ເປີດໂຕມຸງກຸດປະຈຳຕຳແໜ່ງ ແລະ 77 ສາວງາມ ມິສແກຣນໄທແລນ 2019 ໃນຊຸດລາຕີຜ້າໄທ

ມິສແກຣນ ໄທແລນ 2019 ເປີດຕົວຜູ້ເຂົ້າປະກວດ 77 ຄົນຈາກທົ່ວປະເທດ ດ້ວຍແຟຊັນໂຊຜ້າໄທສຸດອະລັງການ ພາຍໃຕ້ແນວຄິດ Grandiose Siam ພ້ອມອວດໂສມມົງກຸດໃໝ່ ການຕັດສິນຮູບແບບໃໝ່ ຕຳແໜ່ງໃໝ່ ແລະ ຄວາມປະຫຼາດໃຈທີ່ທ່ານຄາດບໍ່ເຖິງ ພ້ອມນັນຍັງໄດ້ເປີດໂຕມຸງກຸດແບບໃໝ່ສຸດແສນອະລັງການ.
ທ່ານ ນະວັດ ອິດສະຫຼະໄກສີ ກ່າວເຖິງຄວາມພິເສດໃນການປະກວດ ມິສແກຣນ ໄທແລນ 2019 ວ່າ ໃນປີນີ້ຈະແບ່ງຜູ້ຊະນະອອກເປັນ 4 ພາກ ເພື່ອບໍ່ໃຫ້ເກີດຂໍ້ສົງໄສວ່າເປັນຫຍັງມິສແກຣນພາກນີ້ຈຶ່ງບໍ່ໄດ້ເຂົ້າຮອບ. ໃນຮອບທຳອິດ ຈະຄັດເລືອກເອົາພາກລະ 5 ຄົນ ສູ່ຮອບ 20 ຄົນສຸດທ້າຍ ຈາກນັ້ນຄັດເລືອກພາກລະ 2 ຄົນ ສູ່ຮອບ 10 ຄົນສຸດທ້າຍ. 4 ພາກລວມ 8 ຄົນ ໂດຍອີກ 2 ຄົນ ຈະມາຈາກຕຳແໜ່ງ People's Choice Award (ຂວັນໃຈປະຊາຊົນ) ທີ່ແຟນນາງງາມຮ່ວມກັນໂຫວດເຂົ້າມາ ແລະ ອີກ 1 ຕຳແໜ່ງມາຈາກ Boss Choice ທີ່ຈະເລືອກຈາກນາງງາມທີ່ຕົກຮອບທັງໝົດພຽງ 1 ຄົນ.
ພ້ອມນັ້ນ ໃນປີນີ້ ມິສແກຣນໄທແລນ ຍັງມີການເພີ່ມລາງວັນພິເສດ 2 ລາງວັນ ຄື ເປັນລາງວັນຮ່ວມກັບບໍລິສັດສ້າງຮູບເງົາ ເພື່ອເຟ້ນຫານາງເອກຮູບເງົາເລື່ອງໃໝ່ທີ່ຈະກຽມຖ່າຍທຳອໃນເດືອນສິງຫານີ້ ແລະ ອີກລາງວັນແມ່ນຄົ້ນຫາແບຣນແອມບາສເດີສິນຄ້າແບຣນໄທທີ່ມີຊື່ສຽງໃນຈີນ.
ກຳນົດການປະກວດຂອງມິສແກຣນໄທ ຮອບຕັດສິນມີຂຶ້ນໃນວັນທີ 13 ກໍລະກົດ 2019 ນີ້ ເຊິ່ງຈະມີການຖ່າຍທອດສົດທາງຊ່ອງ 7 HD ເວລາ 22:30 ໂມງ.