ສະໜາມກີລາໂອລິມປິກ “ຣິໂອເກມ” 2016 ທີ່ບຣາຊິວກາຍເປັນສະໜາມຮ້າງ ຫຼັງຜ່ານມາໄດ້ພຽງ 3 ປີ

ເຜີຍຮູບພາບຂອງສະໜາມກີລາທີ່ປະເທດບຣາຊິວ ທີ່ຮັບໜ້າທີ່ເປັນເຈົ້າພາບໃນການແຂ່ງຂັນ ກີລາໂອລິມປິກເກມ 2016 ທີ່ປັດຈຸບັນກາຍເປັນສະໜາມຮ້າງ ບໍ່ມີຄົນສົນໃຈເບິ່ງແຍງ ຫຼື ບົວລະບັດ ເຖິງແມ່ນວ່າໄລຍະເວລາຈະຜ່ານມາໄດ້ພຽງ 3 ປີເທົ່ານັ້ນ.
ພາບສະໜາມກີລາທີ່ໄຮ້ການເບິ່ງແຍງຈາກທາງພາກລັດ ລວມເຖິງທຸກຝ່າຍທີ່ກ່ຽວຂ້ອງ ປ່ອຍໃຫ້ຢູ່ໃນສະພາບທີ່ຮ້າງ, ເຕັມໄປດ້ວຍຄວາມເສຍຫາຍ, ຂີ້ໝ້ຽງເກາະ ແລະ ມີວັດສະພືດຂຶ້ນປົກຫຸ້ມໄປທົ່ວບໍລິເວນສະໜາມ.
ສະໜາມກີລາໂດດນໍ້າຊື່ດັງ “ມາເຣຍ ເລັງ ອາຄວາຕິກ ເຊັນເຕີ” ທີ່ກາຍເປັນສະຖານທີ່ຈື່ຈຳໃນການແຂ່ງຂັນໂອລິມປິກເມື່ອນໍ້າໃນສະກາຍເປັນສີຂຽວ, ແຕ່ປັດຈຸບັດສະພາບຊຸດໂຊມຈົນນໍ້າກາຍເປັນສີເຫຼືອງ.
ໃນຂະນະທີ່ ຄາຣິໂອກ້າ ອາຣີນາ ສະໜາມແຂ່ງບານບ້ວງ ທີ່ສາມາດບັນຈຸຄົນໄດ້ເຖິງ 16,000 ບ່ອນນັ່ງ ແລະ ຣິໂອ ໂອລິມປິກ ເວໂລໂດຣມ ທີ່ໃຊ້ຈັດການແຂ່ງຂັນລົດຖີບ ກໍກາຍເປັນສະໜາມຮ້າງ ເຕັມໄປດ້ວຍຊາກຫັກພັງທີ່ໄຮ້ການບຳລຸງຮັກສາ.
ສຳລັບກ່ອນໜ້ານີ້ບັນຫາການປ່ອຍສະໜາມກີລາຮ້າງ ຖືເປັນບັນຫາລະດັບໂລກທີ່ແກ້ໄຂບໍ່ຕົກໃນຫຼາຍໆປະເທດ ເຊິ່ງໂອລິມປິກ 2004 “ເອເທັນເກມ” ທີ່ປະເທດກຣີຊ ແລະ ໂອລິມປິກ 2008 “ປັກກິ່ງເກມ” ທີ່ປະເທດຈີນ ກໍເຄີຍປະສົບກັບບັນດານີ້ມາແລ້ວ.
ຂໍຂອບໃຈ
ຂໍ້ມູນ : Sanook