“ທຣຳ” ຈັບມື “ສີ ຈິ້ນຜິງ” ເຈລະຈາການຄ້າກັນໃໝ່ ຢຸດເປັນປໍລະປັກຕໍ່ກັນ

ບໍ່ເປັນປໍລະປັກຕໍ່ກັນ “ສີ ຈິ້ນຜິງ” ຈັບມື “ທຣຳ” ປະຊຸມນອກຮອບ G20 ມີຂໍ້ຕົກລົງເຫັນພ້ອມ “ເຈລະຈາການຄ້າໃໝ່” ບົນພື້ນຖານຄວາມເທົ່າທຽມກັນ.
ສຳນັກຂ່າວຕ່າງປະເທດລາຍງານວ່າ ປະທານປະເທດຈີນ ສີ ຈິ້ນຜິງ ແລະ ປະທານາທິບໍດີສະຫະລັດອາເມລິກາ ໂດນັລ ທຣຳ ເຫັນພ້ອມໃຫ້ເລີ່ມການຫາລືດ້ານເສດຖະກິດ ແລະ ການຄ້າ ລະຫວ່າງຈີນ-ສະຫະລັດ ໃໝ່ອີກຄັ້ງ ບົນພື້ນຖານຄວາມເທົ່າທຽມ ແລະ ການເຄົາລົບເຊິ່ງກັນ ແລະ ກັນ.
ຝ່າຍສະຫະລັດ ລະບຸວ່າ ຈະບໍ່ມີການຮຽກເກັບພາສີສິນຄ້ານຳເຂົ້າເພີ່ມຕື່ມຈາກຈີນອີກ ໂດຍຄະນະເຈລະຈາດ້ານເສດຖະກິດ ແລະ ການຄ້າຂອງທັງສອງປະເທດ ຈະສືບຕໍ່ຫາລືໃນປະເດັນດັ່ງກ່າວຕໍ່ໄປ.
ທັງນີ້, ຜູ້ນຳທັງສອງປະເທດ ພົບປະກັນໃນການປະຊຸມນອກຮອບຂອງການປະຊຸມ G20 ທີ່ແຂວງໂອຊາກາ ປະເທດຍີ່ປຸ່ນ.
ສຳລັບໄລຍະທຳອິດຂອງການປະຊຸມ ສີ ຈິ້ນຜິງ ກ່າວລະນຶກເຖິງ “ການທູດປິງປອງ” ເຊິ່ງເປັນການແຂ່ງຂັນປິງປອງເພື່ອມິດຕະພາບລະຫວ່າງ ຈີນ-ສະຫະລັດ ເມື່ອປີ 1971 ທີ່ແຂວງນາໂກຢາ ປະເທດຍີ່ປຸ່ນ ແລະ ຈາກນັ້ນ 8 ປີຕໍ່ມາ ຈີນ-ສະຫະລັດ ກໍໄດ້ສະຖາປະນາຄວາມສຳພັນທາງການທູດໃນປີ 1979.
ສີ ຈິ້ນຜິງ ກ່າວວ່າ ເຖິງວ່າຈະເກີດຄວາມປ່ຽນແປງຄັ້ງໃຫຍ່ໃນສະຖານະການລະຫວ່າງປະເທດ ແລະ ໃນຄວາມສຳພັນຈີນ-ສະຫະລັດ ໃນໄລຍະເວລາ 40 ປີທີ່ຜ່ານມາ “ແຕ່ຄວາມຈິງພື້ນຖານປະການໜຶ່ງຍັງບໍ່ປ່ຽນແປງ ນັ້ນກໍຄື ຈີນ ແລະ ສະຫະລັດ ຕ່າງກໍໄດ້ປະໂຫຍດຈາກຄວາມຮ່ວມມື ແລະ ເສຍຜົນປະໂຫຍດຈາກການປະທະກັນ”.
“ຄວາມຮ່ວມມື ແລະ ການເຈລະຈາ ຍ່ອມດີກວ່າຄວາມຄັດແຍ່ງ ແລະ ການປະທະ” ສີ ຈິ້ນຜິງກ່າວກັບທຣຳ. ພ້ອມທັງລະບຸວ່າ ຈີນ ຍິນດີຈະສືບຕໍ່ເຈລະຈາທາງການຄ້າ ແລະ ແກ້ບັນຫາເລື່ອງຄວາມແຕກຕ່າງກັບສະຫະລັດ. ເຖິງຢ່າງໃດກໍຕາມ, ການເຈລະຈາຈະຕ້ອງຢູ່ບົນພື້ນຖານຂອງຄວາມເທົ່າທຽມ ແລະ ຄວາມເຄົາລົບເຊິ່ງກັນ ແລະ ກັນ”.
ໃນຂະນະທີ່ຝ່າຍທຣຳ ລະບຸວ່າ ລາວບໍ່ເປັນປໍລະປັກກັບຈີນ, ລາວຫວັງວ່າຄວາມສຳພັນລະຫວ່າງ 2 ປະເທດຈະພັດທະນາໄປໃນທາງທີ່ດີ ແລະ ສະຫະລັດຈະສືບຕໍ່ສະໜັບສະໜູນນະໂຍບາຍຈີນດຽວຕໍ່ໄປ.
ຂໍຂອບໃຈ
ຂໍ້ມູນ : China Xinhua News