Miss World 2019 ໄດ້ສະຖານທີ່ຈັດປະກວດແລ້ວ ປ່ຽນຈາກ ໄທ ເປັນ ລອນດອນ ປະເທດອັງກິດ

ຜູ້ຈັດປະກວດມິສເວີ (Miss World) ປະກາດປ່ຽນເຈົ້າພາບ ການຈັດປະກວດມິສເວີ 2019 ຈາກປະເທດໄທ ເປັນ ລອນດອນ ປະເທດອັງກິດ ໃນເດືອນທັນວານີ້.
ເມື່ອຕົ້ນປີ ບໍລິສັດ ທີດັບບລິວແພເຈ້ນ ຈຳກັດ ຖະແຫຼງຂ່າວເປັນຜູ້ໄດ້ລິຂະສິດຈັດການປະກວດ 'ມິສເວີ 2019' ເທື່ອທີ 69 ສ້າງຄວາມຕື່ນເຕັ້ນໃຫ້ກັບເຫຼົ່າແຟນນາງງາມໄທ ເພາະເປັນເທື່ອທຳອິດຂອງປະເທດທີ່ໄດ້ເປັນເຈົ້າພາບເວທີປະກວດນາງງາມລະດັບນານາຊາດທີ່ຍິ່ງໃຫຍ່ຂອງໂລກ ຢ່າງ Miss World.
ແຕ່ເມື່ອວານນີ້ ເພຈ Miss World ໄດ້ຖະແຫຼງກາໃໝ່ວ່າ ການປະກວດເທື່ອນີ້ ລອນດອນ ປະເທດອັງກິດ ຈະເປັນເຈົ້າພາບຈັດການປະກວດ ແລະ ພ້ອມຕ້ອນຮັບ ສາວງາມກວ່າ 130 ປະເທດທົ່ວໂລກ ໂດຍຂໍ້ຄວາມລະບຸວ່າ:
"ຈູເລຍ ມໍລີ່ ປະທານ ແລະ ຊີອີໂອ ມິສເວີອໍແກໄນເຊຊັນ ໄດ້ປະກາດໃນລາຍການສົດ Good Morning Britain ທີ່ ເພຍ ມໍແກນ ນັກຂ່າວຄົນດັງເປັນຜູ້ດຳເນີນລາຍການ ວ່າ ສາວງາມກວ່າ 130 ຄົນຈາກທົ່ວໂລກ ຈະມາເຮັດກິດຈະກຳໃນການປະກວດມິສເວີ ຕະຫຼອດ 3 ອາທິດ ໂດຍສາວງາມຜູ້ເຂົ້າປະກວດ ຈະມາເຖິງລອນດອນໃນວັນທີ 20 ພະຈິກ ແລະ ຮອບຕັດສິນຈະຈັດຂຶ້ນໃນວັນເສົາທີ 14 ທັນວາ ທີ່ ExCeL London.
ພິທີເປີດຈະຈັດຂຶ້ນໃນນະຄອນຫຼວງລອນດອນ ແລະ ມີການປະກວດ Fast track ເພື່ອຜ່ານເຂົ້າີອບ 30 ຄົນອັດຕະໂນມດ ໃນຫຼາກຫຼາຍດ້ານ ທັງຄວາມສາມາດພິເສດດ້ານກີລາ, Head to Head Challenge ແລະ Beauty With A Purpose ຊຶ່ງຈະຈັດໃນສະຖານທີ່ສຳຄັນທີ່ໂດດເດັ່ນທີ່ສຸດຂອງນະຄອນຫຼວງລອນດອນທີ່ມີວັດທະນະທຳ ແລະ ມໍລະດົກອັນມີຊື່ສຽງ.
ຈູເລຍ ກ່າວວ່າ “ລອນດອນເປັນເມືອງທີ່ຍິ່ງໃຫຍ່ຫຼາຍທີ່ສຸດໃນໂລກທີ່ຄວນຢ້ຽມຊົມ ແລະ ຍັງເປັນຈຸດເລີ່ມຕົ້ນຂອງ Miss World ໃນປີ 1951 ຊຶ່ງເປັນສ່ວນໜຶ່ງຂອງການສະເຫຼີມສະຫຼອງ ແລະ ໃນປີນີ້ເຮົາຈະສະແດງທີ່ດີທີ່ສຸດ".
ສ່ວນປະເທດໄທ ເຊິ່ງປະກາດອອກມາກ່ອນໜ້ານີ້ວ່າຈະເປັນເຈົ້າພາບໃນປີນີ້ນັ້ນ ຈະເລື່ອນໄປເປັນເຈົ້າພາບໃນການປະກວດ Miss World ປີ 2020 ເພື່ອສະເຫຼີມສະຫຼອງປີທີ 70 ຂອງເວທີນີ້ ເຊິ່ງ ຈູເລຍກ່າວວ່າ ປະເທດໄທຈະເຮັດວຽກຢ່າງໃກ້ຊິດໃນລອນດອນກັບກອງປະກວດເພື່ອແບ່ງປັນປະສົບການໃນລອນດອນ ໂດຍລາຍລະອຽດຕ່າງໆ ຈະມີການປະກາດໄວໆນີ້.
ມິສເວີລາວ 2019 ເປີດຮັບສະໝັກແລ້ວ ເນັ້ນ "ງາມຢ່າງມີຄຸນຄ່າ ສູ່ສາຍຕາສຳຜັດໄດ້"
ວັນທີ 30 ມິຖຸນາ ທີ່ຜ່ານມາ ທີ່ນະຄອນຫຼວງວຽງຈັນ ກອງປະກວດມິສເວີລາວ ກໍໄດ້ປະກາດເລີ່ມໂຄງການຢ່າງເປັນທາງການແລ້ວ ໂດຍໄດ້ເປີດຮັບສະໝັກສາວງາມທີ່ມີຄວາມສາມາດ ແລະ ພ້ອມທີ່ຈະໄປຢືນຢູ່ເທິງເວທີສາກົນໃຫ້ເຂົ້າຮ່ວມປະກວດເພື່ອຄັດເລືອກເປັນຕົວແທນຂອງປະທດລາວໄປຊີງມຸງກຸດກັບສາວງາມຈາກຊາດອື່ນໆ.
ສຳລັບໄລຍະຂອງການປະກວດໃນປີນີ້ ຈະແບ່ງອອກເປັນ 5 ໄລຍະຄື: ເລີ່ມເປີດຮັບສະໝັກໃນວັນທີ 30 ມິຖຸນາ 2019, ຄັດເລືອກຜູ້ເຂົ້າຮອບ 20 ຄົນສຸດທ້າຍວັນທີ 20 ສິງຫາ 2019, ຖ່າຍແບບປະຊາສຳພັນ 27 ສິງຫາ 2019, ເກັບໂຕທີ່ໂຮງແຮມ ແລະ ເຮັດກິດຈະກຳຕ່າງໆ ວັນທີ 10 ກັນຍາ 2019 ແລະ ຮອບຕັດສິນເພື່ອເຟ້ນຫາເຈົ້າຂອງມຸງກຸດ Miss World Laos 2019 ໃນວັນທີ 15 ກັນຍາ 2019 ນີ້.
ຮ່ວມສະໝັກ ໂດຍສາມາດຕິດຕາມຂໍ້ມູນເພີ່ມເຕີມ ແລະ ຮູ້ກ່ຽວກັບວິທີການສະໝັກໄດ້ທີ່ ເຟສບຸກ Miss World Laos.
ຂໍຂອບໃຈ
ຂໍ້ມູນ : Voice TV