ໂຄງການກໍ່ສ້າງຕຶກສູງບໍ່ໄດ້ມາດຕະຖານ ເຮັດເຮືອນນັກຮ້ອງດັງເສຍຫາຍໜັກ ໂຊກດີບໍ່ມີໃຜເປັນຫຍັງ

ບໍ່ມີໃຜປາຖະໜາຢາກໃຫ້ເກີດຄວາມເສຍຫາຍກັບຊັບສິນ ຫຼື ບ້ານເຮືອນຂອງຕົນເອງ ໂດຍສະເພາະກັບສິລະປິນນັກຮ້ອງສາວຄົນນີ້ ເຊິ່ງໃນມື້ນີ້ (16 ມິຖຸນາ 2019) ນັ້ນ ໄດ້ມີຄວາມເສຍຫາຍເກີດຂຶ້ນຕໍ່ເຮືອນຂອງນັກຮ້ອງດັງ "ອາລູນ້າ ຖາວອນສຸກ" ມີວັດສະດຸໃນເຂດໂຄງການກໍ່ສ້າງຕຶກສູງຕົກໃສ່ຫຼັງຄາເຮືອນ ຊວນຕັ້ງຄຳຖາມຕໍ່ມາດຕະຖານດ້ານຄວາມປອດໄພຂອງໂຄງການດັ່ງກ່າວ ວ່າຄວນຄຳນຶງເຖິງຊຸມຊົນອ້ອມຂ້າງໃຫ້ຫຼາຍຂຶ້ນກວ່ານີ້ບໍ່?
ອາລູນ້າ ຖາວອນສຸກ ໄດ້ໃຫ້ສຳພາດຕໍ່ muan.la ໃນມື້ນີ້ວ່າ ໄດ້ເກີດເຫດການວັດສະດຸຈາກໂຄງການກໍ່ສ້າງຕຶກສູງທີ່ຢູ່ຕິດເຮືອນຂອງຕົນເອງ ຕົກລົງໃສ່ຫຼັງຄາບໍລິເວນເຮືອນຄົວ ເຮັດໃຫ້ຫຼັງຄາ ແລະ ເພດານຂອງເຮືອນຄົວເສຍຫາຍໜັກ ພ້ອມຖະຫຼົ່ມລົງມາ ໂຊກດີທີ່ບໍ່ມີໃຜຢູ່ໃນບໍລິເວນດັ່ງກ່າວ ບໍ່ດັ່ງນັ້ນອາດໄດ້ຮັບບາດເຈັບເຖິງຂັ້ນເສຍຊີວິດ.
>> ຝ່າຍໂຄງການເຜີຍ ໄດ້ໄກ່ເກ່ຍ ແລະ ຮັບຜິດຊອບຄວາມເສຍຫາຍທີ່ເກີດຂຶ້ນກັບເຮືອນຂອງນັກຮ້ອງດັງແລ້ວ
ນັກຮ້ອງສາວລະບຸວ່າ ໂຄງການດັ່ງກ່າວຕັ້ງຢູ່ທີ່ບ້ານນາໄຊ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງຢູ່ຕໍ່ໜ້າປໍ້ານໍ້າມັນ ປຕທ ນາໄຊ.
ອາລູນ້າ ກ່າວວ່າ ກ່ອນໜ້ານີ້ໄດ້ມີການເຊັນສັນຍາກັບໂຄງການດັ່ງກ່າວແລ້ວ ໂດຍຊ້ອງໜ້າກັບພະແນກໂຍທາທິການເມືອງ ເຊິ່ງຕົກລົງກັນວ່າ ຈະບໍ່ໃຫ້ມີການກໍ່ສ້າງ ຖ້າຫາກບໍ່ມີການໃຊ້ຜ້າຂຽວ ຫຼື ວັດສະດຸປ້ອງກັນມຸງອ້ອມຮອບຕຶກ ເພື່ອປ້ອງກັນບໍ່ໃຫ້ມີເສດວັດສະດຸຕົກລົງມາ. ພາຍຫຼັງຕໍ່ມາປາກົດວ່າໂຄງການດັ່ງກ່າວບໍ່ໄດ້ໃສ່ໃຈທີ່ຈະປະຕິບັດຕາມສັນຍາ ຈົນເກີດເຫດສ້າງຄວາມເສຍຫາຍຕໍ່ເຮືອນຂອງນັກຮ້ອງສາວດັ່ງທີ່ຂຶ້ນໃນມື້ນີ້.
ນັກຮ້ອງສາວກ່າວຕື່ມອີກວ່າ ການໃຊ້ຜ້າຂຽວປ້ອງກັນ ນອກຈາກຈະເປັນການຮັບປະກັນເລື່ອງຄວາມປອດໄພຕໍ່ບ້ານເຮືອນອ້ອມຂ້າງແລ້ວ ຍັງຮັບປະກັນຄວາມປອດໄພຕໍ່ຜູ້ສັນຈອນຕາມຖະໜົນນຳ ເພາະຕຶກດັ່ງກ່າວນີ້ຕັ້ງຢູ່ແຄມທາງໃຫຍ່ ຖ້າຫາກຕົກລົງດ້ານຫົນທາງ ກໍອາດເຮັດໃຫ້ຜູ້ຂັບຂີ່ລົດທີ່ຜ່ານຕຶກໄດ້ຮັບອັນຕະລາຍໄດ້.
ພ້ອມດຽວກັນນີ້ ເມື່ອເດືອນເມສາ 2019 ທີ່ຜ່ານມາ ກໍເກີດເຫດໄຟໄໝ້ເດີ່ນຫຍ້າເຊິ່ງມີສາເຫດມາຈາກໂຄງການດັ່ງກ່າວ ເຊິ່ງມູນຄ່າຄວາມເສຍຫາຍທີ່ເກີດຂຶ້ນ ເຈົ້າຂອງໂຄງການຍັງໃຊ້ຄືນບໍ່ໝົດ ຊໍ້າຮ້າຍຍັງມາເກີດເຫດການໃໝ່ນີ້ອີກ, ສາວ ອາລູນ້າ ໃຫ້ສຳພາດ.
ເຫດການດັ່ງກ່າວນີ້ ໄດ້ເຮັດໃຫ້ເກີດຄຳຖາມຕໍ່ກັບມາດຕະຖານດ້ານຄວາມປອດໄພຂອງໂຄງການທີ່ມີຕໍ່ຊຸມຊົນອ້ອມຂ້າງ. ຖ້າຫາກບໍ່ໃສ່ໃຈຕໍ່ກັບບັນຫາດັ່ງກ່າວນີ້ ໂຄງການທີ່ປະໝາດຈົນພາໃຫ້ເກີດຜົນກະທົບດ້ານລົບຕໍ່ກັບສັງຄົມແບບນີ້ ຄວນຈະຍັງໃຫ້ດຳເນີນການຕໍ່ໄປ ຫຼື ບໍ່ ຖ້າຫາກບໍ່ມີການປ່ຽນແປງໃນທາງທີ່ດີຂຶ້ນ?
ຂໍຂອບໃຈ
ຂໍ້ມູນ : Aluna Thavonsouk