"ລົດແກ້ວ ອິນທະກຸມມານ" ເຜີຍ ກຽມຈັດແລ່ນການກຸສົນ ເພື່ອຊ່ວຍເຫຼືອໂຮງຮຽນໃນເຂດຫ່າງໄກສອກຫຼີກ

"ລົດແກ້ວ ອິນທະກຸມມານ" ນັກແລ່ນມາຣາທອນຊື່ດັງ ເຜີຍ ກຽມຈັດແລ່ນມິນິມາຣາທອນການກຸສົນ ເພື່ອລະດົມທຶນເພື່ອຊ່ວຍສ້າງຫ້ອງຮຽນ, ຫ້ອງນໍ້າ, ລະບົບນໍ້າສະອາດ ແລະ ຫ້ອງສະໝຸດໃຫ້ແກ່ໂຮງຮຽນທີ່ຢູ່ໃນເຂດຫ່າງໄກສອກຫຼີກ.
ການຈັດແລ່ນມິນິມາຣາທອນໄລຍະ 7 ກິໂລແມັດໃນຄັ້ງນີ້ ແມ່ນເປັນການຮ່ວມມືລະຫວ່າງ ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ, ທີມແລ່ນໄລຍະໄກທີມຊາດລາວ ແລະ ເຟສບຸກເພຈ ຢາກແຕ້ມ & ຢາກເວົ້າ ເຊິ່ງເຄີຍລະດົມທຶນບໍລິຈາກສ້າງອາຄານຮຽນຢູ່ໂຮງຮຽນມັດທະຍົມຕອນຕົ້ນບ້ານກັດ ທີ່ແຂວງອຸດົມໄຊມາກ່ອນແລ້ວ.
ອີງຕາມຂໍ້ມູນຈາກເຟສບຸກສ່ວນຕົວຂອງລົດແກ້ວ, ງານແລ່ນດັ່ງກ່າວຈະຈັດຂຶ້ນພາຍໃຕ້ຊື່ "ແລ່ນເພື່ອນ້ອງ" ເຊິ່ງຕາມແຜນການແມ່ນຈະມີຂຶ້ນໃນຕອນເຊົ້າຂອງວັນທີ 28 ກໍລະກົດ 2019 ເວລາ 5:30 ໂມງເຊົ້າເປັນຕົ້ນໄປ ເຊິ່ງຈຸດອອກໂຕຢູ່ທີ່ສວນເຈົ້າອານຸວົງ (ແຄມຂອງ) ແລະ ຈະມີການເປີດໃຫ້ລົງທະບຽນໃນໄວໆນີ້.
ແນວໃດກໍຕາມ ໃນການຈັດແລ່ນມິນິມາຣາທອນຄັ້ງນີ້ ທາງຜູ້ຈັດເອງຍັງມີຄວາມຕ້ອງການຜູ້ສະໜັບສະໜຸນອີກຈຳນວນຫຼາຍ ຖ້າຫາກພາກສ່ວນໃດມີຄວາມປະສົງຢາກປະກອບສ່ວນໃນກິດຈະກຳເພື່ອການກຸສົນໃນຄັ້ງນີ້ ສາມາດຕິດຕໍ່ໂດຍກົງໄດ້ທີ່ໝາຍເລກໂທລະສັບ 020 58030808 ແລະ 02054602904.
ຂໍຂອບໃຈ
ຂໍ້ມູນ : Lodkeo Inthakoumman