D-FEMMENIST ທີມເຕັ້ນໜຶ່ງດຽວຈາກລາວ ທີ່ໄດ້ຮ່ວມແຂ່ງຂັນ SEACON Street Int'l Challenge ທີ່ປະເທດໄທ

ງານປະກວດເຕັ້ນນານາຊາດ Seacon Street Int'l Challenge: The Princess Cup ຊີງຂັນສົມເດັດພະເທບ ພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ທີ່ນະຄອນຫຼວງບາງກອກ ປະເທດໄທ.
ທຸກໆປີບັນດາໄວໜຸ່ມ ແລະ ນັກເຕັ້ນຈາກທົ່ວປະເທດໄທ ແລະ ປະເທດອ້ອມຂ້າງຈະມາຮວມໂຕກັນເພື່ອຍາດແຍ່ງຄວາມເປັນໜຶ່ງໃນງານ Seacon Street Int'l Challenge ເຊິ່ງຖືວ່າເປັນໜຶ່ງໃນເວທີປະກວດເຕັ້ນທີ່ຍິ່ງໃຫຍ່ທີ່ສຸດໃນປະເທດໄທ ແລະ ໃນປີ 2019 ນີ້ມີທີມເຕັ້ນຈາກບັນດາປະເທດຕ່າງໆເຊັ່ນ ໄທ, ຟິລິບປິນ, ມຽນມາ, ຍີ່ປຸ່ນ ແລະ ແນ່ນອນວ່າມີທີມນ້ອງໆນັກເຕັ້ນຈາກປະເທດລາວເຂົ້າຮ່ວມ 1 ທີມນັ້ນກໍຄືທີມ D-FEMMENIST ເຊິ່ງກ່ອນຈະໄດ້ເຂົ້າຮ່ວມແຂ່ງຂັນ ຕ້ອງໄດ້ມີການສົ່ງຄລິບວີດີໂອເຕັ້ນໃຫ້ທາງທີມງານຜູ້ຈັດການແຂ່ງຂັນຄັດເລືອກກ່ອນ ແລະ D-FEMMENIST ກໍໄດ້ຜ່ານການຄັດເລືອກ ແລະ ເຂົ້າໄປແຂ່ງຂັນກັບທີມອື່ນໆອີກທັງໝົດຫຼາຍກວ່າ 30 ທີມ ໃນການແຂ່ງຂັນເຕັ້ນປະເພດໂອເພັນ.
ການແຂ່ງຂັນຮອບຄັດເລືອກມື້ທຳອິດ ຈັດຂຶ້ນໃນວັນທີ 08 ມິຖຸນາ 2019 ເພື່ອຄັດເລືອກເອົາທີມທີ່ຈະຜ່ານເຂົ້າຮອບຊີງຊະນະເລີດ 15 ທີມ ຈາກທັງໝົດ 32 ທີມ. D-FEMMENIST ສ້າງຜົນງານໄດ້ດີດ້ວຍການເຕັ້ນທີ່ໂດດເດັ່ນ ສາມາດເອີ້ນສຽງເຮຈາກຜູ້ຊົມໄດ້ ຈົນກາຍເປັນ 1 ໃນ 15 ທີມທີ່ຜ່ານເຂົ້າຮອບຊີງຊະນະເລີດ. ຜົນການແຂ່ງຂັນຮອບຊີງຊະນະເລີດປາກົດວ່າເປັນ ທີມ Waack Out Loud ຈາກປະເທດໄທເຈົ້າພາບ ທີ່ສາມາດຄວ້າລາງວັນທີ 1 ໄປໄດ້, ອັນດັບ 2 ທີມ Mix Them Up ແລະ ອັນດັບ 3 TRIQSTAR ຈາກປະເທດຍີ່ປຸ່ນ. ສ່ວນທີມ D-FEMMENIST ຈາກລາວເຮົາເຮັດຄະແນະໄດ້ຕິດ TOP 10 ເຊິ່ງຖືວ່າເປັນຜົນງານທີ່ດີໃນການອອກໄປແຂ່ງຂັນໃນຕ່າງປະເທດເທື່ອທຳອິດຂອງພວກເຂົາ.
ສ່ວນໃຜທີ່ຢາກເບິ່ງວີດີໂອການແຂ່ງຂັນຂອງ D-FEMMENIST ໃນງານ Seacon Street Int'l Challenge ສາມາດກົດເບິ່ງໄດ້ທີ່ດ້ານລຸ່ມໄດ້ເລີຍ.
ຂໍຂອບໃຈ
ພາບ : X Obi OBie