃຊ້ຖົງປຼາສະຕິກເວລາໄປຕະຫຼາດ ຫຼື ຊື້ເຄື່ອງຂອງ ມາດຕະການນີ້ຈຶ່ງຄືກັບເປັນການຍ້ອນໄປສູ່ວັດທະນະທຳແບບເດີມທີ່ເຮົາຍັງໃຊ້ຖົງປຼາສະຕິກບໍ່ຫຼາຍເທົ່າໃດ.
ນາຍົກລັດຖະມົນຕີນິວຊີແລນ ຈາຊິນດາ ອາເດີນ ປະກາດມາດຕະການຫ້າມໃຊ້ຖົງປຼາສະຕິກມາຕັ້ງແຕ່ປີກ່ອນ ໂດຍຄຳສັ່ງທີ່ມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 1 ກໍລະກົດ ກວມເອົາຖົງປຼາສະຕິກບາງທີ່ມີຄວາມໜາບໍ່ເຖິງ 70 ໄມຄຣອນ ແຕ່ທາງການຍັງຄົງຍົກເວັ້ນໃຫ້ໃຊ້ຖົງຂີ້ເຫຍື້ອ ແລະ ຖົງສຳລັບເກັບອາຈົມຂອງໝາ ແລະ ສັດລ້ຽງຕ່າງໆ.
ຢ່າງໃດກໍຕາມ ນັກວິຈານໄດ້ວິຈານນະໂຍບາຍນີ້ບອກວ່າ ຊ່ອງຫວ່າງທີ່ເກີດຈາກມາດຕະການດັ່ງກ່າວຄື ຫ້າງຮ້ານຕ່າງໆ ຈະສາມາດຂາຍຖົງປຼາສະຕິກແບບໜາທີ່ສາມາດນຳກັບມາໃຊ້ໃໝ່ໄດ້ຫຼາຍຂຶ້ນ ຊຶ່ງຖົງປຼາສະຕິກດັ່ງກ່າວສາມາດເປັນອັນຕະລາຍຕໍ່ສິ່ງແວດລ້ອມຫຼາຍກວ່າຖົງປຼາສະຕິກແບບບາງ ເພາະໃຊ້ເວລາຍ່ອຍສະຫຼາຍດົນກວ່າ.
ປັດຈຸບັນຫຼາຍກວ່າ 50 ປະເທດທົ່ວໂລກ ລວມທັງ ຈີນ ແລະ ຝຣັ່ງ ໄດ້ໃຊ້ກົດໝາຍຈຳກັດ ຫຼື ຫ້າມໃຊ້ຖົງປຼາສະຕິກແບບທີ່ນິວຊີແລນນຳມາໃຊ້ໃນຂະນະນີ້ ແລະ ອີກຫຼາຍປະເທດ ລວມທັງ ແຄນາດາ ທີ່ກຳລັງຈະນຳມາໃຊ້ໄວໆ ນີ້ເຊັ່ນກັນ.
ຂໍຂອບໃຈ
ຂໍ້ມູນ : VOA via sanook!