ສະໜາມບິນປັກກິ່ງ ຕ້າຊິງ ກໍ່ສ້າງສຳເລັດແລ້ວ ສະຫຼອງຜ່ານ 36 ພາບ ຕະຫຼອດ 6 ປີກວ່າ

ສະໜາມບິນປັກກິ່ງ ຕ້າຊິງ ວ່າທີ່ສະໜາມບິນໃຫຍ່ທີ່ສຸດໃນໂລກສະຫຼອງຄວາມສຳເລັດທີ່ການກໍ່ສ້າງທຸກຢ່າງລຸລ່ວງແລ້ວ ນັບຖອຍຫຼັງອີກບໍ່ຮອດ 3 ເດືອນ ຈະເປີດໃຫ້ບໍລິການຢ່າງເປັນທາງການ.
ສຳນັກຂ່າວປະເທດຈີນລາຍງານວ່າ ສະໜາມບິນນານາຊາດປັກກິ່ງຕ້າຊິງ ໄດ້ປະກາດສຳເລັດການກໍ່ສ້າງຢ່າງເປັນທາງການ ແລະ ເລີ່ມນັບຖອຍຫຼັງເວລາອີກ 3 ເດືອນ ກ່ອນຈະເປີດໃຫ້ບໍລິການຢ່າງເປັນທາງການ ໃນເດືອນກັນຍານີ້ ແລະ ນີ້ຈະເປັນອີກຄັ້ງທີ່ຈີນຈະປະກາດຄວາມຍິ່ງໃຫຍ່ທາງການບິນໃນພາກພື້ນເອເຊຍຕາເວັນອອກ.
ສື່ທ້ອງຖິ່ນຂອງຈີນຍັງໄດ້າະເຫຼີມສະຫຼອງຄວາມສຳເລັດໃນການອອກແບບ ແລະ ກຊ່ສ້າງສະໜາມບິນແຫ່ງນີ້ດ້ວຍການປະມວນພາບ ແລະ ໄລ່ໃຫ້ເຫັນພາບຕັ້ງແຕ່ເລີ່ມການກໍ່ສ້າງ ເລົ່າຜ່ານ 36 ພາບໃນໄລຍະ 6 ປີຜ່ານມານັບຕັ້ງແຕ່ປີ 2013 ຈົນຮອດປັດຈຸບັນ.
ທັງນີ້ ສະໜາມບິນນານາຊາດປັກກິ່ງຕ້າຊິງ ໄດ້ຕັ້ງເປົ້າຮອງຮັບຜູ້ໂດຍສານໃຫ້ໄດ້ຫຼາຍກວ່າ 72 ລ້ານຄົນ ແລະ ກວ່າ 620,000 ຖ້ຽວບິນພາຍໃນປີ 2025 . ພ້ອມນັ້ນຍັງຄາດຫວັງທຸບສະຖິຕິໃຫ້ໄດ້ພາຍໃນປີ 2040 ດ້ວຍເປົ້າໝາຍຮອງຮັບຜູ້ໂດຍສານ 100 ລ້ານຄົນ ແລະ ຫຼາຍກວ່າ 880,000 ຖ້ຽວບິນ.
ຂໍຂອບໃຈ
ຂໍ້ມູນ : new.qq.com