"ແອັບເປິ້ນ" ເກາະແຂນ "ຟຸກ" ບິນທ່ຽວແດນໄກ ໃສ່ຊຸດປະຈຳຊາດເກົາຫຼີຖ່າຍຮູບຄອບຄົວໜ້າຮັກ

ຫຼັງຈາກທີ່ປະກາດວ່າຖືພາລູກນ້ອຍ ຄູ່ຂອງ ແອັບເປິ້ນ - ສີສະຫງຽນ ສີຫາລາດ ແລະ ຟຸກ - ຈິຣະ ດ່ານບະວອນກຽດ ກໍເຜີຍພາບໜ້າຮັກໆອອກມາໃຫ້ເຫັນກັນຢູ່ຕະຫຼອດ ທັງໂມເມັ້ນທີ່ດູແລເບິ່ງແຍງກັນຕອນທີ່ຝ່າຍວ່າທີ່ແມ່ແພ້ທ້ອງ ໄປຈົນເຖິງຄວາມເອົາໃຈໃສ່ຢ່າງບໍ່ຫ່າງຂອງຜູ້ເປັນສາມີທີ່ເຮັດເອົາແຟນຄລັບອິດສາໃນຄວາມຫວານ.
ຫຼ້າສຸດ ຄອບຄົວຂອງສາວແອັບເປິ້ນ ກໍໄດ້ແພັກກະເປົ໋າບິນໄກຮອດເກົາຫຼີໄປພັກຜ່ອນກັນແບບຍົກກຸ່ມ ທັງສາວແອັບເປິ້ນເອງ, ໜຸ່ມຟຸກ ແລະ ສາວພິກກີ້ ນ້ອງຫຼ້າຂອງຕະກຸນສີຫາລາດ.
ເຊິ່ງສາວແອັບເປິ້ນໄດ້ໂພສພາບຖ່າຍແຫ່ງຄວາມປະທັບໃຈຄັ້ງນີ້ລົງໃນອິນສະຕາແກຣມຂອງຕົນເອງ ພ້ອມກັບຂຽນແຄັບຊັນບອກເລົ່າເລື່ອງລາວເອົາໄວ້ວ່າ: "ຮູບຄອບຄົວເກົາຫຼີໆ. ວ່າງຫຼາຍ ມາທ່ຽວຫຼິ້ນແດ່ຈັກໜ້ອຍ #ແພ້ທ້ອງທີ່ເກົາຫຼີອ້ວນພີທີ່ກັງນຳ".
ພ້ອມນັ້ນແອັບເປິ້ນຍັງເຜີຍວິດີໂອທີ່ຖ່າຍກັນກັບສາມີສຸດທີ່ຮັກ ຂະນະຢູ່ໃນຊຸດພື້ນເມືອງຂອງເກົາຫຼີ ພ້ອມທັງຍ່າງໝຸນໂຕ ແລະ ບອກວ່າ "ມາກໍປະມານນີ້ລະ 555 ລືມຕົວວ່າ baby inside. ຜົວເຖິງກັບງົງໄປເລີຍ".
ໃນຂະນະທີ່ເພື່ອນຮ່ວມວົງການບັນເທີງ ລວມທັງແຟນຄລັບຕ່າງກໍເຂົ້າມາສະແດງຄວາມເຫັນກັນເປັນຈຳນວນຫຼາຍ ບອກໃຫ້ສາວແອັບເປິ້ນຍ່າງຢ່າງລະວັງ ຄ່ອຍໄປຄ່ອຍມາແດ່.
ຂໍຂອບໃຈ
ພາບ : appleminiberry , fluke_jira , piggyminiberry