ງາມແລ້ວຍັງຮັກສິ່ງແວດລ້ອມ! "ຕຸລີ່ ບິດາລັກ" ຊວນຫຼຸດຜ່ອນການນຳໃຊ້ຖົງປຼາສະຕິກ

ຖືວ່າເປັນອີກໜຶ່ງສາວຄົນບັນເທີງຂອງລາວທີ່ນອກຈສກຈະມີຄວາມສາມາດໃນການຮ້ອງເພງ, ເປັນພິທີກອນ ແລະ ນາງແບບແລ້ວ ແຕ່ຍັງໃສ່ໃຈເລື່ອງຂອງສິ່ງແວດລ້ອມ ເພາະຫຼ້າສຸດໃນຄລິບວິດີໂອທີ່ສາວເມືອງຫຼວງພະບາງຄົນນີ້ໄດ້ໂພສລົງໃນອິນສະຕາແກຣມສ່ວນຕົວ ໄດ້ອອກມາເວົ້າກ່ຽວກັບຜົນກະທົບຂອງປຼາສະຕິກທີ່ເຮົາຖິ້ມໄປທົ່ວໂດຍບໍ່ໄດ້ຄຳນຶງເຖິງຜົນເສຍທີ່ເກີດຂຶ້ນ.
ເຊິ່ງໃນໂພສດັ່ງກ່າວ ສາວຕຸລີ່ ໄດ້ເຊີນຊວນໃຫ້ທຸກຄົນຫຼຸດຜ່ອນການນຳໃຊ້ຖົງປຼາສະຕິກ ເພາະເມື່ອເຮົາຖິ້ມໄປໃນສິ່ງແວດລ້ອມແລ້ວ ຕ້ອງໃຊ້ເວລາຫຼາຍຮ້ອຍປີກ່ອນທີ່ຈະຍ່ອຍສະຫຼາຍ ໃນຂະນະທີ່ໃນວິດີໂອດັ່ງກ່າວ ສາວຄົນນີ້ກຳລັງດຶງເອົາເສດຖົງປຼາສະຕິກທີ່ທັບຖົມໃນດິນອອກມາ.
ເປັນທີ່ຮູ້ກັນວ່າ ປຼາສະຕິກສົ່ງຜົນກະທົບຕໍ່ສິ່ງແວດລ້ອມຫຼາຍດ້ານ ເຖິງວ່າຈະຍ່ອຍສະຫຼາຍແລ້ວ ແຕ່ກໍຈະກາຍເປັນໄມໂຄຣປຼາສະຕິກ ຫຼື ປຼາສະຕິກທີ່ມີຂະໜາດນ້ອຍ ແລ້ວປົນເປື້ອນໃນດິນ, ນໍ້າ ແລະ ເຂົ້າໄປຢູ່ໃນຮ່າງກາຍຂອງສັດ ສົ່ງຜົນກະທົບດ້ານລົບຕໍ່ສັດນໍ້າ ແລະ ອື່ນໆ.
ຂໍຂອບໃຈ
ພາບ : bidalack_syackhaphom