ຂ່າວດີ! ຊາວສະຫວັນນະເຂດ ສາມາດກວດພະຍາດຕາ-ຜ່າຕັດແກ່ນຕາຂຸ້ນຟຣີ 14-15 ມິຖຸນານີ້

ຂ່າວດີ ສຳລັບພີ່ນ້ອງຊາວແຂວງສະຫວັນນະເຂດ ໂດຍສະເພາະປະຊາຊົນພາຍໃນເມືອງອາດສະພັງທອງ ແລະ ເຂດໃກ້ຄຽງທີ່ມີບັນຫາກ່ຽວກັບສາຍຕາ ສາມາດກວດພະຍາດຕາ ແລະ ຜ່າຕັດພະຍາດແກ່ນຕາຂຸ້ນໂດຍບໍ່ໄດ້ເສຍຄ່າ ຈາກທີມງານຊ່ຽວຊານຕາ ຂະແໜງຕາ ແຂວງສະຫວັນນະເຂດ ທີ່ໂຮງໝໍເມືອງອາດສະພັງທອງ ເລີ່ມແຕ່ວັນທີ 14-15 ມິຖຸນາ 2019 ນີ້.
ແຈ້ງການລະບຸວ່າ: ໃຫ້ບັນດານາຍບ້ານ ບ້ານຕ່າງໆ ພາຍໃນເມືອງອາດສະພັງທອງ ແຈ້ງລູກບ້ານຂອງຕົນ ຈະມີທີມງານຊ່ຽວຊານຕາ ຈາກຂະແໜງຕາ ແຂວງສະຫວັນນະເຂດ ລົງມາກວດພະຍາດຕາຟຣີ ແລະ ຜ່າຕັດພະຍາດແກ່ນຕາຂຸ້ນໂດຍບໍ່ໄດ້ເສຍຄ່າໃຊ້ຈ່າຍໃດໆ ທີ່ໂຮງໝໍເມືອງອາດສະພັງທອງ ໃນວັນທີ 14-15 ມິຖຸນາ 2019 ເປັນເວລາ 02 ວັນ ເຊິ່ງຈະເລີ່ມລົງທະບຽນນັບແຕ່ເວລາ 8:00 ໂມງ.
ຂໍຂອບໃຈ
ຂໍ້ມູນ : ໂຮງໝໍເມືອງອາດສະພັງທອງ