Look ນີ້ດີງາມ! "ຄຣິສຕິນາ" ເຜີຍພາບທີ່ຖ່າຍກັບ superRed Modelling ສົດໃສ ເປັນທຳມະຊາດ

ວິນາທີນີ້ສາຍຕາຂອງແຟນນາງງາມຈັກກະວານກຳລັງຈົດຈໍ່ໄປທີ່ "ຄຣິສຕິນາ ລາສະສິມມາ" ນາງງາມຈາກເວທີມິສລາວ 2012 ທີ່ມີຂ່າວລືອອກມາວ່າ ອາດໄດ້ເຫັນສາວຄົນນີ້ປາກົດກາຍໃນການປະກວດ ມິສຢູນິເວີສລາວ 2019.
ຫຼ້າສຸດກໍໄດ້ເຜີຍຮູບພາບທີ່ຖ່າຍໃຫ້ກັບ redModelling ເຊິ່ງມາໃນ look ສົດໃສ ເປັນທຳມະຊາດ ພ້ອມຮອຍຍິ້ມທີ່ຫຼາຍຄົນເອີ້ນວ່າ "ຮອຍຍິ້ມແຫ່ງຈັກກະວານ".
ນີ້ເປັນຮູບພາບອີກຊຸດໜຶ່ງທີ່ຜູ້ກ່ຽວປ່ອຍອອກມາໃຫ້ແຟນໆໄດ້ເບິ່ງໄດ້ຊົມກັນ ຫຼັງຈາກທີ່ກ່ອນໜ້ານີ້ກໍໄດ້ປ່ອຍຮູບໃນ look ສຸດໝັ້ນອອກມາກ່ອນແລ້ວ ເມື່ອບໍ່ເທົ່າໃດເດືອນກ່ອນ.
ສຳລັບໃຜທີ່ຕິດຕາມ ແລະ ເຊຍສາວຄົນນີ້ຢູ່ ກໍຕ້ອງມາລຸ້ນນຳກັນວ່າຈະໄດ້ເຫັນໜ້າງາມໆຂອງນາງໃນການຊ່ວງຊີງມຸງກຸດເວທີນາງງາມສຸດດັງທີ່ກ່າວມານີ້ ຫຼື ບໍ່.
ຂໍຂອບໃຈ
ພາບ : Christina Lasasimma