ລັດຖະບານຍັງຄ້າງຄ່າຊໍາລະສະສາງ 59 ໂຄງການຟື້ນຟູໄພພິບັດ ຢູ່ແຂວງອັດຕະປື

ໄພພິບັດທີ່ເກີດຂຶ້ນ ຢູ່ ເມືອງ ສະໜາມໄຊ ແຂວງ ອັດຕະປື ເປັນເວລາເກືອບປີແລ້ວ ແລະ ລັດໄດ້ມີການເລັ່ງໃສ່ການຟື້ນຟູແບບຮີບດ່ວນເພື່ອແນໃສ່ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບປົກກະຕິໂດຍໄວ ໜຶ່ງໃນນັ້ນແມ່ນວຽກພັດທະນາພື້ນຖານໂຄງລ່າງເປັນບັນຫາຫຼັກລວມທັງໝົດ 59 ໂຄງການ, ຊຶ່ງມາຮອດປະຈຸບັນບາງໂຄງການໄດ້ປະຕິບັດສໍາເລັດແລ້ວ ແລະ ບາງໂຄງການກໍຍັງສືບຕໍ່ຈັດຕັ້ງຢູ່, ແຕ່ທັງນີ້ທັງນັ້ນໃນຈໍານວນໂຄງການດັ່ງກ່າວລັດຍັງບໍ່ທັນມີງົບປະມານຊໍາລະເທື່ອ.
ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງອັດຕະປື ໃຫ້ສໍາພາດເມື່ອບໍ່ດົນມານີ້ຮູ້ວ່າ: ປີ 2018 ຜ່ານມາ, ແຂວງ ອັດຕະປື ໂດຍສະເພາະ ເມືອງ ສະໜາມໄຊ ແມ່ນໄດ້ຮັບຜົນກະທົບຢ່າງຮ້າຍແຮງຈາກສັນເຂື່ອນເຊປ່ຽນ - ເຊນໍ້ານ້ອຍແຕກ, ເຮັດໃຫ້ຫຼາຍຂົງເຂດຖືກເສຍຫາຍເປັນຕົ້ນແມ່ນພື້ນຖານໂຄງລ່າງດ້ານຄົມມະນາຄົມ, ໂຮງຮຽນ, ໂຮງໝໍຕະຫຼອດເຮືອນຊານບ້ານຊ່ອງ ແລະ ບ່ອນທໍາການຜະລິດຕ່າງໆ, ໄດ້ຮັບຄວາມເສຍຫາຍນອກນັ້ນຍັງມີຜູ້ເສຍຊີວິດຈາກເຫດການຄັ້ງນັ້ນ 71 ຄົນ, ເດັກກໍາພ້າກໍາພອຍພໍ່ແມ່ສູນເສຍໃນຄັ້ງນີ້ 28 ຄົນ ໂດຍຄວາມເສຍຫາຍຄັ້ງນີ້ແມ່ນກວມເອົາ 19 ບ້ານ, ປະຊາກອນ 20 ພັນກວ່າຄົນ, 4 ພັນກວ່າຄອບຄົວທີ່ໄດ້ຮັບຜົນກະທົບປະເມີນດ້ານເສດຖະກິດຄົວເຮືອນປະຊາຊົນ 6 ຮ້ອຍຕື້ກີບ; ມູນຄ່າເສຍຫາຍພາກເສດຖະກິດ, ທຸລະກິດ 124 ຕື້ກີບ, ພື້ນຖານໂຄງລ່າງ, ຖະໜົນຫົນທາງ, ສຸກສາລາ, ໂຮງຮຽນ ແລະ ອື່ນໆ ທີ່ເປັນຂອງສາທາລະນະມູນຄ່າ 75 ຕື້ກີບ. ປະຈຸບັນພວມປະເມີນຜົນກະທົບດ້ານສິ່ງແວດລ້ອມບໍລິເວນດິນທັບຖົມ, ປ່າໄມ້, ຫ້ວຍຮ່ອງໜອງບຶງຕ່າງໆ, ຄຸນນະພາບດິນ, ຄຸນນະພາບນໍ້າຍັງສືບຕໍ່ຢູ່.
ເພື່ອເຮັດໃຫ້ການຟື້ນຟູກັບຄືນສູ່ສະພາບປົກກະຕິໂດຍໄວ, ປະຈຸບັນລັດຖະບານໄດ້ລົງທຶນເຂົ້າໃນການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນມາຮອດດຽວນີ້ມີຢູ່ 59 ໂຄງການທີ່ພວມປະຕິບັດ, ຊຶ່ງການຈັດຕັ້ງປະຕິບັດນີ້ແມ່ນບົນພື້ນຖານຄວາມເປັນເອກະພາບຂອງສູນກາງຮອດທ້ອງຖິ່ນ ແລະ ຜ່ານການກວດສອບ, ຜ່ານການປະເມີນຂອງຄະນະວິຊາການ, ແນໃສ່ວຽກພັດທະນາພື້ນຖານໂຄງລ່າງຕົ້ນຕໍແມ່ນສ້ອມແປງເສັ້ນທາງນັບແຕ່ແຂວງລົງຮອດບ່ອນທີ່ປະສົບໄພພິບັດ ແລະ ການສ້ອມແປງໄລຍະນີ້ແມ່ນໂຄງການຮີບດ່ວນ, ຊຶ່ງປະຈຸບັນມີຫຼາຍບໍລິສັດປະຕິບັດໄດ້ສໍາເລັດ ແລະ ມີຫຼາຍບໍລິສັດພວມດໍາເນີນການ. ນອກນັ້ນຍັງເລັ່ງໃສ່ກໍ່ສ້າງຂົວຈາກເມື່ອກ່ອນເປັນໄມ້ ດຽວນີ້ປ່ຽນເປັນຂົວເບເລ ທຽວໄດ້ 2 ລະດູ, ສາມາດຂົນສົ່ງໄດ້.
ຜ່ານການຈັດຕັງປະຕິບັດຕົວຈິງເຫັນວ່າຍັງຄາຢູ່ຂອດຂອງການຊໍາລະເນື່ອງຈາກທຶນຮອນທີ່ຈະນໍາມາຊໍາລະສະສາງມາຮອດດຽວນີ້ຍັງບໍ່ທັນພຽງພໍ. ດັ່ງນັ້ນ, ຈຶ່ງເວົ້າໄດ້ວ່າການປະຕິບັດໃນຈໍານວນ 59 ໂຄງການເວົ້າລວມຍັງບໍ່ທັນມີທຶນມາຊໍາລະສະສາງເທື່ອ, ໃນຂະນະທີ່ຜູ້ລົງທຶນກ່ອນກໍາລັງເລັ່ງທວງຢູ່, ເນື່ອງຈາກວ່າເກືອບປີແລ້ວທີ່ຍັງບໍ່ທັນຊໍາລະສະສາງຕໍ່ກັບບັນຫາດັ່ງກ່າວນີ້ ທາງແຂວງກໍໄດ້ສະເໜີຫາລັດຖະບານເພື່ອພິຈາລະນາແກ້ໄຂເອົາງົບປະມານສ່ວນໃດສ່ວນໜຶ່ງທີ່ມີເພື່ອແກ້ໄຂໃຫ້ແກ່ຜູ້ລົງທຶນໄດ້ສືບຕໍ່ຈັດຕັ້ງປະຕິບັດຕໍ່ໃຫ້ສໍາເລັດ.
ຂໍຂອບໃຈ
ຂໍ້ມູນ : ນັກຂ່າວແຂວງອັດຕະປື