ພໍ່ມົດແມ່ມົດໃຫ້ມາລວມໂຕກັນຢູ່ນີ້! Harry Potter: Wizards Unite ເປີດໃຫ້ຫຼິ້ນທົ່ວໂລກແລ້ວ

Niantic ຜູ້ສ້າງເກມ Pokemon GO ເກມທີ່ໃຊ້ເຕັກໂນໂລຊີ Augment Reality ຫຼື AR ກັບໂລກແຫ່ງຄວາມເປັນຈິງ ໄດ້ເປີດໃຫ້ດາວໂຫຼດເກມ Harry Potter: Wizard Unite ແລ້ວກວ່າ 25 ປະເທດທົ່ວໂລກ ລວມທັງປະເທດລາວນຳ!
ດາວໂຫຼດ Harry Potter: Wizard Unite:
Harry Potter: Wizard Unite ເປັນເກມລັກສະນະດຽວກັນກັບ Pokemon GO ອາໄສການໃຊ້ງານໂລເຄຊັ່ນ (GPS) ແລະ AR ເພື່ອເພີ່ມຄວາມມ່ວນຊື່ນ ແລະ ຄວາມສົມຈິງ ເຮັດໃຫ້ເກມກົມກືນກັບໂລກແຫ່ງຄວາມເປັນຈິງຫຼາຍຂຶ້ນ. ເກມນີ້ພັດທະນາຂຶ້ນໂດຍ WB Games San Francisco ແລະ Niantic.
ເມື່ອເຂົ້າມາໃນເກມແລ້ວຈະມີການແນະນຳວິທີຫຼິ້ນຄືກັບເກມອື່ນໆທົ່ວໆໄປ ເພື່ອໃຫ້ຜູ້ຫຼິ້ນມີຄວາມຄຸ້ນເຄີຍກັບເກມກ່ອນ ຈາກນັ້ນເຮົາຈະຕ້ອງເກັບສັດເວດມົນດ້ວຍການເສກເວດເວດມົນໃສ່ຜ່ານການປັດນິ້ວ ເພື່ອໃຫ້ເລເວລຂອງເຮົາສູງຂຶ້ນ ແລະ ຍັງມີກິດຈະກຳອື່ນໆ ພາຍໃນເກມໃຫ້ຫຼິ້ນອີກດ້ວຍ ເຊັ່ນ: ເກັບເຄື່ອງ ຫຼື ເຮັດພາລະກິດໃຫ້ກັບກະຊວງເວດມົນເປັນຕົ້ນ.
ຂໍຂອບໃຈ
ຂໍ້ມູນ : Beartai via sanook!