ຣີວິວ Spider-Man: Far From Home ເອົາໄປເລີຍ 9/10 ບອກເລີຍວ່າ ມ່ວນສຸດ!

Spider-Man: Far From Home ສະບັບຂອງ Tom Holland ບອກໄດ້ເລີຍວ່າເປັນຕົວລະຄອນທີ່ສົມບົດບາດທີ່ສຸດ ບໍ່ເສຍໃຈ ແລະ ຜິດຫວັງເລີຍຫຼັງຈາກທີ່ໄດ້ຮັບຊົມຮູບເງົາເລື່ອງນີ້.
Spider-Man ໃນເວີຊັນນີ້ບອກໄດ້ຄໍາດຽວວ່າສຸດມ່ວນ ສໍາລັບຜູ້ຂຽນເບິ່ງແລ້ວທັງມ່ວນ ທັງອິນໄປກັບຕົວລະຄອນ. ເນື້ອເລື່ອງເລີ່ມຂຶ້ນມາ ແມ່ນຕອນຕໍ່ຈາກ Avengers: Endgame ເລີຍກໍ່ວ່າໄດ້. ຈາກໂລກໃນຍຸກທີ່ບໍ່ມີຜູ້ທີ່ເປັນທຸກຢ່າງຂອງ Avengers ນັ້ນກໍ່ຄື Tony Stark ຫຼື Ironman ທີ່ເສຍສະຫຼະຕົນເອງໂດຍການດີດນິ້ວ Infinity ເພື່ອລ້າງບາບໂຕຮ້າຍທີ່ໂຫດທີ່ສຸດຂອງ MCU ຄື Thanos ແລະ ກອງທັບ. ການເສຍສະຫຼະຊີວິດຂອງຕົວລະຄອນ Ironman ໄດ້ສ້າງຄວາມເສຍໃຈໃຫ້ກັບ Peter Parker ຫຼື Spider-Man ຢ່າງໜັກໜ່ວງ ເພາະຫຼັງຈາກທີ່ Tony Stark ໄດ້ເສຍຊີວິດ Tony ໄດ້ວາງແຜນໄວ້ ແລະ ເລືອກຜູ້ທີ່ຈະມາເຮັດໜ້າທີ່ແທນເຂົານັ້ນກໍ່ຄື Peter ເຊິ່ງເຂົາຍັງບອກອີກ ວ່າ Peter ຄືຄົນດຽວທີ່ເຂົາໄວ້ວາງໃຈໃນການທີ່ຈະມອບເຕັກໂນໂລຊີໃຫ້ເພື່ອໃຊ້ໃນການປົກປ້ອງໂລກ ແລະ ເປັນ Avengers ທີ່ອາດຈະເຮັດໜ້າທີ່ໄດ້ດີກວ່າເຂົາ. ສິ່ງນັ້ນໄດ້ສ້າງຄວາມກົດດັນພໍສົມຄວນໃຫ້ກັບຕົວຂອງ Peter ເອງ ເພາະເຂົາພຽງຕ້ອງການທີ່ຈະເປັນ ຍອດມະນຸດທໍາມະດາ ແລະ ໃຊ້ຊີວິດໃນໄວຮຽນແບບໄວໜຸ່ມທົ່ວໄປ ໂດຍທີ່ບໍ່ຕ້ອງແບກຮັບພາລະທັງໝົດນີ້.
ໃນພາກນີ້ໄດ້ມີຕົວລະຄອນທີ່ເຮົາຮູ້ຈັກກັນດີຄື Nick Fury ຫົວໜ້າຜູ້ກໍ່ຕັ້ງທີມ Avengers ແລະ ຜູ້ຊ່ວຍ Maria Hill ທີ່ໄດ້ມາຊັກຊວນໃຫ້ Spider-Man ເຂົ້າຮ່ວມເຮັດພາລະກິດທີ່ເຂົາເອງກໍ່ຮັບມືບໍ່ໄດ້ ແລະ ຍ້າຍໄປປະຈໍາສັງກັດ ຢູ່ທີ່ເບີລິນ. ໃນພາກນີ້ ໄດ້ມີຕົວລະຄອນໃໝ່ທີ່ເພີ່ມເຂົ້າມາໃນນາມ Mysterio ຜູ້ທີ່ອ້າງວ່າມາຈາກໂລກ 833 ສ່ວນໂລກທີ່ຢູ່ປະຈຸບັນແມ່ນໂລກ 616 ເປັນຜູ້ທີ່ມາພ້ອມກັບພະລັງມະຫາສານສາມາດບິນໄດ້ ແລະ ຕໍ່ສູ້ກັບອະສູນທີ່ກໍາເນີດຈາກທາດຕ່າງໆ. ສິ່ງທີ່ໜ້າສົນໃຈແມ່ນ Nick Fury ໄດ້ເອົາແວ່ນຕາ ອີດິດ (EDITH) ຂອງ Tony Stark ໃຫ້ກັບ Peter ເຊິ່ງເປັນລະບົບປະຕິບັດການອັດສະລິຍະໂປຣແກມ. Tony ຕັ້ງຊື່ແວ່ນຈາກປະໂຫຍກທີ່ວ່າ: Even [I’m] Dead I’m The Superhero ນັ້ນຍິ່ງເຮັດໃຫ້ Peter ຕັ້ງຄໍາຖາມວ່າ ໂຕເອງຄູ່ຄວນກັບສິ່ງນີ້ ຫຼື ບໍ່?
ເນື້ອເລື່ອງຫຼັກໆກໍ່ແມ່ນການເດີນທາງໄປທ່ຽວກັບບັນດາໝູ່ເພື່ອນເພື່ອພັກຜ່ອນ ແລະ ໜີຈາກພາລະຂອງ Spider-Man ລວມໄປເຖິງການບອກຮັກສາວທີ່ Peter ຫຼົງໄຫຼ ນັ້ນກໍ່ຄື MJ ແຕ່ກໍ່ບໍ່ພົ້ນກັບຄວາມຮັບຜິດຊອບ ທີ່ຕົນເອງຕ້ອງໄດ້ຮັບນັ້ນກໍ່ຄື ພາລະກິດທີ່ Nick Fury ໄດ້ມອບໝາຍໃຫ້. ດັ່ງນັ້ນຈຶ່ງເປັນແບບທົດສອບສໍາລັບເຂົາວ່າ ຈະສາມາດແກ້ໄຂບັນຫາ ແລະ ເຫດການທີ່ເກີດຂຶ້ນ ພ້ອມທັງປົກປ້ອງໝູ່ເພື່ອນໄປນໍາ ແລະ ເຮັດໜ້າທີ່ເປັນ Spider-Man ໄດ້ຄືທີ່ Tony ຝາກຄວາມຫວັງໄວ້.
ສິ່ງທີ່ຜູ້ຂຽນປະທັບໃຈແມ່ນການຕໍ່ເນື່ອງ ແລະ ກ່ຽວພັນກັນຂອງ MCU ໃນແຕ່ລະເລື່ອງທີ່ຜ່ານມາ ແລະ ຄິດວ່າທຸກຄົນຍັງຈື່ກັນໄດ້ແນ່ນອນ ເພາະຮູບເງົາເລົ່າເຖິງຄວາມເປັນມາທີ່ຄ່ອນຂ້າງລະອຽດ ແລະ ເຫດຜົນການກະທໍາຂອງຕົວລະຄອນ ພ້ອມທັງຍັງບໍ່ຖິ້ມຄວາມເປັນ MCU ຄືທີ່ຜ່ານມາ ໂດຍສະເພາະແມ່ນການຢອດມຸກຕະຫຼົກເພື່ອບໍ່ໃຫ້ຄົນເບິ່ງກັງວົນເກີນໄປ ແລະ ສິ່ງທີ່ສໍາຄັນ ແມ່ນເລື່ອງຂອງພາບ, ສຽງ, ການສະແດງຕ່າງໆບອກໄດ້ເລີຍວ່າ ມີຄວາມລົງຕົວ ເຂົ້າກັນໄດ້ຢ່າງສົມຈິງ ຄືກັບຫຼຸດອອກມາຈາກກາຕູນ ຫຼື ໜັງສືຂອງ Spider-Man ໃນ comic ກັນເລີຍ.
ໂດຍລວມແລ້ວສໍາລັບ Spider-Man: Far From Home ແມ່ນຍັງຄົງຮັກສາມາດຕະຖານຮູບເງົາຊຸບເປີຮີໂຣ Marvel ໄດ້ຢ່າງໜຽວແໜ້ນ. ໃນແງ່ຂອງຄວາມບັນເທີງຄວບຄູ່ກັບມາດຕະຖານຂອງ Production ໂດຍນອກຈາກທີ່ກ່າວມາ ກໍຄົງຈະໜີບໍ່ພົ້ນເລື່ອງລາວທີ່ເລົ່າຕໍ່ຂອງຈັກກະວານໂດຍການປິດທ້າຍ End Credit ເຖິງສອງສາກທີ່ທຸກຄົນເຫັນແລ້ວຕ້ອງມີ surprise ແນ່ນອນ ຜູ້ຂຽນເຫັນແລ້ວບອກເລີຍວ່າຍິ່ງຢາກເບິ່ງພາກຕໍ່ໄວໆ ເພາະເລື່ອງລາວໄດ້ດໍາເນີນຕໍ່ໄປແບບທີ່ເຮົາເດົາບໍ່ຖືກເລີຍ.
ເລົ່າມາຂະໜາດນີ້ ບໍ່ເບິ່ງບໍ່ໄດ້ແລ້ວ ແຟນຮູບເງົາ ຊຸບເປີຮີໂຣຕົວຈິງຕ້ອງບໍ່ຄວນພາດ ເຂົ້າສາຍແລ້ວມື້ນີ້ທີ່ໂຮງຮູບເງົາໃກ້ບ້ານທ່ານ.