ສສຊ ສະຫວັນນະເຂດ: ເຂື່ອນໄຟຟ້າເຊລະນອງ 1 ຈະເປັນທ່າແຮງພັດທະນາເສດຖະກິດຂອງແຂວງ

ໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ 8, ທ່ານ ບຸນເຕັມ ຊ່ວງສາຍະວົງ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ໄດ້ໃຫ້ສຳພາດວ່າ: ບັນດາແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານທີ່ໄດ້ລະບຸໄວ້ ເຊິ່ງມີຫລາຍດ້ານເຫັນວ່າຈັດຕັ້ງປະຕິບັດໄດ້ດີພໍສົມຄວນ. ສຳລັບຢູ່ແຂວງສະຫວັນນະເຂດ ໃນປີ 2019 ນີ້ ຕ້ອງສູ້ຊົນເຮັດໃຫ້ເມືອງນອງຫລຸດພົ້ນອອກຈາກເມືອງທຸກຍາກ. ນອກນີ້, ຢູ່ເມືອງພິິນ ແຂວງສະຫວັນນະເຂດ ຍັງມີເຂື່ອນໄຟຟ້າເຊລະນອງ 1 ເຊິ່ງມາຮອດປັດຈຸບັນການກໍ່ສ້າງຂອງເຂື່ອນດັ່ງກ່າວ ໄດ້ສໍາເລັດເລັດເກືອບ 90% ແລະ ຈະໃຫ້ສໍາເລັດໃນປີ 2021.
ພາຍຫຼັງເຂື່ອນໄຟຟ້າແຫ່ງນີ້ກໍ່ສ້າງສໍາເລັດ ຈະເປັນທ່າແຮງສໍາຄັນໃນການສ້າງລາຍຮັບ, ຍົກລະດັບການໄປມາຫາສູ່ກັນລະຫວ່າງເມືອງພິນ ແລະ ເມືອງນອງ ມີສະດວກສະບາຍທັງທາງບົກ ແລະ ທາງນ້ຳ ແລະ ໝັ້ນໃຈວ່າ ເຂື່ອນແຫ່ງນີ້ຈະກາຍເປັນແຫຼ່ງທ່ອງທ່ຽວສໍາຄັນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ.
ທ່ານ ບຸນເຕັມ ຊ່ວງສາຍະວົງ ໃຫ້ຮູ້ຕື່ມວ່າ: ປະຊາຊົນທີ່ໄດ້ຮັບຜົນກະທົບຈາກເຂື່ອນດັ່ງກ່າວ ມີປະຊາຊົນບ້ານລະເບົານ້ຳ ແລະ ບ້ານລອຍນ້ຳ ເມືອງນອງ ລວມມີປະມານ 74 ຄອບຄົວ. ເຊິ່ງລັດຖະບານກໍໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນ ໂດຍໄດ້ຍົກຍ້າຍເຂົາເຈົ້າໄປຢູ່ເຂດຈັດສັນເປັນທີ່ຮຽບຮ້ອຍແລ້ວ, ໂດຍໄດ້ປຸກສ້າງເຮືອນ, ສຸກສາລາ, ໂຮງຮຽນ, ເສັ້ນທາງໄປມາສະດວກ ແລະ ມີໄຟຟ້າໃຊ້ ຢ່າງສະດວກສະບາຍ ແລະ ກໍານົດເນື້ອທີ່ທໍາການຜະລິດໃຫ້ສໍາເລັດໃນອີກບໍ່ດົນນີ້.
(ໄກ່ແຈ້)