ມຊ ເປີດໃຫ້ລົງທະບຽນສອບເສັງເຂົ້າມະຫາວິທະຍາໄລແບບອອນລາຍ ແຕ່ 1-30 ກໍລະກົດ 2019

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ເປີດໃຫ້ລົງທະບຽນສອບເສັງເຂົ້າມະຫາວິທະຍາໄລດັ່ງກ່າວແບບອອນລາຍ (Online) ໂດຍເລີ່ມແຕ່ວັນທີ 1-30 ກໍລະກົດນີ້ ຜ່ານທາງເວັບໄຊ www.entrance.nuol.edu.la ແລະ ນໍາເອກະສານມາສະເໜີຮັບ ບັດອະນຸຍາດເຂົ້າຫ້ອງເສັງຈາກການລົງທະບຽນອອນລາຍ ເລີ່ມວັນທີ 8-30 ກໍລະກົດ ຢູ່ທີ່ສະໂມສອນໃຫຍ່ມະຫາວິທະຍາໄລແຫ່ງຊາດ.
ເອກະສານຕ່າງໆທີ່ຜູ້ສະໝັກຈະຕ້ອງໄດ້ກະກຽມ ແລະ ນໍາມາສະເໜີຕໍ່ຄະນະກໍາມະການກວດກາ ແລະ ອອກບັດອະນຸຍາດເຂົ້າຫ້ອງສອບເສັງ. ສໍາລັບຜູ້ສະໝັກທີ່ຈົບການສອບເສັງມັດທະຍົມສົມບູນ ມ7 ໃນສົກສຶກສາ 2018-2019 ໃຫ້ປະກອບເອກະສານດັ່ງນີ້: ສໍາເນົາບັດເຂົ້າຫ້ອງສອບເສັງ ມ7 (1 ສະບັບ), ສໍາເນົາບັດປະຈໍາຕົວ ຫຼືປຶ້ມສໍາມະໂນຄົວ (1 ສະບັບ) ແລະ ຮູບຖ່າຍ ຂະໜາດ 3x4 ຖ່າຍບໍ່ໃຫ້ເກີນ 3 ເດືອນ (2 ໃບ) (ໂດຍໃຫ້ເອົາຮູບດຽວກັນກັບຮູບທີ່ຕິດບັດເຂົ້າຫ້ອງສອບເສັງມໍປາຍ ແລະ ເອກະສານທຸກຊະນິດຈະຕ້ອງມີຕົ້ນສະບັບມາຢັ້ງຢືນ ເພື່ອກວດສອບຄວາມຖືກຕ້ອງ). ສໍາລັບຜູ້ສະໝັກທີ່ຈົບການສຶກສາມັດທະຍົມສົມບູນກ່ອນສົກສຶກສາ 2018-2019 ໃຫ້ປະກອບເອກະສານດັ່ງນີ້: ສໍາເນົາປະກາສະນີຍະບັດຈົບ ມ7 (1 ສະບັບ), ສໍາເນົາບັດປະຈໍາຕົວ ຫຼືປຶ້ມສໍາມະໂນຄົວ (1 ສະບັບ) ແລະ ຮູບຖ່າຍຂະໜາດ 3x4 ຖ່າຍບໍ່ໃຫ້ເກີນ 3 ເດືອນ (2 ໃບ).
ສ່ວນຜູ້ສະໝັກຜູ້ທີ່ເປັນພະນັກງານ ຕ້ອງມີສໍາເນົາປະກາສະນີຍະບັດຈົບ ມ7 (1 ສະບັບ), ສໍາເນົາບັດປະຈໍາຕົວ ຫຼືປຶ້ມສໍາມະໂນຄົວທີ່ມີຮູບຜູ້ສະໝັກຕິດຢູ່ (1 ສະບັບ) ແລະ ຮູບຖ່າຍຂະໜາດ 3x4 ຖ່າຍບໍ່ໃຫ້ເກີນ 3 ເດືອນ (2 ໃບ) (ເອກະສານທຸກຊະນິດຈະຕ້ອງມີຕົ້ນສະບັບມາຢັ້ງຢືນ ເພື່ອກວດສອບຄວາມຖືກຕ້ອງ).
ສໍາລັບຄ່າທໍານຽມສະໝັກສອບເສັງແມ່ນ 40 ພັນກີບ ໂດຍໄດ້ປະຕິບັດຕາມແຈ້ງການຂອງກະຊວງສຶກສາທິການ ແລະ ກິລາ. ພ້ອມກັນນັ້ນ ມຊ ກໍໄດ້ກະກຽມສະໜອງອຸປະກອນຈໍານວນໜຶ່ງທີ່ຈໍາເປັນ ເຊັ່ນ: ປື້ມຄູ່ມືແນະນໍາການສອບເສັງ, ບົດຝຶກຫັດວິຊາສອບເສັງໃນປີທີ່ຜ່ານມາໆ ແລະ ສໍດໍາ ຫຼືອຸປະກອນທີ່ຈໍາເປັນສໍາລັບໃຊ້ເຂົ້າໃນການສອບເສັງ ໄວ້ບໍລິການແກ່ຜູ້ທີ່ມາສະໝັກສອບເສັງ ໃນລາຄາ 20 ພັນກີບ. ໃນກໍລະນີຜູ້ສະໝັກຫາກມີຂໍ້ສົງໄສ ຫຼືບໍ່ເຂົ້າໃຈໃນວິທີການ ແລະ ຂັ້ນຕອນຂອງການສະໝັກ ຫຼືລົງທະບຽນແບບອອນລາຍນີ້ ສາມາດອອນລາຍມາທີ່ Facebook Group: GSTD2019 ແລະ Facebook Messenger: NUOLOFFICIAL ຫຼືສາມາດລົງທະບຽບແບບອອນລາຍໂດຍກົງ ໄດ້ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ ເລີ່ມແຕ່ວັນທີ 8-30 ກໍລະກົດ 2019.
(ໄກ່ແຈ້)
ຂໍຂອບໃຈ
ພາບ : NUOL