ເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍຍັງສືບຕໍ່ພັດທະນາ ຊີ້ ມີການອອກແບບຄູກັ້ນນໍ້າຄືນໃໝ່ ປອດໄພຂຶ້ນ

ຂ່າວສານປະເທດລາວລາຍງານວ່າ ໂຄງການພັດທະນາເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ, ຊຶ່ງກວມເອົາ ແຂວງຈຳປາສັກ ແລະ ອັດຕະປື ບໍ່ໄດ້ໂຈະການກໍ່ສ້າງ ແລະ ປັດຈຸບັນ ກຳລັງສືບຕໍ່ການພັດທະນາຄືນ ແຕ່ວ່າໄດ້ມີການອອກແບບຄູກັ້ນນ້ຳຄືນໃໝ່ ຊຶ່ງມີຄວາມຮັບປະກັນຄວາມປອດໄພ 100%.
ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ໄດ້ໃຫ້ສຳພາດ ໃນໂອກາດເຂົ້າຮ່ວມ ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ 1 ປີ 2019 ເມື່ອທ້າຍອາທິດ ຜ່ານມາ ທີ່ນະຄອນຫຼວງ ວຽງຈັນ, ໂດຍກ່າວວ່າ: ລັດຖະບານ ໄດ້ອະນຸມັດ ໃຫ້ຜູ້ພັດທະນາ ສືບຕໍ່ໂຄງການ ການພັດທະນາເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍ ພາຍຫຼັງ ທີ່ໄດ້ມີການ ອອກແບບ ຄູກັນນໍ້າຄືນໃໝ່, ຊຶ່ງມີທັງແກນກາງ, ໄດ້ຕອກເສົາເຂັມ ແລະ ໄດ້ຜ່ານ ການກວດກາ ຕາມມາດຕະຖານເຕັກນິກ ຈາກລັດຖະບານ ແລະ ພາກສ່ວນກ່ຽວຂ້ອງ.
ໄລຍະຜ່ານມາ ການອອກແບບ ຄູກັນນໍ້າສໍາລັບ ເຂື່ອນດັ່ງກ່າວ, ແມ່ນບໍ່ມີແກນກາງ ແລະ ບໍ່ໄດ້ຕອກເສົາເຂັມ.
ເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍ ມີກຳລັງຕິດຕັ້ງການ ຜະລິດທັງໝົດ 410 ເມກາວັດ, ພາຍຫຼັງ ສໍາເລັດ ການກໍ່ສ້າງແລ້ວ ເຂື່ອນດັ່ງກ່າວ ຈະສາມາດ ຜະລິດກະແສໄຟຟ້າ ໄດ້ປະມານ 1,879 ຈິກກາວັດໂມງຕໍ່ປີ, ຊຶ່ງໄຟຟ້າ ທີ່ຜະລິດ ໄດ້ຈໍານວນ 90% ຈະສົ່ງຂາຍ ໃຫ້ກັບການໄຟຟ້າ ຝ່າຍຜະລິດ ແຫ່ງປະເທດໄທ (EGAT) ແລະ ສ່ວນທີ່ເຫຼືອ 10% ແມ່ນຈະຂາຍໃຫ້ ກັບລັດວິສາຫະກິດ ໄຟຟ້າລາວ ເພື່ອສະໜອງ ໃຫ້ແກ່ການຊົມໃຊ້ ພາຍໃນ.
ລັດຖະບານອະນຸມັດ ການສຳປະທານ ສຳລັບໂຄງການດັ່ງ ກ່າວ, ໃນໄລຍະເວລາ 27 ປີ ພາຍຫຼັງ ທີ່ດຳເນີນ ການຜະລິດ ກະແສໄຟຟ້າ ຢ່າງເປັນທາງການ, ຫຼັງຈາກນັ້ນ ຜູ້ພັດທະນາ ກໍຈະມອບໃຫ້ ລັດຖະບານ ເປັນຜູ້ດຳເນີນງານ ແລະ ຄຸ້ມຄອງ.
ປັດຈຸບັນ, ທົ່ວປະເທດ ມີແຫຼ່ງຜະລິດ ໄຟຟ້າແລ້ວ 63 ແຫ່ງ ລວມກຳລັງ ຕິດຕັ້ງກຳລັງ ການຜະລິດ ທັງໝົດ 7.213 ເມກາວັດ, ສາມາດຜະລິດ ກະແສໄຟຟ້າ ໄດ້ປະມານ 37.035 ລ້ານກິໂລວັດໂມງ. ໃນຂະະດຽວກັນ ກໍຍັງມີແຫຼ່ງ ຜະລິດ ພະລັງງານ ໄຟຟ້າ ທີ່ກຳລັງກໍ່ສ້າງ ແລະ ກຳລັງຈະລົງມືກໍ່ສ້າງອີກ 37 ແຫ່ງ ແລະ ຄາດຄະເນວ່າ ຈະສຳເລັດທັງໝົດໃນປີ 2020-2021. ການພັດທະນາໄຟຟ້າຢູ່ປະເທດລາວ ມາຮອດປັດຈຸບັນ, 90% ຂອງຈຳນວນບ້ານ ແລະ 95% ຂອງຈຳນວນ ຄົວເຮືອນ ໃນທົ່ວປະເທດ ໄດ້ຊົມໃຊ້ໄຟຟ້າຖາວອນແລ້ວ.